ລາວ-ຫວຽດນາມ ເສີມສ້າງການພົວພັນ ແລະ ການຮ່ວມມື
ວັນທີ
6 ກຸມພາ 2017 ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງທ່ານ ເຈືອງ ເຕິນ ຊາງ
ອະດີດກຳມະການກົມການເມືອງສູນກາງພັກ ທັງເປັນອະດີດປະທານປະເທດ ສສ
ຫວຽດນາມ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ
ລະຫວ່າງວັນທີ 6-10 ກຸມພານີ້.ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ທ່ານ ເຈືອງ ເຕິນ ຊາງ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ເຊິ່ງເປັນການເສີມສ້າງຄວາມສາມັກຄີຮັກແພງ ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສອງພັກ ສອງລັດ ກໍ່ຄືປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ເປັນປະເທດອ້າຍນ້ອງ ມີມູນເຊື້ອມາແຕ່ດົນນານ ໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນໄປຢ່າງບໍ່ຢຸດຢັ້ງ.
ໂອກາດນີ້ ທ່ານ ເຈືອງ ເຕິນ ຊາງ ໄດ້ສະແດງຄວາມຂອບໃຈຕໍ່ທ່ານນາຍົກລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ເຊິ່ງການຢ້ຽມຢາມຄັ້ງນີ້ ເພື່ອເສີມສ້າງຄວາມສາມັກຄີລະຫວ່າງບ້ານອ້າຍເມືອງນ້ອງ ທີ່ມີມູນເຊື້ອມາແຕ່ດົນນານ ແລະ ທັງເປັນການເພີ່ມພູນຄູນສ້າງສາຍພົວພັນລະຫວ່າງ ສສ ຫວຽດນາມ ແລະ ສປປ ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.
ລາວ-ຫວຽດນາມ ເສີມສ້າງການພົວພັນ ແລະ ການຮ່ວມມື
Reviewed by makarow
on
7:41:00 PM
Rating:

