ຂ່າວດ່ວນ

ຂ່າວອື່ນໆ

random

ພາບປະກອບ
  ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີປະທານຄະນະກວດກາສູນກາງພັກປະທານອົງການກວດກາລັດຖະບານຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນເພີ່ມທະວີການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງຢ່າງຈິງຈັງພາຍຫລັງເຫັນວ່າບັນຫາດັ່ງກ່າວແມ່ນໄພຂົ່ມຂູ່ຕໍ່ສະຖຽນລະພາບການເມືອງ ແລະ ທໍາລາຍຄວາມເຊື້ອໝັ້ນຂອງມະຫາຊົນທີ່ມີຕໍ່ບົດບາດການນໍາພາຂອງພັກ-ລັດ.


            ການຮຽກຮ້ອງເພື່ອຕ້ານບັນຫາດັ່ງກ່າວມີຂຶ້ນໃນໂອກາດໂອ້ລົມຕໍ່ກອງປະຊຸມກວດກາທົ່ວປະເທດປະຈໍາປີ 2016 ເມື່ອບໍ່ດົນນີ້ໂດຍທ່ານໄດ້ຊີ້ໃຫ້ເຫັນວ່າ: ການສໍ້ລາດບັງຫລວງແມ່ນບັນຫາທີ່ສັງຄົມມີຄວາມເປັນຫວ່ງຫລາຍທີ່ສຸດໃນປັດຈຸບັນມັນໄດ້ແຜ່ລາມກວ້າງຂວາງເຂົ້າໄປໃນຖັນແຖວພະນັກງານທຸກລະດັບ ທີ່ມີລັກສະນະແກ້ໄຂໄດ້ຍາກ ແລະ ທັງເປັນບັນຫາທີ່ບັນດາປະເທດ ລວມເຖິງ ອົງການຈັດຕັ້ງສາກົນຕ່າງໆພວມຕິດຕາມເບິ່ງການຈັດຕັ້ງປະຕິບັດຂອງປະເທດເຮົາສະນັ້ນເພື່ອຮັບປະກັນໃຫ້ສະພາບການສໍ້ລາດບັງຫລວງໃນຖັນແຖວພະນັກງານໝົດໄປເທື່ອລະກ້າວຂໍໃຫ້ທຸກການຈັດຕັ້ງພັກ-ລັດອົງການຈັດຕັ້ງມະຫາຊົນພະນັກງານທະຫານຕໍາຫລວດທຸກລະດັບຕ້ອງພ້ອມກັນປະຕິບັດບັນດານິຕິກໍາຕ່າງໆໃນການຕ້ານການສໍ້ລາດບັງຫລວງຢ່າງເຂັ້ມງວດໂດຍສະເພາະຈັດຕັ້ງຜັນຂະຫຍາຍຍຸດທະສາດການຕ້ານສໍ້ລາດບັງຫລວງໃຫ້ເປັນກົນໄກລະບຽບລະອຽດນັບແຕ່ສູນກາງຮອດທ້ອງຖິ່ນເມື່ອພົບເຫັນກໍລະນີມີການສໍ້ລາດບັງຫລວງໃນກະຊວງ-ຂະແໜງການ ແລະ ທ້ອງຖິ່ນໃດແມ່ນໃຫ້ຮີບຮ້ອນແກ້ໄຂທັງນໍາເອົາຜູ້ກະທໍາຜິດມາສຶກສາອົບຮົມ ແລະ ລົງໂທດຕາມລະບຽບກົດໝາຍ. ນອກຈາກນີ້ແຕ່ລະຂະແໜງການຕ້ອງເອົາໃຈໃສ່ຈັດຕັ້ງການໂຄສະນາເຜີຍ ແຜ່ເຊື່ອມຊືມນິຕິກໍາຕ່າງໆ ເຊັ່ນ: ກົດໝາຍວ່າດ້ວຍການຕ້ານສໍ້ລາດບັງຫລວງດໍາລັດວ່າດ້ວຍການແຈ້ງຊັບສີນການຂຶ້ນບັນຊີແຈ້ງຊັບສີນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນ ແລະ ລະບຽບການອື່ນໆຢ່າງເປັນປົກກະຕິຕໍ່ເນື່ອງ ເພື່ອເປັນການເຕືອນສະຕິ ແລະ ປູກຈິດສໍານຶກບໍ່ໃຫ້ມີການສໍ້ລາດບັງຫລວງຮັບປະກັນໃຫ້ສະມາຊິກພັກ-ພະນັກງານທຸກຂັ້ນປອດໃສ ແລະ ເປັນແບບຢ່າງທີ່ດີ.  (ຫນັງສືພິມລາວພັດທະນາ)
Reviewed by makarow on 6:46:00 PM Rating: 5

Contact Form

Name

Email *

Message *

Powered by Blogger.