ຮຽກຮ້ອງໃຫ້ຜູ້ໃຊ້ເສັ້ນທາງຕານມີໄຊ-ສີເກີດ ເພີ່ມຄວາມລະມັດລະວັງ

ທ່ານ ແພງໃຈ ສີດາລາ ປະຊາຊົນບ້ານໜອງພະຍາ ໃຫ້ສຳພາດວ່າ: ໃນນາມປະຊາຊົນທີ່ອາໄສຢູ່ແຄມທາງເສັ້ນທາງແຕ່ 4 ແຍກໄຟແດງຕານມີໄຊ ເມືອງໄຊທານີ-3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເຫັນວ່າການປະຕິບັດວຽກງານຂອງຄະນະຮັບຜິດຊອບໂຄງການ ແມ່ນມີຄວາມຫຍຸ້ງຍາກພໍສົມຄວນ ໂດຍສະເພາະ ການຍົກຍ້າຍລະບົບໄຟຟ້າ ນ້ຳປະປາ ແລະ ອື່ນໆ ເຮັດໃຫ້ໜ້າວຽກຕ່າງໆມີຄວາມຫຼ້າຊ້າໄປແດ່ ເນື່ອງຈາກເສັ້ນທາງເປັນເສັ້ນທາງເຊື່ອມຕໍ່ລະຫວ່າງເສັ້ນທາງ 13 ເໜືອ-13 ໃຕ້ ແລະ ເສັ້ນທາງ 450 ປີ ລົດບັນທຸກສ່ວນໃຫຍ່ແມ່ນໄດ້ຜ່ານເສັ້ນທາງດັ່ງກ່າວ ເຮັດໃຫ້ການສັນຈອນແອອັດບາງໄລຍະ ແລະ ໄລຍະນີ້ກໍ່ເປັນລະດູຝົນ ຈຶ່ງເຮັດໃຫ້ການປະຕິບັດວຽກພົບຄວາມຫຍຸ້ງຍາກ ແຕ່ເຖິງຈະຫຍຸ້ງຍາກ ບໍລິສັດຜູ້ຮັບເໝົາກໍ່ສ້າງໄດ້ເອົາໃຈໃສ່ເປັນພິເສດ ເຖິງວ່າຝົນຈະຕົກກໍ່ໄດ້ປະຕິບັດໜ້າວຽກ ແລະ ໄດ້ມີຄວາມຮັບຜິດຊອບເກດໜ້າທາງບ່ອນເປັນຂຸມ ເພື່ອໃຫ້ລົດໄປມາໄດ້ພ້ອມທັງສືບຕໍ່ບຸກເບີກ ຍົກຍ້າຍສິ່ງກີດຂວາງ ແລະ ໄດ້ເທເບຕົງໄປແລ້ວຈຳນວນໜຶ່ງ.
ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນມາຍັງການນຳພັກ-ລັດ ແລະ ອຳນາດການປົກຄອງທຸກຂັ້ນ ທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາຢ່າງໃກ້ຊິດເຮັດໃຫ້ໂຄງການນີ້ເກີດຂຶ້ນໄດ້ ເຊິ່ງໃນອະນາຄົດບໍ່ດົນ ປະຊາຊົນເຂດນີ້ກໍ່ຈະໄດ້ຊົມໃຊ້ເສັ້ນທາງເບຕົງທີ່ໄດ້ມາດຕະຖານ ແລະ ເວລານັ້ນການສັນຈອນໄປມາກໍ່ຈະສະດວກ ແຕ່ໄລຍະນີ້ຂ້າພະເຈົ້າຂໍຮຽກຮ້ອງມາຍັງຜູ້ສັນຈອນ ຈົ່ງເພີ່ມຄວາມລະມັດລະວັງຫຼາຍຂຶ້ນໃນໄລຍະທີ່ໂຄງການກຳລັງກໍ່ສ້າງ ໂດຍສະເພາະໃນລະດູຝົນນີ້ຕ້ອງຄ່ອຍໄປ ຄ່ອຍມາ ເຫັນໃຈເຊິ່ງກັນ ແລະ ກັນ.
ຮຽກຮ້ອງໃຫ້ຜູ້ໃຊ້ເສັ້ນທາງຕານມີໄຊ-ສີເກີດ ເພີ່ມຄວາມລະມັດລະວັງ
Reviewed by phouvieng phonepaserth
on
8:06:00 PM
Rating:

