ຂ່າວດ່ວນ

ຂ່າວອື່ນໆ

random

ໄຟໄໝ້ຕະຫລາດເຂດດົງໂດກເສຍຫາຍຫລາຍກວ່າ 370 ຕື້ກີບ


          ຮອງຫົວໜ້າພະແນກມອດໄຟນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເຫດໄຟໄໝ້ຕະຫລາດວິທະຍາເຂດດົງໂດກ, ເມືອງໄຊທານີ ນະຄອນຫລວງວຽງຈັນ ເມື່ອຮຸ່ງເຊົ້າຂອງວັນທີ 6 ພຶດສະພາຜ່ານມານີ້, ມີມູນຄ່າເສຍຫາຍຫລາຍກວ່າ 370 ຕື້ກີບ, ສົ່ງຜົນໃຫ້ 158 ຮ້ານ ແລະ 15 ໂຕະຖືກໄຟໄໝ້ໝົດກ້ຽງ, ສ່ວນ ສາເຫດຍັງຢູ່ໃນການສືບສວນ-ສອບສວນຂອງເຈົ້າໜ້າທີ່, ອັນເປັນອຸທາຫອນ ເຕືອນໃຫ້ພວກເຮົາຈົ່ງມີສະຕິລະວັງຕົວໃຫ້ສູງໃນການນຳໃຊ້ຟືນໄຟ, ໂດຍສະ ເພາະແມ່ນໄລຍະເວລາທີ່ມີອາກາດຮ້ອນອົບເອົ້າແບບນີ້ ອາດມີຄວາມສ່ຽງກໍ ໃຫ້ເກີດອັກຄີໄພໄດ້ງ່າຍ.
ໄຟໄໝ້ຕະຫລາດເຂດດົງໂດກເສຍຫາຍຫລາຍກວ່າ 370 ຕື້ກີບ Reviewed by makarow on 8:28:00 PM Rating: 5

Contact Form

Name

Email *

Message *

Powered by Blogger.