ຍີ່ປຸ່ນບໍລິຈາກຕຽງຄົນເຈັບໃຫ້ໂຮງໝໍ ແລະ ສຸກສາລາຂອງລາວ

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫລືອລ້າຈຳນວນເງິນ 154.414 ໂດລາສະຫະລັດ ເພື່ອບໍລິຈາກຕຽງຄົນເຈັບ ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGPs) ແລະ ໃນວັນທີ 1 ກຸມພານີ້, ໄດ້ມີພິທີເຊັນສັນຍາລະຫວ່າງ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ແລະ ທ່ານ ຈັນພົມມາ ວົງສຳພັນ ຫົວໜ້າກົມປິ່ນປົວ ກະຊວງສາທາລະນະສຸກ ໃນໂຄງການດັ່ງກ່າວ ໂດຍມີທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກເຂົ້າຮ່ວມ.
ໂຄງການນີ້ ແມ່ນການຮ່ວມມືລະຫວ່າງລັດຖະບານຍີ່ປຸ່ນ ແລະ ສາມາຄົມມິດຕະພາບ ໄຊຕະມະ-ລາວ ນັບແຕ່ສະມາຄົມດັ່ງກ່າວຖືກສ້າງຕັ້ງຂຶ້ນໃນປີ 1998 ກໍໄດ້ປະກອບສ່ວນເຂົ້າໃນກິດຈະກຳເພື່ອສັງຄົມໃນຫລາຍຂະແໜງການຢູ່ລາວ ນອກຈາກນີ້ ຍັງດຳເນີນກິດຈະກຳຢ່າງຕໍ່ເນື່ອງ ໃນການແລກປ່ຍນວັດທະນະທຳ ແລະ ສ້າງຄວາມປາດຖະໜາອັນດີ ລະຫວ່າງຍີ່ປຸ່ນ ແລະ ລາວ ອັນນຳໄປສູ່ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ທັງເສີມສ້າງສຳພັນທະໄມຕີລະຫວ່າງທັງສອງປະເທດ.
ສະມາຄົມມິດຕະພາບ ໄຊຕະມະ-ລາວ ໄດ້ຮວບຮວມຕຽງຄົນເຈັບ ຈຳນວນ 526 ໜ່ວຍ ແລະ ເສື່ອຈຳນວນ 527 ຜືນ, ຊຶ່ງໄດ້ຮັບບໍລິຈາກ ບ້ານພັກຜູ້ສູງອາຍຸ ແລະ ສະຖານອຳນວຍຄວາມສະດວກທາງການແພດອື່ນໆຈາກປະເທດຍີ່ປຸ່ນ. ຕຽງຄົນເຈັບ ແລະ ເສື່ອ ຈຳນວນນີ້ ຈະຖືກມອບໃຫ້ໂຮງໝໍ ແລະ ສຸກສາລາ ທີ່ນະຄອນຫລວງວຽງຈັນ ແລະ ບັນດາແຂວງອື່ນໆອີກດ້ວຍ.
ປັດຈຸບັນຢູ່ບັນດາໂຮງໝໍ ແລະ ສຸກສາລາຫລາຍແຫ່ງ,ມີຕຽງຄົນເຈັບຈຳນວນຫລາຍທີ່ຖືກໃຊ້ງານມາດົນນານ ແລະ ເກົ່າແກ່. ດັ່ງນັ້ນ ໂຄງການນີ້ຈຶ່ງມີເປົ້າໝາຍທີ່ຈະປັບປຸງ ສະພາບແວດລ້ອມການເບິ່ງແຍງຮັກສາຄົນເຈັບ ແລະ ການເຮັດວຽກຂອງພະນັກງານແພດໃຫ້ດີຂຶ້ນກວ່າເກົ່າ.
ທ່ານເອກອັກຄະຣາຊະທູດ ຍີ່ປຸ່ນ ກ່າວວ່າ: ຍີ່ປຸ່ນຈະສືບຕໍ່ໃຫ້ການສະໜັບສະໜູນລາວໃນການພັດທະນາສະພາບແວດລ້ອມ ທາງການແພດ, ໂດຍຜ່ານໂຄງການ GGP ນີ້, ຍີ່ປຸ່ນໄດ້ດຳເນີນໂຄງ ການທັງໝົດ 488 ໂຄງການໃນລາວນັບຕັ້ງແຕ່ປີ 1989, ຊຶ່ງໃນນັ້ນມີ 133 ໂຄງການທີ່ກ່ຽວກັບຂະແໜງສາທາລະນະສຸກ.
ຍີ່ປຸ່ນບໍລິຈາກຕຽງຄົນເຈັບໃຫ້ໂຮງໝໍ ແລະ ສຸກສາລາຂອງລາວ
Reviewed by makarow
on
5:17:00 PM
Rating:
Reviewed by makarow
on
5:17:00 PM
Rating:

