ຂ່າວດ່ວນ

ຂ່າວອື່ນໆ

random

ທະນາຄານໂລກ ໃຫ້ເງິນກູ້ປັບປຸງເສັ້ນທາງ


ທະນາຄານໂລກ ໃຫ້ເງິນກູ້ປັບປຸງເສັ້ນທາງ ທະນາຄານ​ໂລກ ໃຫ້​ເງິນ​ກູ້ຢືມ​ດອກ​ເບ້ຍ​ຕ່ຳ ມູນ​ຄ່າ 25 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 200 ຕື້​ກີບ ແກ່​ລັດຖະບານ​ລາວ ເພື່ອ​ສືບຕໍ່​ສ້າງ​ຄວາມ​ເຂັ້ມແຂງໃຫ້​ລະບົບ​ບຳລຸງ​ຮັກສາ​ທາງ ແລະ ປັບປຸງ​ການ​ເຊື່ອມ​ຕໍ່​ຂອງລະບົບ​ເສັ້ນທາງ​ທົ່ວ​ປະເທດ ພິທີລົງ​ນາມ​ໄດ້​ມີ​ຂຶ້ນ​ວັນ​ທີ 7 ກຸມພາ 2017 ທີ່​ກະຊວງ​ການ​ເງິນ ໂດຍທ່ານ​ນາງ ທິບ​ພະ​ກອນ ຈັນທະວົງສາ ຮອງ​ລັດຖະມົນຕີ​ກະຊວງການ​ເງິນ ແລະ ທ່ານ ອູ​ລິກ ຊະຄາວ ຜູ້ອຳນວຍການ​ທະນາຄານໂລກ ປະຈຳ​ປະເທດ​ໃນ​ພາກ​ພື້ນອາຊີ​ຕາເວັນ​ອອກສຽງ​ໃຕ້ ໂດຍຊ້ອງ​ໜ້າ​ຮອງ​ລັດຖະມົນຕີ​ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ພະນັກງານ​ທີ່​ກ່ຽວຂ້ອງ.
ໂຄງການ​ທາງ​ໄລຍະ II ນີ້ ຈະ​ໄດ້​ຈັດ​ຕັ້ງ​ປະຕິບັດ​ບຳລຸງ​ຮັກສາ​ເສັ້ນທາງໃນ 6 ແຂວງ​ ທີ່​ມີຄວາມ​ສ່ຽງ​ສູງ​ຕໍ່​ຜົນ​ກະທົບ​ຈາກນ້ຳ​ຖ້ວມ ດິນ​ເຈື່ອນ ແລະ ໄພ​ພິບັດ​ທຳ​ມະ​ຊາດ​ອື່ນໆ ເຊັ່ນ: ແຂວງ​ຜົ້ງ​ສາລີ ຫົວພັນ ອຸດົມ​ໄຊ ຊຽງ​ຂວາງ ໄຊ​ຍະ​ບູ​ລີ ແລະ ແຂວງ​ບໍ​ລິ​ຄຳ​ໄຊ ການ​ຊ່ວຍເຫຼືອດັ່ງກ່າວ ຈະ​ຊ່ວຍ​ຮັບປະກັນ​ການເຂົ້າ​ເຖິງການ​ບໍລິການ​ທີ່​ເປັນ​ພື້ນຖານ ແລະ ຈະ​ຊ່ວຍ​ເຮັດ​ໃຫ້​ປະຊາ​ຊົນ​ໃນ​ເຂດ​ຊົນນະບົດ ​ໄດ້​ຮັບຜົນ​ປະໂຫຍດ​ຈາກ​ການ​ມີ​ເສັ້ນທາງ​ທີ່​ສາມາດ​ໃຊ້​ໄດ້​ຕະຫຼອດ​ປີ.
ທະນາຄານໂລກ ໃຫ້ເງິນກູ້ປັບປຸງເສັ້ນທາງ Reviewed by makarow on 7:52:00 PM Rating: 5

Contact Form

Name

Email *

Message *

Powered by Blogger.