ຂ່າວດ່ວນ

ຂ່າວອື່ນໆ

random

ນັກລົງທຶນໄທສົນໃຈສ້າງຟາມລ້ຽງງົວນົມຢູ່ແຂວງສະຫວັນນະເຂດ


          ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງຟາມລ້ຽງງົວນົມໜອງລົ່ມ ແລະ ແຄັມປິ້ງ ຢູ່ເຂດບ້ານທາດອີງຮັງເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ລະຫວ່າງອຳນາດການປົກຄອງແຂວງ ແລະ ບໍລິສັດ ອິດຊູບະ ແດຣິ່ຟາມຈຳກັດ ໄດ້ມີຂຶ້ນເມື່ອບໍ່ດົນນີ້ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ.

          ໂຄງການຟາມລ້ຽງງົວນົມ ດັ່ງກ່າວມີເນື້ອທີ່ປະມານ 95 ເຮັກຕາ ແລະ ເປັນໂຄງການສຳ ຄັນທີ່
ຊຸກຍູ້ສົ່ງເສີມການພັດທະນາວຽກງານກະສິກຳ ກໍຄືປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງແຂວງດັ່ງນັ້ນ ແຂວງໄດ້ອະນຸຍາດໃຫ້ບໍລິສັດດຳເນີນການສຳຫລວດເນື້ອທີ່ດິນ ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການຢ່າງລະອຽດ ເພື່ອຄັດຈ້ອນເອົາເນື້ອທີ່ດິນທີ່ເປັນໄປໄດ້ມີຈຳ ນວນເທົ່າໃດ ທີ່ສາມາດສະເໜີຂໍສຳປະທານໃນຂັ້ນຕໍ່ໄປເພື່ອສ້າງເປັນບົດວິພາກເສດຖະກິດ-ເຕັກນິກບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ສຳລັບໄລຍະເວລາຂອງການສຶກສາຄວາມເປັນໄປໄດ້ແມ່ນພາຍໃນ 12 ເດືອນ.
ນັກລົງທຶນໄທສົນໃຈສ້າງຟາມລ້ຽງງົວນົມຢູ່ແຂວງສະຫວັນນະເຂດ Reviewed by makarow on 6:48:00 PM Rating: 5

Contact Form

Name

Email *

Message *

Powered by Blogger.