ຂ່າວດ່ວນ

ຂ່າວອື່ນໆ

random

ຫາລືການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອປົກປ້ອງແມ່ຍິງ ແລະ ເດັກນ້ອຍ


ວັນທີ 3 ມັງກອນນີ້ສູນກາງສະຫະພັນແມ່ຍິງລາວຮ່ວມກັບອົງການຕ້ານສິ່ງມືນເມົາສາກົນ  ( IOGT – NTO MOVEMENT ) ໄດ້ຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອປົກປ້ອງແມ່ຍິງ ແລະ ເດັກນ້ອຍ ຂຶ້ນທີ່ນະຄອນ ຫຼວງວຽງຈັນໂດຍການເຂົ້າຮ່ວມຂອງທ່ານ ນາງ ບັນດິດ ປະທຸມວັນ ຮອງປະທານສູນກາງສະຫະ ພັນແມ່ຍິງລາວທ່ານ ນາງ ພອນເພັດ ບຸບຜາ ຮອງປະທານຄະນະກຳມະທິການວັດທະນະທຳສັງຄົມສະພາແຫ່ງຊາດມີຜູ້ຕາງໜ້າອົງການຕ້ານສິ່ງມືນເມົາສາກົນ,ພ້ອມດ້ວຍຕົວແທນກະຊວງອົງການ,ສະຖາບັນ ແລະ ສູນອ້ອມຂ້າງເຂ້າຮ່ວມເປັນຈຳນວນຫຼາຍ.

ທ່ານ ຮອງປະທານສູນກາງສະຫະພັນແມ່ຍິງລາວກ່າວຕໍ່ທີ່ປະຊຸມວ່າ: ທາດເຫຼົ້າເຖິງວ່າຈະມີຄວາມອັນຕະລາຍແຕ່ກໍຖືກຜະລິດ ແລະ ນຳໃຊ້ເຂົ້າໃນຈຸດປະສົ່ງອື່ນໆຢ່າງແຜ່ຫຼາຍຢູ່ທົ່ວໂລກຊຶ່ງມີທັງຄຸນ ແລະ ໂທດແຕ່ການດື່ມເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້ານັ້ນພາໃຫ້ເກີດຜົນສະທ້ອນຫຼາຍຢ່າງຕໍ່ຕົນເອງຄອບຄົວ ແລະ ຍັງເປັນໜຶ່ງໃນສາເຫດທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມເຊັ່ນ: ການເກີດອຸປະຕິເຫດຕາມທ້ອງຖະໜົນການອາລະວາດ ຕີກັນ ແລະ ການກໍ່ຄວາມບໍ່ສະຫງົບອື່ນໆພ້ອມນັ້ນການດື່ມເຄື່ອງດື່ມທີ່ມີທາດເຫຼົ້າຍັງເປັນສາເຫດຫຼັກທີ່ພາໃຫ້ເກີດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍເຖິງວ່າຜ່ານມາພາກສ່ວນກ່ຽວຂ້ອງຈະເອົາໃຈໃສ່ໂຄສະນາຜົນຮ້າຍຂອງເຄື່ອງດື່ມດັ່ງກ່າວ,ແຕ່ກໍຍັງບໍ່ມີປະສິດທິຜົນເທົ່າທີ່ຄວນກົງກັນຂ້າມການໂຄສະນາເຄື່ອງດື່ມທີ່ມີສິ່ງມຶນເມົາຊ້ຳພັດມີລັກ ສະນະເພີ່ມຂຶ້ນ ແລະ ຍ້ອນເຫັນໄດ້ຄວາມອັນຕະລາຍຈາກເຄື່ອງດື່ມດັ່ງກ່າວສະຫະພັນແມ່ຍິງລາວໃນນາມຜູ້ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍລາວບັນດາເຜົ່າ,ໄດ້ມີຄວາມພະຍາຍາມໂຄສະນາເຜີຍແຜ່ສຶກສາອົບຮົມປຸກລະດົມ ແລະ ປູກຈິດສຳນຶກໃຫ້ທົ່ວສັງ ຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມອັນຕະລາຍຈາກເຄື່ອງດື່ມທີ່ມີທາດເຫຼົ້າລວມທັງສິ່ງເສບຕິດ ອື່ນໆ ແລະ ໄດ້ຮ່ວມມືກັບຫຼາຍພາກສ່ວນຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າພາຍຫຼັງຖືກຮັບຮອງເອົາໃນປີ 2014 ເປັນຕົ້ນມາ.

ຮອງປະທານສູນກາງສະຫະພັນແມ່ຍິງລາວກ່າວວ່າ: ການຈັດຕັ້ງປຕິບັດກົດໝາຍດັ່ງກ່າວໃນໄລຍະຜ່ານມາ,ໂດຍສະເພາະແມ່ນການໂຄສະນາແຜ່ເຜີຍຍັງມີລັກຊະນະຈຳກັດບໍ່ທັນກ້ວາງຂວາງ,ປະຊາຊົນ ແລະ ຜູ້ປະກອບການຈຳນວນຫຼາຍຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຈຶ່ງເຮັດໃຫ້ບັນຫາ ແລະ ປກົດການຫຍໍ້ທໍ້ຕ່າງໆທີ່ມີສາເຫດມາຈາກເຄື່ອງດື່ມທີ່ມີທາດເຫຼົ້າຍັງມີແຜ່ຫຼາຍດັ່ງ ນັ້ນສູນກາງສະຫະພັນແມ່ຍິງລາວຈຶ່ງໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນເພື່ອປຶກສາຫາລື ແລກປ່ຽນຄຳຄິດເຫັນໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວໃຫ້ນັບມື້ກວ້າງຂວາງທັງເປັນການປຸກລະດົມໃຫ້ທົ່ວສັງຄົມໄດ້ຮັບຮູ້ເຖິງຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ສິ່ງເສບຕິດອື່ນໆ ແລະ ກ້າວໄປສູ່ການຫັນປ່ຽນພຶດຕິກຳໃນການຫຼຸດຜ່ອນການດື່ມສິ່ງມຶນເມົາຫຼຸດຜ່ອນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ແລະ ປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພ້ອມນັ້ນຍັງຈະໄດ້ຮັບຟັງການມີສ່ວນຮ່ວມຂອງສະຫະພັນແມ່ຍິງກ່ອນມີກົດໝາຍຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເນື້ອໃນຫຼັກຂອງກົດໝາຍດັ່ງກ່າວ ແລະ ບົດຮຽນຂອງສາກົນໃນການຄວບຄຸມເຄື່ອງດື່ມດັ່ງກ່າວ ແລະ ຫວັງຢ່າງຍິ່ງວ່າກອງປະຊຸມຄັ້ງນີ້ຈະຊ່ວຍເພີ່ມຄວາມຮັບຮູ້ ແລະ ການປະສານງານໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວໃຫ້ມີປະສິດທິຜົນຍິ່ງຂຶ້ນ. (ຫນັງສືພິມລາວພັດທະນາ)
ຫາລືການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອປົກປ້ອງແມ່ຍິງ ແລະ ເດັກນ້ອຍ Reviewed by makarow on 8:42:00 PM Rating: 5

Contact Form

Name

Email *

Message *

Powered by Blogger.