ຂ່າວດ່ວນ

ຂ່າວອື່ນໆ

random

ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ່ແທນລັດຖະສະພາເຢຍລະມັນ

ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ່ແທນລັດຖະສະພາເຢຍລະມັນ
     ໃນຕອນບ່າຍຂອງວັນທີ 01 ກຸມພາ 2017 ຜ່ານມາ ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານນາງ ດັກມາ ເຈເວີກ ປະທານກໍາມາທິການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ລັດຖະສະພາເຢຍລະມັນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ.ລາວ ແຕ່ວັນທີ 31 ມັງກອນ ຫາ ວັນທີ 02 ກຸມພາ 2017.
     ໂອກາດດັ່ງກ່າວ ທ່ານ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມຂອງທ່ານນາງ ດັກມາ ເຈເວີກ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຽາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ-ເຢຍລະມັນ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ພ້ອມກັນນັ້ນ ທ່ານຍັງໄດ້ກ່າວສະແດງຄວາມຂອບໃຈໄປຍັງລັດຖະສະພາ ກໍຄືລັດຖະບານເຢຍລະມັນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ອຍເຫຼືອແກ່ ສປປ.ລາວ ໃນໄລຍະຜ່ານມາ ເປັນຕົ້ນ ທາງດ້ານເຕັກນິກ ວິຊາການ ການພັດທະນາພື້ນຖານໂຄງລ່າງ ການພັດທະນາຊົນນະບົດ ການພັດທະນາຊັບພະຍາກອນມະນຸດ ການປົກປັກຮັກສາສິ່ງແວດລ້ອມ ແລະ ອື່ນໆ ເຊິ່ງເຫັນວ່າ ໄດ້ຮັບໝາກຜົນເປັນຢ່າງດີ ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ.ລາວ ນັບມື້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຂຶ້ນເປັນກ້າວໆ.
     ໃນໂອກາດດຽວກັນ ທ່ານນາງ ດັກມາ ເຈເວີກ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ບຸນທອງ ຈິດມະນີ ທີ່ໃຫ້ການຕ້ອນຮັບຄັ້ງນີ້ ພ້ອມທັງແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ.ລາວໃນຄັ້ງນີ້ ໃຫ້ທ່ານຮອງນາຍົກລັດຖະມົນຕີໄດ້ຮັບຊາບ.
ຂ່າວ/ພາບ: ວັນທອງ
ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ່ແທນລັດຖະສະພາເຢຍລະມັນ Reviewed by makarow on 7:52:00 PM Rating: 5

Contact Form

Name

Email *

Message *

Powered by Blogger.