ຫາລືແກ້ໄຂພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງ
ກອງປະຊຸມໄດ້ປຶກສາຫາລື ວິທີການດຳເນີນແກ້ໄຂພາຫະນະຈຳນວນໜຶ່ງ ທີ່ຜູ້ປະກອບການບໍລິສັດ ຫຼື ບຸກຄົນທີ່ນຳເຂົ້າມີຈຸດປະສົງເພື່ອສົ່ງອອກຕໍ່ ຫຼື ຈຳໜ່າຍພາຍໃນ ໃຫ້ຮີບຮ້ອນເຂົ້າມາພົວພັນກັບຄະນະກຳມະການຜູ້ທີ່ຮັບຜິດຊອບວຽກງານດັ່ງກ່າວ ເພື່ອປຶກສາຫາລືແກ້ໄຂໃນແຕ່ລະກໍລະນີ ທີ່ນຳເຂົ້າເກີນກຳນົດເວລາທີ່ກົດໝາຍພາສີກຳນົດໄວ້ ເຊິ່ງມີລາຍລະອຽດດັ່ງນີ້: ສຳລັບບັນຊີພາຫະນະຄ້າງສາງແຕ່ປີ 2012-2015 ມີ 40 ກວ່າຄັນ ແລະ ບັນຊີຄ້າງສາງກາຍ 4 ເດືອນ ມີ 100 ກວ່າຄັນ ສ່ວນລາຍລະອຽດຂອງປະເພດລົດແມ່ນໃຫ້ບຸກຄົນ ຫຼື ບັນດາບໍລິສັດຕ່າງໆ ປະສານກັບຄະນະຮັບຜິດຊອບວຽກງານລົງກວດກາເບິ່ງຕົວຈິງ ຢູ່ສາງສິນຄ້າຜ່ານແດນ (C-Y). (ຫນັງສືພິມວຽງຈັນໃຫ່ມ)
ຫາລືແກ້ໄຂພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງ
Reviewed by makarow
on
7:51:00 PM
Rating:

