ຂ່າວດ່ວນ

ຂ່າວອື່ນໆ

random

ລາວຂຸ້ນຂ້ຽວກຽມສະເໜີເຂດປ່າສະຫງວນແຫ່ງຊາດຫີນໜາມໜໍເຂົ້າເປັນມໍລະດົກໂລກ

          ວັນທີ 26 ມັງກອນນີ້ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວກະຊວງກະສິກຳ ແລະ ປ່າໄມ້,ອຳນາດການປົກ ຄອງແຂວງຄຳມ່ວນ ແລະ ອົງການຈັດຕັ້ງສາກົນຕ່າງໆໄດ້ພ້ອມກັນຈັດກອງປະຊຸມດ້ານຂໍ້ມູນຂ່າວສານໃນການແນະນຳກ່ຽວກັບຂະບວນການຈັດຕັ້ງປະຕິບັດທີ່ກ່ຽວຂ້ອງໃນການສະເໜີເຂດປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກຂອງອົງການຢູເນັສໂກຊຶ່ງກອງປະຊຸມດັ່ງກ່າວ ໄດ້ຮັບຟັງການລາຍງານຈາກຊ່ຽວຊານອາວຸໂສຂອງອົງການສາກົນ
ເພື່ອການອະນຸລັກທຳມະຊາດ (IUCN), ກ່ຽວກັບຜົນການສຶກສາເບື້ອງຕົ້ນ ກ່ຽວກັບຂະບວນການຈັດຕັ້ງປະຕິບັດທີ່ກ່ຽວຂ້ອງໃນການສະເໜີເຂດປ່າສະຫງວນດັ່ງກ່າວເຂົ້າເປັນມໍລະດົກໂລກຊຶ່ງໃນນັ້ນ ຊ່ຽວຊານໄດ້ແນະນຳເຖິງຂະບວນການຈັດຕັ້ງປະຕິບັດທີ່ກ່ຽວຂ້ອງລວມທັງຂອບເຂດ ແລະ ໄລຍະການດຳເນີນງານມາດຕະຖານເພື່ອພິຈາລະນາຄຸນຄ່າອັນໂດດເດັ່ນທີ່ເປັນສາກົນ ແລະ ຍັງໄດ້ອະທິບາຍຄວາມກະຈ່າງແຈ້ງເຖິງອົງປະກອບ ຫລື ທາງເລືອກຕ່າງໆ ທີ່ເໝາະສົມສຳລັບການສະເໜີ ແລະ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນບັນດາຄຳຄິດຄຳເຫັນທີ່ກ່ຽວຂ້ອງເປັນຕົ້ນ ຈຸດດີ ແລະ ຂໍ້ຄົງຄ້າງວຽກງານບູລິມະສິດທີ່ຈະຕ້ອງສຳເລັດໃນການຈັດຕັ້ງປະຕິບັດ ແລະ ຊ່ອງຫວ່າງສຳລັບການສະເໜີເຂດປ່າສະຫງວນແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກຂອງອົງການຢູເນັສໂກ. ນອກນີ້ ກອງປະຊຸມຍັງໄດ້ມີການສົນທະນາບັນຫາຕ່າງໆເພື່ອຈະໄດ້ມີການປຶກສາຫາລື ແລະ ພ້ອມກັນແກ້ໄຂຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານໃນການເອົາປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ເຂົ້າເປັນມໍລະດົກໂລກທາງດ້ານຊັບພະຍາກອນທຳມະຊາດເປັນແຫ່ງທຳອິດຂອງລາວໃນໄວໆນີ້. (ຫນັງສືພິມລາວພັດທະນາ)
ລາວຂຸ້ນຂ້ຽວກຽມສະເໜີເຂດປ່າສະຫງວນແຫ່ງຊາດຫີນໜາມໜໍເຂົ້າເປັນມໍລະດົກໂລກ Reviewed by makarow on 9:24:00 PM Rating: 5

Contact Form

Name

Email *

Message *

Powered by Blogger.