ສຶກສາຄວາມເປັນໄປໄດ້ ໂຄງການເຂື່ອນໄຟຟ້າເຊບັ້ງຫຽງ
ພິທີລົງນາມບົດບັນທຶກຄວາມເຂົ້າໃຈໂຄງການດັ່ງກ່າວ ໄດ້ຈັດຂຶ້ນວັນທີ 2 ກຸມພາ 2017 ຢູ່ກະຊວງແຜນການ ແລະ ການລົງທຶນ ລະຫວ່າງທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານນາງ ກະໜົກທິບ ຈັນພະລັງສີ ປະທານກຳມະການບໍລິຫານ ບໍລິສັດ TPC Power Holding Public Co., Ltd ໂດຍມີທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍບັນດາຫ້ອງການ ກົມ ພະແນກ ຄະນະບໍລິຫານ ບໍລິສັດ TPC Power Holding Public Co., Ltd ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວິກຸນ ໂລຫະມົງຄົນ ກຳມະການບໍລິຫານບໍລິສັດ TPC Power Holding Public Co., Ltd ໄດ້ກ່າວວ່າ: ໂຄງການເຂື່ອນໄຟຟ້ານ້ຳຕົກເຊບັ້ງຫຽງ 1 ເປັນເຂື່ອນຝາຍນ້ຳລົ້ນ ຄາດວ່າຈະມີກຳລັງຕິດຕັ້ງ 30-50 ເມກາວັດ ໂດຍພາຍຫຼັງການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ປະມານ 45 ວັນ ພວກເຮົາຈະເລີ່ມລົງມືສຳຫຼວດ ຈະໃຊ້ເວລາໃນການສຶກສາຄວາມເປັນໄປໄດ້ດ້ານຕ່າງໆ 1 ປີ 6 ເດືອນ ແລະ ກ້າວໄປສູ່ການກໍ່ສ້າງເປັນທາງການ ເຊິ່ງຄາດວ່າຈະໃຊ້ເງິນລົງທຶນ 3 ຕື້ບາດ ສຳລັບກະແສໄຟຟ້າທີ່ຜະລິດໄດ້ຈະຂາຍໃຫ້ລັດວິສາຫະກິດໄຟຟ້າລາວ. (ຫນັງສືພິມວຽງຈັນໃຫ່ມ)
ສຶກສາຄວາມເປັນໄປໄດ້ ໂຄງການເຂື່ອນໄຟຟ້າເຊບັ້ງຫຽງ
Reviewed by makarow
on
7:54:00 PM
Rating:

