ຂ່າວດ່ວນ

ຂ່າວອື່ນໆ

random

ທ່ານ ພັນຄຳ ວິພາວັນ ສຳເລັດການເຂົ້າຮ່ວມກອງປະຊຸມ ບັນດາພັກການເມືອງ, ຄັງປັນຍາ ແລະ ອົງການຈັດຕັ້ງສັງຄົມພົນລະເຮືອນ ຂອງກຸ່ມປະເທດອຸດສາຫະກຳໃໝ່ ແລະ ສືບຕໍ່ຢ້ຽມຢາມ ສປ ຈີນ


    ຕອບສະໜອງຕາມການ ເຊື້ອເຊີນຂອງຄະນະພົວພັນ ຕ່າງປະເທດສູນກາງພັກກອມ ມູນິດຈີນ, ໃນລະຫວ່າງວັນທີ 10-14 ມີຖຸນານີ້, ສະຫາຍ ພັນຄຳ ວິພາວັນ ກຳມະ ການກົມການເມືອງສູນກາງ ພັກ ຜູ້ປະຈຳການຄະນະເລຂາ ທິການສູນກາງພັກ ຮອງປະ ທານປະເທດ ພ້ອມດ້ວຍຄະ ນະຜູ້ແທນພັກປະຊາຊົນ ປະຕິ ວັດລາວ ໄດ້ເຂົ້າຮ່ວມກອງປະ ຊຸມຂອງບັນດາພັກການເມືອງ, ຄັງປັນຍາ ແລະ ອົງການຈັດ ຕັ້ງສັງຄົມພົນລະເຮືອນຂອງ ກຸ່ມປະເທດອຸດສາຫະກຳໃໝ່ (BRICS), ທີ່ນະຄອນຟູໂຈ, ແຂວງຟູຈ້ຽນ ໂດຍການເປັນ ປະທານຂອງສະຫາຍ ລິວ ຢູ ຊານ ກຳມະການປະຈຳກົມ ການເມືອງສູນກາງພັກ, ເລຂາ ທິການສູນກາງພັກກອມມູນິດ ຈີນ ໂດຍມີຄະນະຜູ້ແທນຈາກ ກຸ່ມປະເທດ BRICS ແລະ ບັນດາພັກການເມືອງຕ່າງໆໃນ ໂລກເຂົ້າຮ່ວມ 26 ປະເທດ, 37 ພັກການເມືອງ, 105 ຄັງ ປັນຍາ ແລະ 79 ອົງການຈັດ ຕັ້ງສັງຄົມພົນລະເຮືອນປະ ມານ 400 ກວ່າຄົນ ແລະ ໄດ້ ສືບຕໍ່ ຢ້ຽມຢາມ ສປ ຈີນ.

ໃນພິທີໄຂກອງປະຊຸມດັ່ງ ກ່າວ, ສະຫາຍ ພັນຄຳ ວິພາວັນ ໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍໄດ້ຕີລາຄາກອງປະຊຸມ ຄັ້ງນີ້ ເປັນເຫດການທີ່ມີຄວາມ ໝາຍສຳຄັນໃນການຍົກສູງບົດ ບາດການນຳພາຂອງພັກການ ເມືອງ ແລະ ເພີ່ມທະວີການ ຮ່ວມມືກັນ ແນໃສ່ເຮັດໃຫ້ເສດ ຖະກິດໂລກມີການຂະຫຍາຍ ຕົວຢ່າງໝັ້ນທ່ຽງ ແລະ ຍືນຍົງ ຊຶ່ງແມ່ນໜ້າທີ່ອັນຮີບດ່ວນ ແລະ ເປັນຄວາມຮັບຜິດຊອບ ຮ່ວມກັນຂອງບັນດາພັກການ ເມືອງ. ນັບແຕ່ໄດ້ຮັບການສ້າງ ຕັ້ງເປັນຕົ້ນມາ ກຸ່ມປະເທດອຸດ ສາຫະກຳໃໝ່ ໄດ້ມີພື້ນຖານ ການຮ່ວມມືທີ່ນັບມື້ນັບເຂັ້ມ ແຂງ ແລະ ກາຍເປັນເວທີແຫ່ງ ການຮ່ວມມືທີ່ສຳຄັນ ປະກອບ ສ່ວນຊຸກຍູ້ການເຕີບໂຕຂອງ ເສດຖະກິດຢູ່ໃນພາກພື້ນ ແລະ ໃນໂລກ.

ພັກ ປປ ລາວ ຕີລາຄາ ສູງຕໍ່ຄວາມພະຍາຍາມຂອງ ພັກກອມມູນິດຈີນ ແນໃສ່ຍົກ ສູງບົດບາດການນຳພາຂອງ ພັກການເມືອງ, ລະດົມສະຕິ ປັນຍາ ແລະ ແນວຄວາມຄິດ ໃໝ່ ເພື່ອເສີມຂະຫຍາຍການ ຮ່ວມມືທາງດ້ານເສດຖະກິດ, ສ້າງຄວາມເຂັ້ມແຂງໃນການ ພົວພັນລະຫວ່າງປະຊາຊົນ ດ້ວຍກັນ ແລະ ຊົມເຊີຍຕໍ່ພັກ ກອມມູນິດຈີນ ທີ່ໄດ້ຈັດກອງ ປະຊຸມຄັ້ງນີ້ຂຶ້ນ ຊຶ່ງເປັນໂອ ກາດອັນດີໃຫ້ແກ່ຄະນະຜູ້ແທນ ຂອງບັນດາປະເທດກຸ່ມ BRICS ກັບບັນດາປະເທດທີ່ ເຂົ້າຮ່ວມ ໄດ້ແລກປ່ຽນຄວາມ ຄິດເຫັນ, ແລກປ່ຽນບົດຮຽນໃນ ການພັດທະນາເສດຖະກິດ- ສັງຄົມ ແລະ ປະສົບການໃນ ການຍົກສູງຖານະບົດບາດ ການນຳພາຂອງພັກການເມືອງ ໃນເງື່ອນໄຂປັດຈຸບັນ. ສະຫາຍ ພັນຄຳ ວິພາວັນ ຍັງໄດ້ແຈ້ງຕໍ່ ກອງປະຊຸມກ່ຽວກັບສະພາບ ການພັດທະນາເສດຖະກິດ- ສັງຄົມຢູ່ ສປປ ລາວ ຕາມມະ ຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຊຶ່ງລວມທັງວິໄສທັດ ຮອດປີ 2030, ຍຸດທະສາດ ພັດທະນາເສດຖະກິດ-ສັງຄົມ ຮອດປີ 2025 ແລະ ແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 8 (2016-2020) ຕາມ ຄຳຂວັນ "ສູ້ຊົນພັດທະນາປະ ເທດໃຫ້ຫຼຸຸດພົ້ນອອກຈາກສະ ຖານະພາບດ້ອຍພັດທະນາໃນ ປີ 2020, ກ້າວໄປສູ່ປະເທດ ກຳລັງພັດທະນາທີ່ມີລາຍຮັບ ປານກາງສູງຕາມທິດພັດທະ ນາສີຂຽວ ແລະ ຍືນຍົງເຖິງປີ 2030". ນອກຈາກນັ້ນ ສະຫາຍ ພັນຄຳ ວິພາວັນ ຍັງໄດ້ຢືນຢັນ ເຖິງແນວທາງການຕ່າງປະເທດ ຂອງພັກ ປປ ລາວ ແມ່ນແນວ ທາງການຕ່າງປະເທດສັນຕິ ພາບ, ເອກະລາດ, ມິດຕະ ພາບ ແລະ ການຮ່ວມມືຢ່າງ ສະເໝີຕົ້ນສະເໝີປາຍ, ເປັນ ເຈົ້າການ ແລະ ຕັ້ງໜ້າເຊື່ອມ ໂຍງກັບພາກພື້ນ ແລະ ສາກົນ.

ກອງປະຊຸມຄັ້ງນີ້ ໄດ້ມີ ການຕົກລົງ 3 ບັນຫາຄື: ບັນ ດາພັກການເມືອງຕ້ອງເພີ່ມ ທະວີການຮ່ວມມືກັນ ແລະ ຍົກສູງບົດບາດຂອງພັກໃນ ການແກ້ໄຂສິ່ງທ້າທາຍພາຍ ໃນແຕ່ລະປະເທດ ແລະ ບັນ ຫາທີ່ກວມລວມຢູ່ໃນໂລກ; ບັນດາອົງການຈັດຕັ້ງສັງຄົມ ພົນລະເຮືອນຕ້ອງຮ່ວມມືກັນ ກັບລັດຖະບານ ເພື່ອຮ່ວມກັນ ພັດທະນາປະເທດ; ການຈັດ ຕັ້ງປະຕິບັດໂຄງການຕ່າງໆຈະ ໄດ້ນຳໃຊ້ງົບປະມານ ແລະ ຜ່ານກົນໄກຂອງກຸ່ມ BRICS.

ກອງປະຊຸມຍັງໄດ້ເປັນ ເອກະພາບຮັບຮອງເອົາຂໍ້ລິ ເລີ່ມຟູໂຈ ເພື່ອກະກຽມໃສ່ກອງ ປະຊຸມສຸດຍອດຂອງກຸ່ມປະ ເທດ BRICS ໃນເດືອນກັນຍາ 2017 ຢູ່ ສປ ຈີນ ທີ່ຈະມາເຖິງນີ້.
ກຸ່ມປະເທດອຸດສາຫະກຳ ໃໝ່ ຫຼື BRICS ໄດ້ສ້າງຕັ້ງຂຶ້ນ ໃນປີ 2006 ໂດຍມີສະມາຊິກ 5 ປະເທດຄື: ເບຣຊິນ, ຣັດ ເຊຍ, ອິນເດຍ, ຈີນ ແລະ ອາຟຣິກກາໃຕ້ ຊຶ່ງກວມເອົາ 43% ຂອງປະຊາກອນໂລກ, ມີ 30% ຂອງ GDP ໂລກ ແລະ 17% ມີສ່ວນຮ່ວມໃນ ການຄ້າໂລກ. ຕະຫຼອດໄລຍະ 10 ປີຜ່ານມາ ກຸ່ມ BRICS ໄດ້ກາຍເປັນເວທີການຮ່ວມມື ທີ່ສຳຄັນຂອງບັນດາປະເທດ ຕະຫຼາດໃໝ່ ແລະ ປະເທດກຳ ລັງພັດທະນາ.

ຫຼັງຈາກເຂົ້າຮ່ວມກອງ ປະຊຸມແລ້ວ, ສະຫາຍ ພັນຄຳ ວິພາວັນ ກຳມະການກົມການ ເມືອງສູນກາງພັກ ຜູ້ປະຈຳ ການຄະນະເລຂາທິການສູນ ກາງພັກ ຮອງປະທານປະເທດ ໄດ້ສືບຕໍ່ຢ້ຽມຢາມ ສປ ຈີນ ໂດຍໄດ້ພົບປະສອງຝ່າຍກັບ ສະຫາຍ ລິວຢູຊານ ກຳມະ ການປະຈຳກົມການເມືອງສູນ ກາງພັກ ເລຂາທິການສູນກາງ ພັກກອມມູນິດຈີນ. ໃນໂອກາດ ດັ່ງກ່າວ ສະຫາຍ ພັນຄຳ ວິພາ ວັນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມທີ່ເຕັມໄປດ້ວຍ ໄມຕີຈິດມິດຕະພາບຖານສະ ຫາຍອ້າຍນ້ອງ, ສະແດງຄວາມ ຊົມເຊີຍແລະ ຕີລາຄາສູງຕໍ່ຜົນ ສຳເລັດການເປັນເຈົ້າພາບຈັດ ກອງປະຊຸມບັນດາພັກການ ເມືອງ, ຄັງປັນຍາ ແລະ ອົງ ການຈັດຕັ້ງສັງຄົມພົນລະ ເຮືອນຂອງກຸ່ມປະເທດອຸດສາ ຫະກຳໃໝ່ BRICS, ຊົມເຊີຍ ຕໍ່ຜົນສຳເລັດອັນໃຫຍ່ຫຼວງ ຮອບດ້ານຂອງປະຊາຊົນຈີນ ທີ່ຍາດມາໄດ້ພາຍໃຕ້ການນຳ ພາອັນສະຫຼາດສ່ອງໃສຂອງ ພັກກອມມູນິດຈີນ ແລະ ສະ ແດງຄວາມເຊື່ອໝັ້ນວ່າ ພາຍ ໃຕ້ການນຳພາຂອງພັກກອມມູ ນິດຈີນ ອັນມີສະຫາຍເລຂາທິ ການໃຫຍ່ ສີຈິ້ນຜິງ ເປັນແກນ ກາງນັ້ນ, ປະຊາຊົນຈີນອ້າຍ ນ້ອງ ຈະສາມາດບັນລຸຜົນສຳ ເລັດເປົ້າໝາຍ 4 ຮອບດ້ານທີ່ ພັກກອມມູນິດຈີນວາງອອກ. ສະຫາຍ ພັນຄຳ ວິພາວັນ ໄດ້ ແຈ້ງສະພາບການພົ້ນເດັ່ນ ຂອງ ສປປ ລາວ ໂດຍສະເພາະ ແມ່ນຜົນສຳເລັດໃນການຈັດ ຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີຄັ້ງທີ 8, ການ ດຳເນີນການປັບປຸງພາຍໃນ ພັກໃຫ້ມີຄວາມປອດໃສ, ເຂັ້ມ ແຂງ, ໜັກແໜ້ນ, ຕ້ານປະກົດ ການຫຍໍ້ທໍ້, ຕ້ານການສໍ້ລາດ ບັງຫຼວງຢູ່ພາຍໃນພັກ.

ສະຫາຍ ພັນຄຳ ວິພາວັນ ຍັງໄດ້ສະ ແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນຊ່ວຍ ເຫຼືອຂອງພັກ, ລັດ ແລະ ປະ ຊາຊົນຈີນ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ໃນໄລ ຍະທີ່ຜ່ານມາ ກໍຄືປັດຈຸບັນ. ໃນການພົບປະ, ສອງຝ່າຍໄດ້ ຕີລາຄາສູງຕໍ່ການພົວພັນຮ່ວມ ມືຂອງສອງພັກ, ສອງລັດ ໃນ ດ້ານຕ່າງໆທີ່ພວມໄດ້ຮັບການ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ທັງສອງຝ່າຍເຫັນວ່າການພົວ ພັນລາວ-ຈີນ ແມ່ນຢູ່ໃນລະ ດັບທີ່ດີທີ່ສຸດໃນປະຫວັດສາດ ການພົວພັນຂອງສອງປະເທດ, ການພົວພັນລາວ-ຈີນ ແມ່ນ ການພົວພັນຄູ່ຮ່ວມຊາຕາກຳ ອັນດຽວກັນທີ່ແທ້ຈິງ ແລະ ພວມນຳເອົາຜົນປະໂຫຍດມາ ໃຫ້ປະຊາຊົນສອງປະເທດ.
ນອກຈາກນັ້ນ, ສະຫາຍ ພັນຄຳ ວິພາວັນ ຍັງໄດ້ຕ້ອນ ຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ໂຢສວນ ເລຂາພັກ ແຂວງຟູຈ້ຽນ, ສະຫາຍ ເສີນ ຫາວ ເລຂາພັກແຂວງຢຸນນານ ແລະ ຢ້ຽມຊົມພື້ນຖານເສດຖະ ກິດ-ສັງຄົມຈຳນວນໜຶ່ງຂອງ ແຂວງຟູຈ້ຽນ ແລະ ແຂວງຢຸນ ນານ. (ຫນັງສືພິມປະຊາຊົນ)
ທ່ານ ພັນຄຳ ວິພາວັນ ສຳເລັດການເຂົ້າຮ່ວມກອງປະຊຸມ ບັນດາພັກການເມືອງ, ຄັງປັນຍາ ແລະ ອົງການຈັດຕັ້ງສັງຄົມພົນລະເຮືອນ ຂອງກຸ່ມປະເທດອຸດສາຫະກຳໃໝ່ ແລະ ສືບຕໍ່ຢ້ຽມຢາມ ສປ ຈີນ Reviewed by makarow on 7:29:00 PM Rating: 5

Contact Form

Name

Email *

Message *

Powered by Blogger.