ຄູ່ຜົວເມຍ ຊາວແຂວງບໍ່ແກ້ວ ຖືກຄາຕະກໍາ ໂດຍຍັງບໍ່ຊາບໂຕຄາຕະກອນ ແລະ ມູນເຫດຈູງໃຈໃຫ້ກໍ່ເຫດ
ຖືເປັນອີກນຶ່ງຄະດີການກໍ່ຄວາມຮຸນແຮງ ແລະ
ຍັງບໍ່ຊາບໂຕຄົນຮ້າຍທີ່ໃຊ້ອາວຸດທໍາຮ້າຍຄູ່ຜົວເມຍທີ່ມີອາຊີບເປັນຊາວນາຢູ່ແຂວງບໍ່ແກ້ວ
ນອນເສຍຊີວິດ ໂດຍອີງຕາມການເປີດເຜີດຕໍ່ຜູ່ສື່ຂ່າວທ້ອງຖິ່ນຂອງເຈົ້າໜ້າທີ່ ປກສ
ແຂວງບໍ່ແກ້ວ ໃນວັນທີ 03 ກຸມພາ 2017 ວ່າ ໃນເວລາປະມານ 07:30 ໂມງ ຂອງວັນທີ 25
ມັງກອນ 2017 ຜ່ານມາ ເຈົ້າໜ້າທີ່ ປກສ ກຸ່ມບ້ານອ່າງນໍ້າຕີນ
ໄດ້ຮັບແຈ້ງຄວາມຜ່ານໂທລະສັບວ່າ ມີຜູ້ເສຍຊີວິດ 2 ຄົນເປັນເພດຍິງ 1 ຄົນ
ຢູ່ບໍລິເວນໄຮ່ ເຂດບ້ານນໍ້າສະໝອກເໜືອ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
ເຊິ່ງຜູ່ເຄາະຮ້າຍທັງສອງຊື່ທ້າວ ກໍລີ ອາຍຸ 55 ປີ ແລະ ນາງ ບີມົວ ອາຍຸ 50 ປີ
(ຜົວເມຍກັນ) ທັງສອງມີອາຊີບເຮັດນາ ປັດຈຸບັນຢູ່ບ້ານນໍ້າສະໝອກເໜືອ
ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ຜ່ານການສືບສວນ-ສອບສວນເບື້ອງຕົ້ນ ທ້າວ
ຈັນຟອງ ຊົງ ຜູ່ເປັນລູກເຂີຍໄດ້ໃຫ້ການວ່າ ທ້າວ ກໍລີ ແລະ ນາງ ບີມົວ
ເປັນພໍ່ເຖົ້າ ແລະ ແມ່ເຖົ້າຂອງຕົນ
ເຊິ່ງທັງສອງໄດ້ອອກຈາກເຮືອນໄປນອນຢູ່ໄຮ່ບ່ອນບຸກເບີກດິນນາໃໝ່ ເຂດບ້ານຫ້ວຍຢວກ
ລະຫວ່າງຊາຍແດນນໍ້າສະໝອກເໜືອ ເມືອງຫ້ວຍຊາຍ ແລະ ບ້ານຫາດບວກ ເມືອງຜາອຸດົມ
ແຂວງບໍ່ແກ້ວ ເປັນເວລາ 2 ສັບປະດາແລ້ວ ແຕ່ເມື່ອບໍ່ເຫັນພໍ່ເຖົ້າ ແລະ
ແມ່ເຖົ້າກັບມາເຮືອນ ຈົນມາຮອດວັນທີ 24 ມັງກອນ 2017
ຜູ່ກ່ຽວຈິ່ງໄດ້ອອກຈາກເຮືອນໄປນໍາຫາຢູ່ໄຮ່
ເມື່ອໄປຮອດຖຽງໄຮ່ກໍໄດ້ພົບເຫັນພໍ່ເຖົ້ານອນເສຍຊີວິດຢູ່ຖຽງໄຮ່ໃນສະພາບຊາກສົບເນົ່າເປື່ອຍ
ແລະ ມີຄາບເລືອດຕິດຢູ່ບໍລິເວນພື້ນດິນ
ຈາກນັ້ນຈິ່ງເຫັນສົບແມ່ເຖົ້ານອນເສຍຊີວິດຢູ່ກາງໄຮ່ຫ່າງຈາກຖຽງໄຮ່ປະມານ 14-15
ແມັດ ມີເລືອດອອກຢູ່ບໍລິເວນໜ້າເອິກ
ຫຼັງຈາກນັ້ນຜູ່ກ່ຽວຈິ່ງໄດ້ກັບມາລາຍງານຕໍ່ອົງການປົກຄອງບ້ານ ແລະ
ຍາດຕິພີ່ນ້ອງ.
ຜ່ານການເກັບກໍາຂໍ້ມູນເບື້ອງຕົ້ນຂອງເຈົ້າໜ້າທີ່ເຫັນວ່າ ທ້າວ ກໍລີ
ມີບາດແຜແຕກທີ່ຫົວ ຍ້ອນຖືກກະທົບດ້ວຍຂອງແຂງ ສ່ວນນາງ ບີມົວ
ແມ່ນຖືກຍິງດ້ວຍປືນແກັບ ມີຮູລູກໂດດເຂົ້າໜ້າເອິກຊອດທາງຫຼັງ 1 ລູກ ແລະ
ຮູລູກຫວ່ານຈໍານວນຫຼາຍຢູ່ໜ້າເອິກ ສ່ວນໃນສະຖານທີ່ເກີດເຫດກໍພົບເຫັນວັດຖຸຂອງກາງ
ແລະ ຫຼັກຖານທີ່ຜູ່ກະທໍາຜິດນໍາໃຊ້ກໍ່ການຄາຕະກໍາຕົກຢູ່ສະຖານທີ່ເກີດເຫດ
ເຊິ່ງປະກອບມີ ປືນແກັບຍາວປະມານ 1,80 ແມັດ ໄມ້ຄ້ອນ 2
ທ່ອນທີ່ຍັງມີຄາບເລືອດຕິດຢູ່ ແລະ ມີດ 2 ດວງ ປັດຈຸບັນ ປກສ ແຂວງບໍ່ແກ້ວ
ພວມເລັ່ງດໍາເນີນການສືບສວນ-ສອບສວນ
ເພື່ອຫາໂຕຜູ້ກະທໍາຜິດມາລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ.
ຂ່າວ/ພາບ: ກອງມະນີ
ຄູ່ຜົວເມຍ ຊາວແຂວງບໍ່ແກ້ວ ຖືກຄາຕະກໍາ ໂດຍຍັງບໍ່ຊາບໂຕຄາຕະກອນ ແລະ ມູນເຫດຈູງໃຈໃຫ້ກໍ່ເຫດ
Reviewed by makarow
on
7:56:00 PM
Rating:


