ລັດເຊຍ ເລີ່ມກໍ່ສ້າງເສັ້ນທາງທໍ່ສົ່ງອາຍແກັດ ຢູ່ຕັວກກີ
ຕາມຂ່າວ ຕ່າງປະເທດ, ວັນທີ 7 ພຶດສະພາ, ກຸ່ມບໍລິສັດ ພະລັງງານຊັ້ນນຳ Gazpromຂອງລັດເຊຍ ໃຫ້ຮູ້ວ່າ: ປະເທດນີ້ ໄດ້ເລີ່ມກໍ່ສ້າງ ໂຄງການ ເສັ້ນທາງທໍ່ສົ່ງ ອາຍແກັດ ໂດຍມີຊື່ວ່າ“ການສົ່ງອາຍແກັດ ຂອງຕວັກກີ” ໃຕ້ພື້ນ ທະເລດຳ. ໂຄງການດັ່ງກ່າວ ມີຂື້ນ ຫລັງຈາກການ ພົບປະ ລະຫວ່າງທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ລັດເຊຍ ແລະ ຄູ່ຮ່ວມຕຳແໜ່ງ ຣິເຊັບຕາຢິບເອີໂດການ (Recep Tayyip Erdogan) ຕວັກກີ ໄດ້ປຶກສາຫາລືກັນກ່ຽວກັບ ການດຳເນີນ ຊຸກຍູ້ໂຄງການນີ້. ຄາດວ່າ ຈະມີກຳລັງ ການຂົນສົ່ງ ອາຍແກັດ ໃນແຕ່ລະທໍ່ ບັນລຸເຖິງ15,75 ຕື້ແມັດກ້ອນຕໍ່ປີ . ຂປລ
ລັດເຊຍ ເລີ່ມກໍ່ສ້າງເສັ້ນທາງທໍ່ສົ່ງອາຍແກັດ ຢູ່ຕັວກກີ
Reviewed by makarow
on
11:18:00 PM
Rating:

