ຂ່າວດ່ວນ

ຂ່າວອື່ນໆ

random

ບໍລິສັດໂຄລາວ ມອບເຄື່ອງຊ່ອຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນທີ່ທຸກຍາກໃນເຂດຫ່າງໄກສອກຫຼີກ

ບໍລິສັດໂຄລາວ ມອບເຄື່ອງຊ່ອຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນທີ່ທຸກຍາກໃນເຂດຫ່າງໄກສອກຫຼີກ
     ໃນຕອນເຊົ້າຂອງວັນທີ 03 ກຸມພາ 2017 ຜ່ານມາ ທີ່ສຳນັກງານນາຍົກລັດຖະມົນຕີ (ສນຍ) ໄດ້ມີພິທີມອບ-ຮັບ ເຄື່ອງຊ່ອຍເຫຼືອຄົນທຸກຍາກຈາກບໍລິສັດໂຄລາວ ເຊິ່ງກ່າວຮັບໂດຍທ່ານນາງ ສຸວັນເພັງ ບຸບຜານຸວົງ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ກ່າວມອບໂດຍທ່ານ ຄຳຂັນ ນະພະວົງ ປະທານສະພາບໍລິຫານບໍລິສັດໂຄລາວ ໂດຍມີພະນັກງານ ແລະ ວິຊາການຈາກສອງພາກສ່ວນເຂົ້າຮ່ວມ.
     ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີເຄື່ອງນຸ່ງຫົ່ມ ອຸປະກອນການຮຽນ ເຄື່ອງໃຊ້ຄົວເຮືອນ ອາຫານສຳເລັດຮູບ ເຂົ້າສານ ເຄື່ອງຂະຫຽາຍສຽງ (ລຳໂພງ) ແລະ ອື່ນໆ ລວມເປັນມູນຄ່າ 50 ລ້ານກວ່າກີບ ໃນໂອກາດດັ່ງກ່າວ ທ່ານນາງ ສຸວັນເພັງ ບຸບຜານຸວົງ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ການປະກອບສ່ວນຊ່ອຍເຫຼືອທາງດ້ານວັດຖຸ ແລະ ປັດໄຈໃຫ້ແກ່ສັງຄົມ ກໍຄືຊ່ອຍບັນເທົາທຸກແກ່ປະຊາຊົນທີ່ທຸກຍາກໃນເຂດຫ່າງໄກສອກຫຼີກ ພ້ອມນັ້ນ ໄດ້ໃຫ້ຄຳໝັ້ນສັນຍາວ່າ ເຄື່ອງທີ່ໄດ້ຮັບການຊ່ອຍເຫຼືອໃນຄັ້ງນີ້ ແມ່ນຈະໄດ້ນໍາໄປມອບໃຫ້ຮອດໃຫ້ເຖິງ ແລະ ຖືກເປົ້າໝາຍຢ່າງແນ່ນອນ ໂດຍສະເພາະປະຊາຊົນ ແລະ ນັກຮຽນທີ່ທຸກຍາກຢູ່ໂຮງຮຽນກິນນອນຊົນເຜົ່າ ເຂດເມືອງເຊໂປນ ແຂວງສະຫວັນນະເຂດ ພ້ອມທັງຫວັງວ່າ ໃນຕໍ່ໜ້າ ບໍລິສັດໂຄລາວ ຈະສືບຕໍ່ໃຫ້ການຊ່ອຍເຫຼືອສັງຄົມ ໂດຍສະເພາະ ບັນດາຜູ່ທຸກຍາກ ແລະ ດ້ອຍໂອກາດຢູ່ພາຍໃນປະເທດຕື່ມອີກ.
ຂ່າວ/ພາບ: ວັນທອງ
ບໍລິສັດໂຄລາວ ມອບເຄື່ອງຊ່ອຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນທີ່ທຸກຍາກໃນເຂດຫ່າງໄກສອກຫຼີກ Reviewed by makarow on 7:51:00 PM Rating: 5

Contact Form

Name

Email *

Message *

Powered by Blogger.