6 ເດືອນຕົ້ນປີ ຟຟລ ຜະລິດໄຟຟ້າໄດ້ 157,12 ລ້ານກິໂລວັດໂມງ
ລັດວິສາຫະກິດໄຟຟ້າລາວ
(ຟຟລ) ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເຂົ້າໃນການຜະລິດ ແລະ ຊື້ກະແສໄຟຟ້າ
ທັງພາຍໃນ-ຕ່າງປະເທດ
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຊົມໃຊ້ຂອງສັງຄົມ ເຊິ່ງ 6
ເດືອນຕົ້ນປີ 2017 ຟຟລ ໄດ້ຊື້ພະລັງງານໄຟຟ້າທັງໝົດ ກວມເອົາ 3.516,33
ລ້ານກິໂລວັດໂມງ ເປັນເງິນ 1.674,12 ຕື້ກີບ ທຽບໃສ່ແຜນການປີ ເທົ່າກັບ
107,11% ໃນນັ້ນ ມີພະລັງງານໄຟຟ້າທີ່ຜະລິດເອງ 157,12
ລ້ານກິໂລວັດໂມງ ເທົ່າກັບ 150,67% ຂະນະທີ່ວຽກງານຄຸ້ມຄອງສາຍສົ່ງ
ຟຟລ
ໄດ້ເປັນເຈົ້າການປັບປຸງລະບົບສາຍສົ່ງທີ່ມີຢູ່ໃນຂອບເຂດທົ່ວປະເທດ
ທັງລະບົບສາຍສົ່ງແຮງສູງ 500 KV ຄວາມຍາວ 167 Km 230 KV ຍາວ 2.024,92 Km
ໃນນັ້ນເປັນຂອງ ຟຟລ 1.618,92 Km ສາຍສົ່ງແຮງສູງ 115 KV ຍາວ 6.422,16
Km ໃຫ້ໄດ້ຮັບມາດຕະຖານ ແລະ ຕອບສະໜອງໄດ້ການພັດທະນາເສດຖະກິດ-ສັງຄົມ
ຕາມແນວທາງນະໂຍບາຍຂອງຂັ້ນເທິງວາງອອກ.ກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ ແລະ ແຜນສູ້ຊົນ 6 ເດືອນທ້າຍປີ 2017 ຂອງ ຟຟລ ລະຫວ່າງວັນທີ 24-25 ສິງຫາ 2017 ຢູ່ທີ່ສຳນັກງານໃຫຍ່ ຟຟລ ໂດຍການເປັນປະທານຂອງທ່ານ ບຸນອູ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ ຟຟລ ໃຫ້ກຽດເຂົ້າຮ່ວມມີທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍບັນດາສະມາຊິກພັກ-ພະນັກງານພາກສ່ວນກ່ຽວຂ້ອງ.
ໃນ 6 ເດືອນຕົ້ນປີ ຟຟລ ສາມາດຈຳໜ່າຍພະລັງງານທັງໝົດ (ພາຍໃນ-ຕ່າງປະເທດ) ໄດ້ 3.076,01 ລ້ານກິໂລວັດໂມງ ເປັນເງິນ 2.014,02 ຕື້ກີບ ເທົ່າກັບ 97,61% ຂອງແຜນການປີພະລັງງານຕົກເຮ່ຍພາກຈຳໜ່າຍ ລວມລູກຄ້າຂອງລະບົບສົ່ງ 6 ເດືອນຕົ້ນປີ ປະຕິບັດໄດ້ 9,53% ທຽບໃສ່ປີ 2016 ເພີ່ມຂຶ້ນ 0,32% ວຽກງານຂະຫຍາຍຕາຂ່າຍໄຟຟ້າຢູ່ຕົວເມືອງ ແລະ ຊົນນະບົດ ປັດຈຸບັນ ທົ່ວປະເທດມີຈຳນວນຄອບຄົວຜູ້ຊົມໃຊ້ໄຟຟ້າທັງໝົດ 1.090,571 ຄອບຄົວ ຈາກ 1.158,025 ຄອບຄົວ ເທົ່າກັບ 94,18% ທຽບໃສ່ແຜນການທີ່ລັດຖະບານວາງໄວ້ປີ 2020 ຈຳນວນຄົວເຮືອນມີໄຟຟ້າຊົມໃຊ້ຕ້ອງບັນລຸໃຫ້ໄດ້ 95% ຄາດວ່າຈະບັນລຸຕາມແຜນການວາງໄວ້ ສຳລັບແຜນການ 6 ເດືອນທ້າຍປີ ຟຟລ ຈະສຸມໃສ່ຄົ້ນຄວ້າແກ້ໄຂບັນຫາສະພາບໄຟເຫຼືອບໍ່ພໍ ແລະ ປັບປຸງລະບົບໄຟຟ້າໃຫ້ມີສະຖຽນລະພາບສູງຂຶ້ນ ແກ້ໄຂບັນຫາຫຼຸດຜ່ອນພະລັງງານຕົກເຮ່ຍ ສືບຕໍ່ຄຸ້ມຄອງໂຄງການພັດທະນາເຂື່ອນ ສາຍສົ່ງ ແລະ ສະຖານີ ຄຽງຄູ່ກັບການແກ້ໄຂບັນຫາສະພາບຄົນເຫຼືອບໍ່ພໍ ແລະ ວຽກງານສ້າງແຜນພັດທະນາບຸຄະລາກອນ ແລະ ພະນັກງານສືບທອດຢ່າງເປັນລະບົບ-ຕໍ່ເນື່ອງ ເປັນຕົ້ນ.
6 ເດືອນຕົ້ນປີ ຟຟລ ຜະລິດໄຟຟ້າໄດ້ 157,12 ລ້ານກິໂລວັດໂມງ
Reviewed by makarow
on
7:31:00 PM
Rating:

