ຍີ່ປຸ່ນ ສົນໃຈເຮັດທຸລະກິດກະສິກໍາປອດສານພິດຢູ່ນະຄອນຫຼວງ
ວັນທີ
14 ມິຖຸນາ 2017 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ທ່ານ ສິນລະວົງ ຄຸດໄພທູນ
ເຈົ້າຄອງນະຄອນຫຼວງ ໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ ຫິເດກິ ອາຊາມິ
ປະທານຄະນະບໍລິຫານ ບໍລິສັດ ນິກເກັງເຊັກເກວິສະວະກໍາ ຈໍາກັດ ປະເທດຍີ່ປຸ່ນ
ພ້ອມດ້ວຍຄະນະ ເພື່ອນໍາສະເໜີແຜນການໃນການມາເຮັດວຽກຢູ່ລາວ
ກໍ່ຄືນະຄອນຫຼວງວຽງຈັນ ໃນການອອກແບບເຄຫາຜັງເມືອງ ແລະ
ຈັດສັນຜັງເມືອງຂອງນະຄອນຫຼວງວຽງຈັນ ເຊິ່ງມີຄວາມຄືບໜ້າ ແລະ
ສໍາເລັດຫຼາຍດ້ານພ້ອມທັງຈະສືບຕໍ່ແຜນການອັນໃໝ່ ທີ່ທາງນະຄອນຫຼວງວາງອອກມາ
ໂດຍບໍລິສັດ ນິກເກັງເຊັກເກວິສະວະກໍາ ຈໍາກັດ ປະເທດຍີ່ປຸ່ນ
ໄດ້ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ
ຊີ້ນໍາໃນດ້ານວິຊາການ ນອກຈາກນັ້ນ
ບໍລິສັດຍັງຈະມີແຜນເຮັດທຸລະກິດຢູ່ໃນນະຄອນຫຼວງວຽງຈັນຕື່ມອີກໃນຕໍ່ໜ້າ
ໂດຍສະເພາະແມ່ນ ທຸລະກິດທາງດ້ານການສົ່ງເສີມກະສິກໍາປອດສານພິດເພື່ອສົ່ງອອກ. (ຂ່າວຫນັງສືພິມວຽງຈັນໃຫ່ມ)
ຍີ່ປຸ່ນ ສົນໃຈເຮັດທຸລະກິດກະສິກໍາປອດສານພິດຢູ່ນະຄອນຫຼວງ
Reviewed by makarow
on
7:26:00 PM
Rating:

