ຈີນປະສົບຄວາມສຳເລັດໃນການປ່ອຍກ້ອງໂທລະທັດອາວະກາດດວງທຳອິດ ໃຊ້ສຶກສາຫລມຸດຳ ພັລຊາ ແລະລັງສີແກຣມມາ
ເມື່ອວັນພະຫັດທີ 15 ມີຖຸນາ ຈະຫລວດລອງມາຊ-4ບີ ນຳກ້ອງໂທລະທັດຫນັກ 2.5 ໂຕນ ທະຍານຂື້ນຈາກສູນປ່ອຍດາວທຽມຈິວກວນ ໃນທະເລຊາຍໂກບີ ທາງພາກຕາເວັນຕົກສຽງເໜືອຂອງຈີນເຂົ້າສູ່ວົງໂຄຈອນເປັນຜົນສຳເລັດ
ກ້ອງຈັບພາບລັງສີເອັກຊ ໂຕນີ້ຊື່ວ່າ ອິນໄຊ ນັກວິທະຍາສາດຈີນຈະໃຊ້ສັງເກດສະໜາມແມ່ເຫລັກ ເນື້ອໃນຂອງພັລຊາ ຊຶ່ງເປັນດາວນິວຕຣອນທີ່ປ່ອຍລັງສີເປັນຫ້ວງໆ ຂະນະຫມຸນອ້ອມຕົວເອງ ລວມທັງສຶກສາລັງສີເອັກຊ ຈາກຫລຸມດຳ
ນອກຈາກນີ້ທີມວິໄຈຂອງຈີນຍັງຈະຄົ້ນຫາແຫລ່ງປະທຸຂອງລັງສີແກມມາ ແລະຊອກຫາລູ່ທາງທີ່ຈະໃຊ້ພັລຊາ ໃຫ້ເປັນປະໂຫຍດ ໃນການນຳຮ່ອງການເດີນທາງຂອງຍານອາວະກາດ

ຂ່າວ: ໄຊນາ ຊິນຫົວ
ຈີນປະສົບຄວາມສຳເລັດໃນການປ່ອຍກ້ອງໂທລະທັດອາວະກາດດວງທຳອິດ ໃຊ້ສຶກສາຫລມຸດຳ ພັລຊາ ແລະລັງສີແກຣມມາ
Reviewed by makarow
on
4:11:00 AM
Rating:

