ນາໂຕຫວັງຟື້ນຟູການເຈລະຈາກັບຣັດເຊຍ
ຕາມຂ່າວຕ່າງປະເທດ: ວັນທີ 7 ພຶດສະພານີ້ຕາມເວລາຣັດເຊຍ,ທ່ານລັຟລົບ ລັດຖະມົນຕີກະຊວງການຕ່າງປະເທດ ຣັດເຊຍກ່າວວ່າ, ນາໂຕຫວັງຟື້ນຟູການເຈລະຈາກັບປະເທດຕົນແລະປະເທດຕົນກໍກຽມພ້ອມສະເໝີແລ້ວ.
ທ່ານກ່າວຕື່ມວ່າ,ແນວໃດກໍດີ ການທີ່ຈະດຳເນີນການເຈລະຈານັ້ນຕ້ອງຢູ່ບົນພື້ນຖານຄວາມສະເໝີພາບແລະເຄົາລົບຜົນປະໂຫຍດເຊິ່ງກັນແລະກັນແລະຈະເຈລະຈາພຽງແຕ່ບັນຫາທີ່ສາມາດຮ່ວມກັນຮັບເອົາໄດ້ເທົ່ານັ້ນ,ຫາກບໍ່ແມ່ນຈະຫາລືແຕ່ບັນຫາທີ່ນາໂຕຕ້ອງການແກ້ໄຂທີ່ສຸດ.
ທ່ານກ່າວຕື່ມວ່າ,ການພົວພັນລະຫວ່າງຣັດເຊຍ-ອາເມລິກາມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ສະຖຽນລະພາບແລະຄວາມໝັ້ນຄົງຂອງໂລກ,ສະນັ້ນປັດຈຸບັນຝ່າຍຕ່າງຄອງຄອຍຜູ້ນຳສອງປະເທດພົບປະກັນທັງໄດ້ຮັບຜົນທີ່ເປັນຮູບປະທຳແລະຕ້ອງການກະກຽມໃຫ້ດີເພື່ອບັນລຸການພົບປະກັນເຊິ່ງ "ຣັດເຊຍກໍພວມດຳເນີນການກະກຽມທີ່ກ່ຽວຂ້ອງ".
ນາໂຕຫວັງຟື້ນຟູການເຈລະຈາກັບຣັດເຊຍ
Reviewed by makarow
on
11:22:00 AM
Rating:
Reviewed by makarow
on
11:22:00 AM
Rating:


