ເກົາຫຼີເໜືອຍິງຂີປະນາວຸດ ຜ່ານນ່ານຟ້າຢີປຸ່ນ
ສໍານັກຂ່າວຕ່າງປະເທດລາຍງານຈາກກຸງໂຊ ປະເທດເກົາຫຼີໃຕ້ ໃນວັນທີ່ 29 ສິງຫາ ວ່າກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ລາຍງານວ່າ ເກົາຫຼີເໜືອຍິງຂີປະນາວຸດຍັງບໍຮູ້ຊະນິດອອກຈາກ ບໍລິເວນ ຊູນັນ ໃກ້ກັບກຸງປຽງຢາງ ໃນເວລາ 06:00 ນາທີຕາມເວລາທ້ອງຖິ່ນ(ປະມານ04:00 ນາທີຕາມເວລາໃນປະເທດລາວ)ໂດຍຂີປະນາວຸດທະຍານຂື້ນ 550 ກມ ແລະເດີນທາງໄປໄດ້ໄລຍະ 2,700 ກມ ຜ່ານນ່ານຟ້າຂອງເກາະຮອກໄກໂດ ທີ່ຢູ່ທາງພາກເໜືອຂອງຢີ່ປຸ່ນ ກ່ອນແຕກອອກເປັນ 3 ຊິ້ນສ່ວນແລະຕົກລົງສູ່ທະເລຫ່າງຈາກເມືອງ ອິຣິໂມະ ຂອງເກາະຮອກໄກໂດ 1,180 ກມ
ຫຼັງເກີດເຫດລັດຖະບານຢີ່ປຸ່ນອອກມາເຕືອນໄພດ້ານຄວາມໝັ້ນຄົງ ຂະນະທີ່ນາຍົກລັດຖະມົນຕີທ່ານ ຊິນໂຊ ອາເບະ ກ່າວປະນາມເຫດການທີ່ເກີດຂື້ນວ່າ ເປັນໄພຄຸກຄາມຂັ້ນຮ້າຍແຮງ ຕໍ່ອະທິປະໄຕຂອງຢີ່ປຸ່ນຕະຫຼອດຈົນເສລີພາບແລະຄວາມໝັ້ນຄົງໃນລະດັບພູມິພາກ ໂດຍມາດຕະການໃນເບື່ອງຕົ້ນຈາກນີ້ຈະເລີ່ມສະແດງອອກຕາມພິທີການທູດຜ່ານຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຮ່ວມດ້ວຍການຮຽກຮອງໃຫ້ປະຊາຄົມໂລກຮ່ມກັນເພີ່ມແຮງກົດດັນຕໍ່ລັດຖະບານປຽງຢາງ
ເກົາຫຼີເໜືອຍິງຂີປະນາວຸດ ຜ່ານນ່ານຟ້າຢີປຸ່ນ
Reviewed by makarow
on
1:22:00 AM
Rating:
Reviewed by makarow
on
1:22:00 AM
Rating:



