ທຄຕລ ແລະ ບໍລິສັດ ກຸງສີ ຮ່ວມມືກັນບໍລິການເຊົ່າສິນເຊື່ອ
ວັນທີ
6 ກຸມພາ 2017 ທີ່ສຳນັກງານໃຫຍ່ ທຄຕລ ທະນາຄານການຄ້າຕ່າງປະເທດລາວ
ມະຫາຊົນ (ທຄຕລ) ແລະ ບໍລິສັດ ກຸງສີ ບໍລິການເຊົ່າສິນເຊື່ອ ຈຳກັດ
ໄດ້ຈັດພິທີລົງນາມການຮ່ວມມືບໍລິການເຊົ່າສິນເຊື່ອຈຳກັດ
ວ່າດ້ວຍການບໍລິການຊຳລະຄ່າບໍລິການຕ່າງໆຜ່ານ (ທຄຕລ) ໂດຍທ່ານ ພັນຊະນະ
ຄຸນນຸວົງ ຮອງຜູ້ອຳນວຍການ (ທຄຕລ) ແລະ ທ່ານ ຊັດຊະວານ
ເພີ່ມສຸກຈາຣຸຊັບ ກຳມະການຜູ້ຈັດການໃຫຍ່ ບໍລິສັດ ກຸງສີ
ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳສຸກ ສູນດາລາ ຮອງປະທານສະພາບໍລິຫານ ທຄຕລ
ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ.ການຮ່ວມມືກັນບໍລິການເຊົ່າສິນເຊື່ອຈຳກັດໃນຄັ້ງນີ້ ແມ່ນເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າ ບໍລິສັດ ກຸງສີ ບໍລິການເຊົ່າສິນເຊື່ອ ເພື່ອສາມາດຊຳລະຄ່າຜ່ອນສິນຄ້າຜ່ານຊ່ອງທາງຕ່າງໆຂອງ ທຄຕລ ເຊັ່ນ: ຜ່ານຊ່ອງທາງເຄົາເຕີ້ ຜ່ານຊ່ອງທາງ BCEL One ຜ່ານຊ່ອງທາງ I-BANK ແລະ ຜ່ານຊ່ອງທາງ ATM ນອກນີ້ ລູກຄ້າຍັງສາມາດເລືອກບໍລິການຕັ້ງການຊຳລະເງິນແບບອັດຕະໂນມັດ (Auto-Payment) ເຊິ່ງ Auto-Payment ເປັນບໍລິການຕັດເງິນຈາກບັນຊີຂອງລູກຄ້າຂອງບໍລິສັດ ທີ່ມີບັນຊີຢູ່ທະນາຄານການຄ້າຕ່າງປະເທດລາວ ເຂົ້າບັນຊີບໍລິສັດ ເພື່ອຊຳລະຄ່າບໍລິການຕ່າງໆຕາມການຕົກລົງເຫັນດີລະຫວ່າງລູກຄ້າ ແລະ ບໍລິສັດ ໂດຍລູກຄ້າບໍ່ຈຳເປັນຕ້ອງເດີນທາງເຂົ້າມາດຳເນີນທຸລະກຳຢູ່ທະນາຄານ ຫຼື ເດີນທາງໄປຊຳລະເງິນໃຫ້ບໍລິສັດ.
ທ່ານ ພັນຊະນະ ຄຸນນຸວົງ ຮອງຜູ້ອຳນວຍການ (ທຄຕລ) ກ່າວວ່າ: “ການຮ່ວມມືໃນຄັ້ງນີ້ ຖືວ່າເປັນຂີດໝາຍອັນສຳຄັນຕໍ່ ທຄຕລ ໃນການເພີ່ມຫຼາຍດ້ານຊ່ອງທາງບໍລິການໃຫ້ແກ່ລູກຄ້າ ທັງເບື້ອງ ທຄຕລ ແລະ ລູກຄ້າຂອງທາງບໍລິສັດ”.
ບໍລິການຊຳລະຄ່າສາທາລະນຸປະໂພກ ຫຼື Bill Payment ຜ່ານລະບົບທະນາຄານ ແມ່ນເປັນການບໍລິການທີ່ໄດ້ຮັບການຕອບຮັບເປັນຢ່າງດີຈາກສັງຄົມ ໃນປັດຈຸບັນ ທຄຕລ ໄດ້ເລີ່ມຕົ້ນໃຫ້ບໍລິການ Bill Payment ທຳອິດ ໃນປີ 2009 ຈາກນັ້ນ ທຄຕລ ກໍ່ໄດ້ມີການພັດທະນາຊ່ອງທາງການຊຳລະໃຫ້ຫຼາຍຂຶ້ນ ແລະ ມີການນຳໃຊ້ຊ່ອງທາງຊຳລະແບບ Online ໂດຍສະເພາະແມ່ນຊຳລະຜ່ານ Application BCEL One ຜ່ານໂທລະສັບມືຖື ຊຶ່ງນັບມື້ໄດ້ຮັບຄວາມນິຍົມຈາກລູກຄ້າ.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໃນນາມທີ່ເປັນທະນາຄານທຸລະກິດໃນແຖວໜ້າຂອງ ສປປ ລາວ ປັດຈຸບັນມີ 19 ສາຂາ 80 ໜ່ວຍບໍລິການ ພ້ອມດ້ວຍມີການນຳໃຊ້ເຕັກໂນໂລຊີເຂົ້າໃນການບໍລິການໃຫ້ມີຄວາມທັນສະໄໝ ໃນປີ 2017 ທຄຕລ ມີແຜນຂະຫຍາຍສາຂາໃໝ່ 1 ສາຂາ ແລະ ຂະຫຍາຍໜ່ວຍບໍລິການທັງໝົດ 13 ໜ່ວຍບໍລິການ ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າຢູ່ໃນເຂດຕ່າງໆ ໃຫ້ສາມາດເຂົ້າເຖິງການບໍລິການຂອງທະນາຄານໄດ້ດີຍິ່ງຂຶ້ນ. (ຫນັງສືພິມວຽງຈັນໃຫ່ມ)
ທຄຕລ ແລະ ບໍລິສັດ ກຸງສີ ຮ່ວມມືກັນບໍລິການເຊົ່າສິນເຊື່ອ
Reviewed by makarow
on
7:50:00 PM
Rating:

