ເຈົ້າໜ້າທີ່ພາສີ ທຳລາຍສານເຄມີ 700 ກວ່າກິໂລ ເຊິ່ງເປັນສານຕັ້ງຕົ້ນ ສາມາດຜະລິດເປັນຢາກະຕຸ້ນທາງເພດ ຜະລິດເປັນຢາເສບຕິດ ເປັນອັນຕະລາຍຕໍ່ສຸຂະພາບ
ເຈົ້າໜ້າທີ່ພາສີ
ພະແນກຄຸ້ມຄອງກວດກາພາສີ ແລະ ຕ້ານການຄ້າຂາຍເຖື່ອນ ກົມພາສີ
ກະຊວງການເງິນສົມທົບກັບກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ
ໄດ້ຈັດທຳລາຍສານເຄມີ ລວມນ້ຳໝັກ 720 ກິໂລ
ທີ່ຢຶດໄດ້ຈາກກຸ່ມຄົນບໍ່ດີລັກລອບນຳເຂົ້າມາ ສປປ ລາວ ປີ 2006.ທ່ານ ສົມບູນ ສຸກສະຫວັດ ຮອງຫົວໜ້າພະແນກຄຸ້ມຄອງກວດກາພາສີ ແລະ ຕ້ານການຄ້າຂາຍເຖື່ອນ ກົມພາສີ ເປີດເຜີຍວ່າ: ສານເຄມີ (ປະເພດຝຸ່ນ) ທີ່ນຳມາທຳລາຍຄັ້ງນີ້ ມີນ້ຳໜັກ 720 ກິໂລ ທີ່ເຈົ້າໜ້າທີ່ພາສີຢຶດໄດ້ຈາກການລັກລອບນຳເຂົ້າຂອງກຸ່ມຄົນບໍ່ດີ ໃນປີ 2006 ການທຳລາຍຄັ້ງນີ້ເປັນຄັ້ງທຳອິດຂອງກົມພາສີ ເຊິ່ງໃນໄລຍະຜ່ານມາ ກໍ່ໄດ້ເອົາໃຈໃສ່ໃນການປະຕິບັດວຽກງານ ໂດຍສະເພາະ ການຕ້ານ ແລະ ສະກັດກັ້ນຕ້ານການລັກລອບສິນຄ້າໜີພາສີ ເຂັ້ມງວດໃນການປະຕິບັດກົດໝາຍວ່າດ້ວຍພາສີ ພ້ອມທັງໄດ້ປະສານສົມທົບກັບບັນດາປະເທດໃກ້ຄຽງ ທີ່ມີຊາຍແດນຕິດຈອດ ທັງນີ້ ເພື່ອໃຫ້ວຽກງານຕ້ານການລັກລອບນຳເຂົ້ານັບມື້ໝົດໄປ.
ທ່ານ ສົມພອນ ຄຳພັນວົງ ຫົວໜ້າໜ່ວຍງານຄຸ້ມຄອງເຄມີ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ຍັງໃຫ້ຮູ້ວ່າ: ສານເຄມີ (ປະເພດຝຸ່ນ) ທີ່ເຈົ້າໜ້າທີ່ພາສີຢຶດໄດ້ຈາກກຸ່ມຄົນບໍ່ດີ ມີນ້ຳໜັກ 720 ກິໂລ ເຊິ່ງເປັນສານຕັ້ງຕົ້ນ ສາມາດຜະລິດເປັນຢາກະຕຸ້ນທາງເພດ ຜະລິດເປັນຢາເສບຕິດ ເປັນອັນຕະລາຍຕໍ່ສຸຂະພາບ ຖ້າຫາກວ່າສານດັ່ງກ່າວຫຼຸດພົ້ນຈາກການສະກັດກັ້ນຂອງເຈົ້າໜ້າທີ່ ຈະເປັນອັນຕະລາຍ ຖ້າຫາກນຳໄປຜະລິດເປັນຢ່າງອື່ນໆຈະມີມູນຄ່າມະຫາສານ.
ພິທີທຳລາຍສານເຄມີດັ່ງກ່າວຈັດຂຶ້ນວັນທີ 5 ພຶດສະພາ 2017 ທີ່ສະໜາມບຳບັດຂີ້ເຫຍື້ອ ຫຼັກ 32 ນະຄອນຫຼວງວຽງຈັນ ເຂົ້າຮ່ວມມີຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ. (ຫນັງສືພິມ ວຽງຈັນໃຫ່ມ)
ເຈົ້າໜ້າທີ່ພາສີ ທຳລາຍສານເຄມີ 700 ກວ່າກິໂລ ເຊິ່ງເປັນສານຕັ້ງຕົ້ນ ສາມາດຜະລິດເປັນຢາກະຕຸ້ນທາງເພດ ຜະລິດເປັນຢາເສບຕິດ ເປັນອັນຕະລາຍຕໍ່ສຸຂະພາບ
Reviewed by makarow
on
9:34:00 PM
Rating:

