ຂ່າວດ່ວນ

ຂ່າວອື່ນໆ

random

ສຶກສາຄວາມເປັນໄປໄດ້ ການຄຸ້ມຄອງເຮັດທຸລະກຳແບບທັນສະໄໝ

ສຶກສາຄວາມເປັນໄປໄດ້ ການຄຸ້ມຄອງເຮັດທຸລະກຳແບບທັນສະໄໝ ກົມ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ກະຊວງ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ມີ​ພາລະ​ບົດບາດ-ໜ້າທີ່​ໃນ​ການ​ຄຸ້ມ​ຄອງ​ມະຫາພາກ ຄົ້ນຄວ້າ ພັດທະນາ ເຜີຍແຜ່​ຂ່າວສານ ແລະ ສົ່ງເສີມ​ໃຫ້ມີ​ການ​ນຳ​ໃຊ້​ລະບົບ​ໄອ​ທີ​ຢ່າງ​ຖືກຕ້ອງ ແລະ ມີ​ຄວາມ​ປອດ​ໄພ​ສູງ ສະເພາະ​ແມ່ນ​ການ​ບໍລິການ ສູນຫ້ອງ​ສະໝຸດ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ກະຊວງ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ໄດ້​ຕົກລົງ​ເຫັນ​ດີ​ໃຫ້​ກົມ​ເຕັກ​ໂນ​ໂລ​ຊີ​ຂໍ້ມູນ​ຂ່າວສານ​ ເຊັນ​ບົດ​ບັນທຶກຄວາມ​ເຂົ້າໃຈ​ຮ່ວມ​ກັບ​ບໍລິສັດ Gold Dragon Investment Group ປະເທດ​ກຳປູເຈຍ ເພື່ອສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງການ​ສ້າງ ແລະ ພັດທະນາ​ລະບົບ​ຫ້ອງ​ສະໝຸດ ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ​ແບບ​ທັນ​ສະໄໝ ແລະ ໂຄງການ​ສ້າງ-ພັດທະ​ນາ​ລະບົບ​ຄຸ້ມ​ຄອງ​ການ​ເຮັດ​ທຸລະກຳ​ທາງ​ເອ​ເລັກ​ໂຕຣ​ນິກ​ແບບທັນ​ສະໄໝ.
ພິທີ​ເຊັນ​ບົດ​ບັນທຶກ​ຄວາມເຂົ້າໃຈ​ລະຫວ່າງ​ກະຊວງ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ກັບບໍ​ລິສັດ Gold Dragon Investment Group ປະເທດ​ກຳປູເຈຍ ຈັດຂຶ້ນ​ວັນ​ທີ 3 ພຶດສະພາ 2017 ທີ່ກະຊວງ​ດັ່ງກ່າວ ຕາງໜ້າ​ລົງນາມ​ຂອງ​ທ່ານ ຄຳ​ແຜ່ວ ຫອມລັດສະໝີ ກັບ​ທ່ານ ສຸລິຍາ ແສງດາລາ​ວົງ ຮອງ​ຫົວໜ້າ​ກົມ​ເຕັກໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ແລະ ທ່ານ Andrew Yang ປະທານບໍລິສັດ Gold Dragon Investment Group ໂດຍ​ມີທ່ານ ບໍ່​ວຽງ​ຄຳ ວົງ​ດາລາ ລັດຖະ​ມົນຕີ​ກະຊວງ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ພ້ອມ​ດ້ວຍພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ. (ຫນັງສືພິມວຽງຈັນໃຫ່ມ)
ສຶກສາຄວາມເປັນໄປໄດ້ ການຄຸ້ມຄອງເຮັດທຸລະກຳແບບທັນສະໄໝ Reviewed by makarow on 6:25:00 PM Rating: 5

Contact Form

Name

Email *

Message *

Powered by Blogger.