ໃນປີ 2020 ຈະມີແຫຼ່ງຜະລິດໄຟຟ້າເຖິງ 90 ແຫ່ງ
ປັດຈຸບັນ
ພັກ-ລັດຖະບານລາວ ໄດ້ສຸມໃສ່ພັດທະນາແຫຼ່ງຜະລິດພະລັງງານໄຟຟ້າ
ດ້ວຍການນຳໃຊ້ຫຼາຍທ່າແຮງທີ່ບົ່ມຊ້ອນ ແນໃສ່ຈັດສັນ ແລະ
ນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດໃຫ້ມີປະສິດທິຜົນສູງ
ຕາມທິດພັດທະນາໄຟຟ້າເປັນມິດກັບສິ່ງແວດລ້ອມ ໂດຍສະເພາະແມ່ນ
ການຜະລິດພະລັງງານສະອາດ ແລະ ຍືນຍົງ
ເພື່ອສ້າງໃຫ້ລາວເຮົາກາຍເປັນຜູ້ສະໜອງໄຟຟ້າແກ່ບັນດາປະເທດໃນພາກພື້ນ
ນັບມື້ສູງຂຶ້ນເປັນກ້າວໆ.ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ປະສົບຜົນສຳເລັດຕາມແຜນວາງໄວ້ ຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ວາງວິໃສທັດຮອດປີ 2030 ຍຸດທະສາດ 2025 ແລະ ແຜນພັດທະນາພະລັງງານ-ບໍ່ແຮ່ 5 ປີ (2016-2020) ໂດຍໃນປັດຈຸບັນ ກຳລັງສຸມໃສ່ພັດທະນາແຫຼ່ງຜະລິດໄຟຟ້າ ຈຳນວນ 48 ໂຄງການ ໃນຂອບເຂດທົ່ວປະເທດ ມີກຳລັງການຕິດຕັ້ງປະມານ 5.000 ເມກາວັດ ສາມາດຜະລິດພະລັງງານໄຟຟ້າໄດ້ປະມານ 27.000 ກິໂລວັດໂມງ/ປີ ໃນນັ້ນ ມີພະລັງງານໄຟຟ້ານ້ຳຕົກ 43 ໂຄງການ ໂຮງງານໄຟຟ້າຄວາມຮ້ອນຖ່ານຫີນ 3 ໂຄງການ ແລະ ໂຮງງານຜະລິດໄຟຟ້າແສງຕາເວັນ ແລະ ລົມອີກ 2 ໂຄງການ ຖ້າບັນດາໂຄງການດັ່ງກ່າວສຳເລັດພາຍໃນປີ 2020 ສປປ ລາວ ຈະມີແຫຼ່ງຜະລິດໄຟຟ້າສູງເຖິງ 90 ແຫ່ງ ມີກຳລັງການຕິດຕັ້ງປະມານ 10.000 ເມກາວັດ ສາມາດຜະລິດພະລັງງານໄດ້ກວ່າ 60.000 ກິໂລວັດໂມງ/ປີ. (ຫນັງສືພິມວຽງຈັນໃຫ່ມ)
ໃນປີ 2020 ຈະມີແຫຼ່ງຜະລິດໄຟຟ້າເຖິງ 90 ແຫ່ງ
Reviewed by makarow
on
7:54:00 PM
Rating:

