ຂ່າວດ່ວນ

ຂ່າວອື່ນໆ

random

ຈັນທະບູລີ ສ້າງຄວາມເປັນລະບຽບດ້ານການເງິນ


ຈັນທະບູລີ ສ້າງຄວາມເປັນລະບຽບດ້ານການເງິນ ຫ້ອງການ ການ​ເງິນ​ເມືອງ​ຈັນທະ​ບູ​ລີ ຈັດ​ກອງ​ປະຊຸມ​ແນະນຳການ​ເດີນ​ສຳ​ຫຼວດ ຍົກ​ຖານ​ລາຍຮັບ​ສ່ວຍ​ສາ​ອາກອນ​ປັບປຸງ​ການຖື​ບັນຊີ ແລະ ປະຕິບັດ​ອາກອນມູນ​ຄ່າ​ເພີ່ມ​ໃຫ້​ແກ່​ຫົວໜ່ວຍ​ພື້ນຖານ​ເສດຖະກິດ​ຂອງ​ເມືອງ ໃນວັນ​ທີ 6 ກຸມພາ 2017 ຢູ່​ຫ້ອງ​ວ່າການ​ປົກຄອງ ນະຄອນຫຼວງ​ວຽງຈັນ ເຊິ່ງ​ມີ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ລັດ​ຖະມົນຕີ​ກະຊວງ​ການ​ເງິນ​ໃຫ້​ກຽດເຂົ້າ​ຮ່ວມ​ໂອ້​ລົມ.
ທ່ານ ແສງ​ເພັດ ສາຍ​ນໍ​ລາດ ຫົວໜ້າ​ຫ້ອງການການ​ເງິນ ເມືອງ​ຈັນທະ​ບູ​ລີ ໄດ້​ລາຍ​ງານ​ໃຫ້ຮູ້​ວ່າ: ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ ສະເພາະ​ປີ 2015-2016 ເມືອງ​ຈັນທະ​ບູ​ລີ ໄດ້​ຮັບ​ຕົວເລກ​ມອບ​ໝາຍ​ຈາກ​ນະຄອນຫຼວງ​ວຽງ​ຈັນ ຈຳນວນ 69,4 ຕື້ກີບ ສາມາດ​ປະຕິບັດ​ຕົວ​ຈິງໄດ້ 60,04 ຕື້​ກີບ ເທົ່າ​ກັບ 86,41% ທຽບໃສ່​ສົກ​ປີຜ່ານມາ ປະຕິບັດໄດ້​ເພີ່ມ​ຂຶ້ນ 6,3% ເມືອງ​ຈັນທະບູ​ລີ ມີ​ຫົວໜ່ວຍ​ທຸລະ​ກິດ​ທັງ​ໝົດ 5.592 ພື້ນຖານ ໃນ​ນັ້ນ ກົມສ່ວຍ​ສາ​ກອນ​ຄຸ້ມ​ຄອງ 132 ພື້ນຖານ ພະ​ແນກ​ສ່ວຍ​ສາ​ອາກອນ ນວ 1.132 ພື້ນຖານ ເມືອງ​ຄຸ້ມຄອງ 4.328 ພື້ນຖານ ໃນ​ນັ້ນມີ 984 ພື້ນຖານ ບ້ານ​ຄຸ້ມ​ຄອງສຳລັບ​ເປົ້າ​ໝາຍ​ແຜນການ​ສຳ​ຫຼວດ ທົ່ວ​ເມືອງມີ​ທັງ​ໝົດ 406 ຫົວໜ່ວຍ ໃນ​ນີ້ ປະກອບ​ມີ​ຂະແໜງການ​ຜະລິດ 8 ພື້ນຖານ ຂະແໜງການ​ຄ້າ 74 ພື້ນຖານ ແລະ ຂະແໜງ​ການ​ບໍລິການ 324 ພື້ນຖານ ເຊິ່ງ​ມີ​ຫົວໜ່ວຍ​ທຸລະ​ກິດໃຫຍ່ ມີ​ລາຍ​ຮັບ​ເກີນ 400 ລ້ານກີບ ຈຳນວນ 60 ພື້ນຖານ ​ການເດີນ​ສຳ​ຫຼວດ​ຮອບດ້ານມີ 30 ບ້ານ ພ້ອມ​ນັ້ນຍັງ​ໄດ້​ສຳ​ຫຼວດ​ຂໍ້​ມູນ​ທີ່​ດິນຈຳນວນ 1.064.668 ຕາ​ແມັດ.
ໂອກາດ​ນີ້ ທ່ານ​ຮອງ​ນາຍົກລັດຖະມົນຕີ​ ໄດ້​ເນັ້ນ​ໃຫ້​ຫ້ອງການ ການ​ເງິນ​ເມືອງ​ຈັນທະ​ບູ​ລີ ເປັນເຈົ້າ​ການ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນການຈັດຕັ້ງ​ປະຕິບັດ​ວຽກ​ງານການ​ສຳ​ຫຼວດ​ຄັ້ງ​ນີ້ ໃຫ້​ມີ​ຄວາມຮັດກຸມ ຖືກຕ້ອງ ແລະ ຖືກ​ເປົ້າໝາຍ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ເກັບກຳ ແລະ ສຳ​ຫຼວດ​ຖານ​ລາຍ​ຮັບງົບປະມານ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ມີ​ຄວາມ​ຖືກຕ້ອງສົມບູນ ສອດຄ່ອງ​ກັບ​ການ​ຂະຫຍາຍຕົວທາງ​ດ້ານ​ເສດຖະກິດ-ສັງຄົມ​ແທ້ຈິງ ຄຽງ​ຄູ່​ກັບ​ການ​ຍົກ​ລາຍ​ຮັບສ່ວຍ​ສາ​ອາກອນໃຫ້​ມີ​ຄວາມໂປ່ງ​ໃສ ແລະ ທັນ​ສະໄໝ​ເປັນກ້າວໆ ເຊິ່ງ​ພັກ-ລັດຖະບານ​ ໄດ້ເພີ່ມ​ທະວີ​ການຈັດຕັ້ງ​ປະຕິບັດວຽກ​ງານ​ເກັບ​ລາຍ​ຮັບ​ທົ່ວ​ປະເທດ ​ໃຫ້​ມີ​ຄວາມ​ຮັດກຸມ ໂດຍ​ມີເປົ້າ​ໝາຍ​ສຳຄັນ​ເພື່ອ​ສ້າງ​ຄວາມເປັນ​ລະບຽບ​ທາງ​ດ້ານ​ການ​ເງິນ ການ​ເກັບ​ລາຍ​ຮັບ​ພາສີ​ອາກອນຕ່າງໆ ໃຫ້​ໄດ້​ຕາມ​ເປົ້າ​ໝາຍ​ວາງໄວ້ ເພື່ອ​ນຳ​ເອົາ​ເງິນ​ຈຳນວນ​ດັ່ງກ່າວ​ມາ​ພັດທະນາ​ປະເທດ​ຊາດ ໃຫ້​ມີ​ຄວາມ​ເຂັ້ມແຂງ​ຮອບດ້ານ ແລະ ນຳພາ​ປະເທດ​ຫຼຸດ​ພົ້ນ​ອອກຈາກ​ສະຖານະ​ປະເທດ​ດ້ອຍ​ພັດທະ​ນາ ໃນ​ປີ 2020 ໃຫ້​ປາ​ສົບຜົນ​ເປັນ​ຈິງ. ຫນັງສືພິມວຽງຈັນໃໝ່)
ຈັນທະບູລີ ສ້າງຄວາມເປັນລະບຽບດ້ານການເງິນ Reviewed by makarow on 7:42:00 PM Rating: 5

Contact Form

Name

Email *

Message *

Powered by Blogger.