ຂ່າວດ່ວນ

ຂ່າວອື່ນໆ

random

ຄວນສ້າງເງື່ອນໄຂໃຫ້ສື່ມວນຊົນເຂົ້າຮ່ວມວຽກງານຕິດຕາມກວດກາຫລາຍຂຶ້ນ


ພາບປະກອບ
          ນັບແຕ່ມີການກຳເນີດເກີດຂຶ້ນຂອງສື່ມວນຊົນລາວພັກ ແລະ ລັດຖະບານໄດ້ຖືສື່ມວນຊົນຄືນັກຮົບທາງດ້ານການເມືອງແນວຄິດ ແລະ ຄຽງຄູ່ກັນນັ້ນ ກໍເປັນຜູ້ຕິດຕາມກວດສອບການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກລະບຽບກົດໝາຍຂອງລັດມາແຕ່ລະໄລຍະ ເຊິ່ງວຽກງານກວດກາເປັນໜຶ່ງໃນພາລະບົດບາດຂອງການນຳພາ. ໝາຍວ່າມີການນຳພາຕ້ອງມີການກວດກາ ແລະ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການທີ່ນັບມື້ສູງຂຶ້ນໃນການພັດທະນາເສດຖະກິດ-ສັງຄົມ
ໂດຍສະເພາະຜັນຂະຫຍາຍມະຕິກອງປະຊຸມຄັ້ງທີ X ຂອງພັກກົດລະບຽບພັກສະໄໝທີ ກ່ຽວກັບວຽກງານກວດກາ ແລະ ເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ III ໃຫ້ເປັນອັນລະອຽດ ກໍຄືປະຕິບັດກົດໝາຍກວດກາລັດກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫລວງກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກໃຫ້ດີຂຶ້ນ ແລະ ມີຄວາມເຂັ້ມງວດ. ສະນັ້ນ ເຫັນວ່າສື່ມວນຊົນຕ້ອງເພີ່ມທະວີບົດບາດ ແລະ ສ້າງເງື່ອນໄຂ ເພື່ອໃຫ້ສາມາດຕິດຕາມກວດກາສະກັດກັ້ນສິ່ງຫຍໍ້ທໍ້ຕ່າງໆຫລາຍຂຶ້ນ.
           ຕາມການລາຍງານຂອງຄະນະຈັດຕັ້ງສູນກາງພັກ ໃຫ້ຮູ້ວ່າ: ນັບແຕ່ມື້ສ້າງຕັ້ງອົງການກວດ ກາພັກ-ລັດແຕ່ປີ 1982 ເປັນຕົ້ນມາອົງການດັ່ງກ່າວໄດ້ມີຄວາມພະຍາຍາມເຄື່ອນໄຫວປະຕິບັດພາລະບົດບາດຂອງຕົນເຊັ່ນ: ໃນປີ 1986-1991 ໄດ້ກວດກາທັງໝົດ 23 ອົງຄະນະພັກເມືອງ7.971 ເທື່ອໜ່ວຍພັກມີສະມາຊິກໄດ້ຮັບການກວດກາ 20.108 ສະຫາຍມີຜູ້ກະທຳຜິດຕໍ່ລະບຽບພັກ 197 ສະຫາຍ ແລະ ດ້ານເສດຖະກິດໄດ້ກວດກາຈຳນວນ 382 ການຈັດຕັ້ງຮາກຖານການຜະລິດປີ 1991-1996 ໄດ້ກວດກາທັງໝົດ 23 ອົງຄະນະພັກ7.971 ໜ່ວຍພັກມີສະມາຊິກຮັບການກວດກາ 85.982 ສະຫາຍໄດ້ກວດກາການສໍ້ລາດບັງຫລວງຢູ່ 360 ການຈັດຕັ້ງບໍລິຫານຫົວໜ່ວຍທຸລະກິດ-ວິສາຫະກິດ ແລະ ກົມກອງໃນກຳລັງປະກອບອາວຸດ ເຫັນວ່າມີງົບປະມານຮົ່ວໄຫລຫລາຍກວ່າ 32 ຕື້ກີບເກັບກູ້ຄືນໄດ້ 20 ກວ່າຕື້ກີບ ແລະ ປະຕິບັດວິໄນຕໍ່ຜູ້ກະທຳຜິດທັງໝົດ 960 ຄົນ. ແຕ່ປີ 1996-2001 ໄດ້ດຳເນີນການກວດກາຈຳນວນ 2.864 ໜ່ວຍພັກ ແລະ ກວດກາການສໍ້ລາດບັງຫລວງຈຳນວນ 174 ເປົ້າໝາຍແຕ່ປີ 2001-2006 ໄດ້ກວດກາ 1 ພັນກວ່າໜ່ວຍພັກມີສະມາຊິກພັກຖືກປະຕິບັດວິໄນ 330 ສະຫາຍພົບເຫັນຜົນເສຍຫາຍທີ່ເກີດຈາກການນຳເຂົ້າລົດຂຸດຄົ້ນໄມ້ໂຄງການຊົນລະປະທານການເຄື່ອນໄຫວທຸລະກິດຂອງລັດຫລາຍກວ່າ 472 ຕື້ກີບ62 ລ້ານບາດ (ສະກຸນເງິນໄທ) ແລະ 21,8 ລ້ານກວ່າໂດລາສະຫະລັດ. ແຕ່ປີ 2006-2011 ໄດ້ກວດກາ 18.208 ໜ່ວຍພັກມີສະມາຊິກພັກໄດ້ຮັບການກວດກາ 197 ພັນກວ່າສະຫາຍໃນນັ້ນປະຕິບັດວິໄນຂັ້ນຕຳນິຕິຕຽນ 1 ໜ່ວຍພັກກ່າວເຕືອນ 4 ໜ່ວຍພັກ ແລະ 1 ຄະນະພັກເມືອງ,ຍຸບການຈັດຕັ້ງ 4 ຮາກຖານພັກມີສະມາຊິກພັກຖືກວິໄນ 597 ສະຫາຍມີຜົນເສຍຫາຍຫລາຍກວ່າ 463 ຕື້ກີບ765 ພັນກວ່າໂດລາສະຫະລັດ ແລະ ແຕ່ປີ 2011-2016 ສາມາດກວດກາໄດ້ 734 ເປົ້າໝາຍພົບເຫັນການເສຍຫາຍ 4.145 ຕື້ກວ່າກີບ70 ລ້ານກວ່າໂດລາສະຫະລັດ36 ລ້ານກວ່າບາດ ແລະ 539 ພັນຢວນ (ສະກຸນເງິນຈີນ)ພົບເຫັນການຂຸດຄົ້ນໄມ້ ແລະ ຂາຍໄມ້ບໍ່ຖືກຕ້ອງ 303 ພັນກວ່າແມັດກ້ອນ.

          ແຕ່ເພື່ອຢາກເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນສູງຂຶ້ນ ແລະ ມີຄວາມໂປ່ງໃສຈິ່ງເຫັນສົມຄວນວ່າກຳລັງສື່ມວນຊົນຈະຕ້ອງໄດ້ເຂົ້າຮ່ວມໃຫ້ຫລາຍຂຶ້ນກວ່າເກົ່າ ເພື່ອເປັນຫູເປັນຕາຊ່ວຍອົງການກວດກາເຮັດວຽກງານຂອງຕົນໄດ້ດີຂຶ້ນ. (ລາວພັດທະນາ)
ຄວນສ້າງເງື່ອນໄຂໃຫ້ສື່ມວນຊົນເຂົ້າຮ່ວມວຽກງານຕິດຕາມກວດກາຫລາຍຂຶ້ນ Reviewed by makarow on 2:55:00 AM Rating: 5

Contact Form

Name

Email *

Message *

Powered by Blogger.