ຂ່າວດ່ວນ

ຂ່າວອື່ນໆ

random

ບັນຍາກາດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 8 ຕອນເຊົ້າວັນທີ 09/05/2017 ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ


ບັນຍາກາດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 8 ຕອນເຊົ້າວັນທີ 09/05/2017 ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ. ກອງປະຊຸມໄດ້ຮັບຟັງບົດລາຍງານກ່ຽວ ກັບການປັບປຸງກົດໝາຍວ່າດ້ວຍໄຟຟ້າສະບັບປັບປຸງໃໝ່ຄັ້ງທີ 3 ຈາກ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.

 ກົດໝາຍວ່າດ້ວຍໄຟຟ້າສະບັບປັບປຸງໃໝ່ ໄດ້ມີການປັບປຸງຈາກກົດໝາຍສະບັບເດີມ ທີ່ມີ 11 ໝວດ ມາເປັນ 13 ພາກ (ປ່ຽນຈາກໝວດເປັນພາກ), ເພີ່ມໃໝ່ 2 ພາກ, ຈາກ 81 ມາດຕາມາເປັນ 113 ມາດຕາ. ຈຸດປະສົງຕົ້ນຕໍໃນການປັບປຸງ ເນື້ອໃນກົດໝາຍ ກໍ່ເພື່ອເພີ່ມລະບຽບການເພື່ອຄຸ້ມຄອງການພັດທະນາໂຄງການການຜະລິດໄຟຟ້າສະເພາະຂອງເອກະ ຊົນ ( IPP ) ແລະ ໂຄງການກໍ່ສ້າງເຂື່ອນ, ສາຍສົ່ງໄຟຟ້າທີ່ລົງທຶນໂດຍພາກລັດ ແລະ ເອກະຊົນ ເພື່ອຮັບປະກັນປະສິດ ທິພາບ, ປະສິດທິຜົນ, ຄວາມປອໄພ ແລະ ຜົນປະໂຫຍດຂອງລັດ ແລະ ປະຊາຊົນ, ລວມທັງການກຳນົດກົນໄກການ ອະນຸມັດໂຄງການໄຟຟ້າທີ່ໂປ່ງໃສ, ເປີດເຜີຍ ແລະ ມີການແຂ່ງຂັນໂດຍເພີ່ມສິດອຳນາດໃຫ້ກັບສະພາແຫ່ງຊາດ.
 ເພີ່ມຄວາມຊັດເຈນ ກ່ຽວກັບ ພາລະບົດບາດຂອງຂະແໜງການ ເພື່ອຮັບປະກັນຄວາມເປັນເຈົ້າການໃນການ ຮັບຜິດຊອບຕໍ່ຜົນງານ ແລະ ບັນຫາຕ່າງໆຂອງໂຄງການໄຟຟ້າ, ຄຽງຄູ່ກັບການກຳນົດຂອດການປະສານງານລະ ຫວ່າງຂະແໜງການດ້ວຍກັນ, ສູນກາງ ແລະ ທ້ອງຖີ່ນ ໃຫ້ມີຄວາມຈະແຈ້ງ.

 ສ້າງລະບຽບການໃຫ້ມີການວາງແຜນການພັດທະນາພະລັງງານໄຟຟ້າ ຄຽງຄູ່ກັບວຽກງານຂອງຂະແໜງການ ອື່ນຢ່າງກົມກຽວກັນ, ຮັບປະກັນການພັດທະນາຢ່າງສົມຄູ່ກັບຄວາມຕ້ອງການຕົວຈິງ, ເປັນມິດກັບສີ່ງແວດລ້ອມ ກໍ່ຄື ການຫຼີກລ້ຽງບໍ່ພັດທະນາໂຄງການ ໃນເຂດປ່າສະຫງວນ ແລະ ປ່າປ້ອງກັນ ແລະ ຫຼີກລ້ຽງການລົງທຶນທີ່ບໍ່ຈຳເປັນ.
 ສ້າງນະໂຍບາຍທາງດ້ານລາຄາໄຟຟ້າ ເພື່ຶອການສົ່ງເສີມການຊົມໃຊ້ໄຟຟ້າເຂົ້າໃນການແກ້ໄຂບັນຫາການດຳລົງ ຊີວິດປະຈຳວັນ ເປັນຕົ້ນແມ່ນປະຊາຊົນເຂດທຸກຍາກຫ່າງໄກສອກຫຼີກ ແລະ ຈຸລະວິສະຫະກິດ, ວິສາຫະກິດຂະໜາດ ນ້ອຍ ແລະ ຂະໜາດການຕ່າງໆ.

 ສ້າງກົນໄກການກຳນົດ ແລະ ການຮັບຮອງລາຄາໄຟຟ້າໃຫ້ມີຄວາມເປັນທຳ, ໂປ່ງໃສ, ເປີດເຜີຍ ແລະ ມີສ່ວນ ຮ່ວມຂອງຕົວແທນປະຊາຊົນຜູ້ຊົມໃຊ້ໄຟຟ້າຫຼາຍຂື້ນ, ເອົາໃຈໃສ່ພັນທະຂອງຜູ້ຈຳໜ່າຍໄຟຟ້າ ແລະ ເພີ່ມກົນໄກການ ຄຸ້ມຄອງ ແລະ ການກວດກາຄວາມປອດໄພ ຂອງຜູ້ຊົມໃຊ້ໄຟຟ້າ.

 ຈັດວາງການແບ່ງຂັ້ນຄຸ້ມຄອງລະຫວ່າງ ສູນກາງ ແລະ ທ້ອງຖີ່ນຄືນ ໃຫ້ເທດເໝາະກັບສະພາບຕົວຈິງ ແລະ ຈຳກັດການພັດທະນາໂຄງການຂະໜາດນ້ອຍທີ່ມີປະສິດຕິຜົນຕໍ່າ.
ພາບຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດ
ບັນຍາກາດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 8 ຕອນເຊົ້າວັນທີ 09/05/2017 ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ Reviewed by makarow on 9:58:00 PM Rating: 5

Contact Form

Name

Email *

Message *

Powered by Blogger.