ຂ່າວດ່ວນ

ຂ່າວອື່ນໆ

random

ສານປະຊາຊົນນະຄອນຫລວງຕັດສີນລົງໂທດຜູ້ຄ້າຢາເສບຕິດຈໍາຄຸກຕະຫລອດຊີວິດ



ພາບ-ຂ່າວ : ຫນັງສືພິມ ປກສ
            ເມື່ອບໍ່ດົນມານີ້ສານປະຊາຊົນນະຄອນຫລວງວຽງຈັນໄດ້ຕັດສີນລົງໂທດທ້າວ ໂອດ ອາຍຸ 45 ປີຢູ່ບ້ານຈັນສະຫວ່າງເມືອງສີໂຄດຕະບອງນະຄອນຫລວງວຽງຈັນຈໍາຄຸກຕະຫລອດຊີວິດພ້ອມປັບໃໝ 500 ລ້ານກີບໃນຂໍ້ຫາຄ້າຂາຍຢາເສບຕິດ ແລະ ມີວັດຖຸລະ ເບີດໄວ້ຄອບຄອງໂດຍບໍ່ໄດ້ຮັບອະນຸຍາດເຊິ່ງຜູ້ກ່ຽວຖືກເຈົ້າໜ້າທີ່ຈັບຕົວເມື່ອຕົ້ນປີ 2016 ພ້ອມຂອງກາງຢາບ້າຈໍານວນ 6 ພັນເມັດ ແລະ ລູກປືນຈໍານວນໜຶ່ງທີ່ຊຸກເຊື່ອງໄວ້ຢູ່ພາຍໃນເຮືອນຂອງຕົນ.
            ຕາມສຳນວນຄະດີຂອງເຈົ້າໜ້າທີ່ຮູ້ວ່າ: ທ້າວໂອດໄດ້ມີການເຄື່ອນໄຫວຄ້າຂາຍຢາເສບຕິດແຕ່ປີ 2015 ເປັນຕົ້ນມາໂດຍໄດ້ຊື້ນໍາຂະບວນການຄ້າຂາຍຢາເສບຕິດຢູ່
ແຂວງວຽງຈັນຫລາຍຄັ້ງແລ້ວເອົາມາຂາຍໃຫ້ຊາວໜຸ່ມຢູ່ນະຄອນຫລວງວຽງຈັນກ່ອນຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີ ແລະ ສານໄດ້ຕັດສີນລົງໂທດດັ່ງກ່າວ. 
 ແຫລ່ງຂ່າວໃຫ້ຮູ້ອີກວ່າ: ເມື່ອທ້າຍເດືອນມັງກອນຜ່ານມານີ້ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວໄດ້ຈັບທ້າວ ແສງແກ້ວ ອາຍຸ 23 ປີຢູ່ບ້ານສາຍລົມເມືອງ ແລະ ແຂວງຫລວງພະບາງພາຍຫລັງເອົາຢາບ້າຈໍານວນ 5.600 ເມັດຊຸກເຊື່ອງມານໍາລົດຕູ້ໂດຍສານຈາກເມືອງຫ້ວຍຊາຍແຂວງບໍ່ແກ້ວເພື່ອໄປສົ່ງໃຫ້ລູກຄ້າຢູ່ຫລວງພະບາງແຕ່ມາຮອດຂົວບ້ານນໍ້າເກິ່ງເມືອງຫ້ວຍຊາຍໄດ້ມີເຈົ້າໜ້າທີ່ຕັ້ງດ່ານກວດກາລົດແລ້ວພົບເຫັນຢາເສບຕິດດັ່ງກ່າວຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ ແລະ ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວຮັບສາລະພາບວ່າ: ຢາເສບຕິດດັ່ງກ່າວຊື້ມາຈາກຂະບວນການຄ້າຂາຍຢາເສບຕິດຢູ່ບ້ານໂພນໂຮມເມືອງຕົ້ນເຜິ້ງແຂວງບໍ່

ແກ້ວຊຶ່ງຄະດີຢາເສບຕິດລາຍນີ້ເຈົ້າໜ້າທີ່ຈະຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອຈັບຕົວມາລົງໂທດຕາມລະບຽບກົດໝາຍ. (ຫນັງສືພິມລາວພັດທະນາ)
ສານປະຊາຊົນນະຄອນຫລວງຕັດສີນລົງໂທດຜູ້ຄ້າຢາເສບຕິດຈໍາຄຸກຕະຫລອດຊີວິດ Reviewed by makarow on 5:13:00 PM Rating: 5

Contact Form

Name

Email *

Message *

Powered by Blogger.