ADB ຊ່ວຍພັດທະນາພື້ນຖານໂຄງລ່າງຊົນນະບົດ ມູນຄ່າ 36,5 ລ້ານໂດລາສະຫາລັດ ຫຼື ປະມານ 289 ຕື້ກີບ
ທະນາຄານພັດທະນາອາຊີ
(ADB) ໃຫ້ການຊ່ວຍເຫຼືອລ້າແກ່ລັດຖະບານລາວ ມູນຄ່າ 36,5
ລ້ານໂດລາສະຫາລັດ ຫຼື ປະມານ 289 ຕື້ກີບ
ເຂົ້າໃນການຈັດຕັ້ງປະຕິບັດໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ
ເຂດພາກເໜືອຂອງ ສປປ ລາວ ເຊິ່ງພິທີເຊັນຮັບເອົາການຊ່ວຍເຫຼືອຄັ້ງນີ້
ຈັດຂຶ້ນວັນທີ 16 ມິຖຸນາ 2017 ຢູ່ທີ່ກະຊວງການເງິນ
ຮ່ວມລົງນາມຂອງທ່ານນາງ ທິບພະກອນ ຈັນທະວົງສາ
ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຢາສຸຊິ ເນກິຊິ
ຜູ້ຕາງໜ້າສຳນັກງານທະນາຄານພັດທະນາອາຊີປະຈຳລາວ
ມີພະນັກງານ-ວິຊາການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.ທ່ານາງ ສີສະຫວັນ ພານຸວົງ ວິຊາການໂຄງການອາວຸໂສຂອງ ADB ປະຈຳລາວ ກ່າວວ່າ: ການຊ່ວຍເຫຼືອນີ້ ຖືເປັນທຶນເພີ່ມຕື່ມຈາກການຊ່ວຍເຫຼືອຄັ້ງຜ່ານມາ ຈຳນວນ 23 ລ້ານໂດລາສະຫາລັດ ໃນປີ 2010 ໂດຍການຈັດຕັ້ງປະຕິບັດໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ 4 ແຂວງພາກເໜືອ ເຊິ່ງປະກອບມີ: ແຂວງບໍ່ແກ້ວ ຫຼວງນ້ຳທາ ອຸດົມໄຊ ແລະ ຜົ້ງສາລີ ມີໜ້າວຽກສຳຄັນ ຄື: ການສ້າງລະບົບຊົນລະປະທານນ້ຳລິນຂະໜາດນ້ອຍ ແລະ ກາງເພີ່ມຕື່ມ 22 ແຫ່ງ ຈາກການຊ່ວຍເຫຼືອປີ 2010 ສາມາດສ້າງສຳເລັດຈຳນວນ 26 ແຫ່ງ ນຳໃຊ້ເຂົ້າໃນການເສີມສ້າງຄວາມອາດສາມາດຂອງຜູ້ຮັບຜິດຊອບການຄຸ້ມຄອງນຳໃຊ້ນ້ຳ ຍົກລະດັບຄວາມສາມາດໃຫ້ແກ່ບັນດາກຸ່ມຊາວກະສິກອນ ໃນການເຂົ້າເຖິງຕະຫຼອດ ຮັບປະກັນການຜະລິດກະສິກຳ ລວມທັງການໄດ້ຮັບສິດຄອບຄອງທີ່ດິນ ພ້ອມທັງຈັດບຸລິມະສິດຢ່າງຮັດກຸມໃຫ້ບັນດາແມ່ຍິງຜູ້ທຸກຍາກ ແລະ ບັນດາຊົນເຜົ່າຕ່າງໆໃຫ້ເຂົາເຈົ້າມີອາຊີບມີລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນເປັນກ້າວໆ. (ຂ່າວຫນັງສືພິມວຽງຈັນໃຫ່ມ)
ADB ຊ່ວຍພັດທະນາພື້ນຖານໂຄງລ່າງຊົນນະບົດ ມູນຄ່າ 36,5 ລ້ານໂດລາສະຫາລັດ ຫຼື ປະມານ 289 ຕື້ກີບ
Reviewed by makarow
on
10:29:00 PM
Rating:

