ປີຜ່ານມາມີພາຫະນະຂຶ້ນທະບຽນເກືອບ 70 ພັນຄັນ
ພື້ນຖານໂຄງລ່າງໄດ້ຮັບການພັດທະນາ
ແລະ ເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ
ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຄົນ
ໃນຕົວເມືອງນະຄອນຫຼວງວຽງຈັນ
ນັບມື້ດີຂຶ້ນໄປຄຽງຄູ່ກັບການດຳລົງຊີວິດ
ສິ່ງທີ່ຂາດບໍ່ໄດ້ກໍ່ແມ່ນພາຫະນະຮັບໃຊ້ທຸກຄົນແມ່ນມີຄວາມໄຝ່ຝັນ
ຕ້ອງການໃຫ້ມີພາຫະນະ ເປັນຕົ້ນແມ່ນລົດຮັບໃຊ້ພາຍໃນຄອບຄົວ ແລະ
ສຳນັກງານອົງການທັງພາກລັດ ແລະ ເອກະຊົນ ເພື່ອສະດວກໃນການໄປມາຫາສູ່ ແລະ
ຂົນສົ່ງສິນຄ້າ
ຈຶ່ງເຮັດໃຫ້ຈຳນວນລົດຢູ່ຕົວເມືອງວຽງຈັນແຕ່ລະປີເພີ່ມຂຶ້ນຢ່າງຕໍ່ເນື່ອງ
ເຊິ່ງມັນສະແດງໃຫ້ເຫັນຈຳນວນພາຫະນະທີ່ໄປຂຶ້ນທະບຽນຢູ່ກອງຄຸ້ມຄອງພາຫະນະ
ແລະ ການຂັບຂີ່ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ປີ 2016
ເກືອບ 70 ພັນຄັນ.ທ່ານ ນວນໄຊ ພະໄຊສົມບັດ ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ (ກຄພຂ) ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ຈຳນວນພາຫະນະທີ່ມາຂຶ້ນທະບຽນຢູ່ ກຄພຂ ນວ ບໍ່ນັບພາຫະນະກຳລັງ ປກຊ-ປກສ ແຕ່ລະປີເປັນຈຳນວນຫຼວງຫຼາຍ ສະເລ່ຍໃສ່ພົນລະເມືອງ ນວ ເກືອບຜູ້ລະຄັນ ດັ່ງນັ້ນ ຈຶ່ງເຮັດໃຫ້ເກີດມີສະພາບການສັນຈອນແອອັດ ເຊິ່ງມັນສະແດງໃຫ້ເຫັນຈຳນວນພາຫະນະໃໝ່ ບໍ່ລວມພາຫະນະທີ່ປ່ຽນໂອນໄດ້ມາຂຶ້ນທະບຽນຢູ່ ກຄພຂ ໃນປີ 2016 ມີຈຳນວນ 69.102 ຄັນ ທຽບໃສ່ປີ 2015 ເພີ່ມຂຶ້ນ 943 ຄັນ ໃນນັ້ນ ລົດຈັກ 44.269 ຄັນ ລົດເກງ 5.902 ຄັນ ລົດກະບະ 12.339 ຄັນ ລົດຕູ້ 967 ຄັນ ລົດບັນທຸກ 2.589 ຄັນ ແລະ ລົດໂດຍສານ 183 ຄັນ. (ຂ່າວໜັງສືພິມວຽງຈັນໃຫ່ມ)
ປີຜ່ານມາມີພາຫະນະຂຶ້ນທະບຽນເກືອບ 70 ພັນຄັນ
Reviewed by makarow
on
7:56:00 PM
Rating:

