ຄວາມຄືບໜ້າການສ້າງເສັ້ນທາງລົດໄຟລາວ-ຈີນຢູ່ແຂວງຫຼວງພະບາງ

ເສັ້ນທາງລົດໄຟມີຄວາມຍາວທັງໝົດ 417 km,ຈາກຊາຍແດນລາວ-ຈີນ ຫາ ນະຄອນຫຼວງວຽງຈັນ,ຜ່ານ 5 ແຂວງຂອງລາວຄື: ແຂວງຫຼວງນໍ້າທາ,ອຸດົມໄຊ,ຫຼວງພະບາງ,ວຽງຈັນ ແລະ ນະຄອນຫຼວງວຽງຈັນ,ປະກອບມີ 32 ສະຖານີ,ຂົວ 167 ແຫ່ງ,ອຸມົງ 75 ແຫ່ງ.ສະເພາະແຂວງຫຼວງພະບາງມີ 6 ສະຖານີ,ໃນນີ້ສະຖານີໃຫຍ່ 1 ແຫ່ງຕັ້ງຢູ່ບ້ານພິກນ້ອຍ ເມືອງຫຼວງພະບາງ ແລະ ສະຖານີນ້ອຍ 5 ແຫ່ງຄື: ຢູ່ເມືອງຈອມເພັດ 2 ແຫ່ງ ແລະ ເມືອງຊຽງເງິນ 3 ແຫ່ງ.ເສັ້ນທາງຜ່ານແຂວງຫຼວງພະບາງມີ 80 km,ຜ່ານ 3 ເມືອງ 29 ບ້ານຄື: ເມືອງຫຼວງພະບາງ 11 km,ມີ 8 ບ້ານ,ຜ່ານເມືອງຈອມເພັດ 19 km,ມີ 7 ບ້ານ ແລະ ເມືອງຊຽງເງິນ 50 km,ມີ 14 km.ມີຂົວ 30 ແຫ່ງໃນນັ້ນລົງມືກໍ່ສ້າງແລ້ວ 2 ແຫ່ງຄື: ຂົວຂ້າມນໍ້າຂອງ ແລະ ອຸມົງ 22 ແຫ່ງລົງມືກໍ່ສ້າງແລ້ວ 9 ແຫ່ງ.ນອກນີ້ແຂວງຫຼວງພະບາງຍັງໄດ້ຮັບຜິດຊອບ 2 ຊ່ວງສັນຍາຄື: ຊ່ວງສັນຍາທີ 3 ຮັບເໝົາກໍ່ສ້າງໂດຍກຸ່ມບໍລິສັດທາງລົດໄຟເລກ 8 ສປ ຈີນ ແລະ ຊ່ວງສັນຍາທີ 4 ຮັບເໝົາກໍ່ສ້າງໂດຍກຸ່ມບໍລິສັດ ຊີໂນຮີໂດຣ.
ທ່ານ ຈັນທະວົງ ຜົນນະຈິດ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງພະບາງໃນນາມເປັນຄະນະຮັບຜິດຊອບໂຄງການກໍ່ສ້າງລົດໄຟລາວ-ຈີນຢູ່ທີ່ແຂວງຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ທາງແຂວງຫຼວງພະບາງໄດ້ແຕ່ງຕັ້ງຄະນະກໍາມະການຕາມຂໍ້ຕົກລົງຂອງເຈົ້າແຂວງຫຼວງພະບາງ,ສະບັບເລກທີ່ 601/ຈຂ.ຫຼບ,ລົງວັນທີ່ 2 ພະຈິກ 2016 ຈົນຮອດປະຈຸບັນແມ່ນສາມາດປະເມີນຄວາມຄືບໜ້າໄດ້ຫຼາຍດ້ານຄື: ມີປະຊາຊົນໄດ້ຮັບຜົນກະທົບ 29 ບ້ານ, 241 ຄອບຄົວ,ໃນນັ້ນດິນທໍາການຜະລິດ 253 ຕອນ,ມີເນື້ອທີ່ທັງໝົດ 92.691 ເຮັກຕາ,ຕົ້ນໄມ້ປະເພດຕ່າງໆ 60.291 ຕົ້ນ,ເຄື່ອງປູກປະເພດສຸມ,ສິ່ງປຸກສ້າງ 145 ຫຼັງ,ເຮືອນຢູ່ອາໄສ 104 ຫຼັງທີ່ຈໍາເປັນຕ້ອງຍົກຍ້າຍໄປບ່ອນໃໝ່,ໂຮງຮຽນປະຖົມ 5 ຫຼັງ,ເລົ້າເຂົ້າສາມັກຄີ 1 ບ້ານ,ສະໂມສອນ 1 ຫຼັງ.ໃນນັ້ນໄດສໍາເລັດການຈັດສັນຊົ່ວຄາວໃຫ້ 3 ຄອບຄົວທີ່ຖຶກຜົນກະທົບຕໍ່ການສ້າງອຸມົງ ໂດຍການເຊົ່າເຮືອນໃຫ້ ແລະ ຍັງຢູ່ໃນຂັ້ນຕອນຄົ້ນຄ້ວາຈັດສັນທີ່ດິນຊົດເຊີຍ.ສໍາເລັດການເກັບຂໍ້ມູນທີ່ດິນເພື່ອກໍ່ສ້າງຕາຂ່າຍໄຟຟ້າ ເຂົ້າຫາຈຸດກໍ່ສ້າງອຸມົງ ແລະ ກໍ່ສ້າງຕາຂ່າຍໄຟຟ້າຂ້າມນໍ້າຂອງໄປຫາເມືອງຈອມເພັດ,ສໍາເລັດການກໍານົດຈຸດທີ່ຕັ້ງສາງມ້ຽນວັດສະດຸຂອງບໍລິສັດຮັບເໝົາກໍ່ສ້າງ,ສໍາເລັດການກໍານົດຈຸດຖິ້ມດິນການເຈາະອຸມົງ,ຈັດກອງປະຊຸມຄົ້ນຄ້ວາພິຈາລະນາກໍານົດລາຄາຫົວໜ່ວຍຄ່າຊົດເຊີຍສິ່ງກີດຂວາງຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ໄດ້ລົງເຜີຍແຜ່ສຶກສາອົບຮົມແນວຄິດໃຫ້ປະຊາຊົນໄດ້ 23 ບ້ານ ແລະ ພວມຈັດຕັ້ງປະຕິບັດອີກ 6 ບ້ານຢູ່ເມືອງຊຽງເງິນ.ຄຽງຄູ່ກັນນັ້ນການຈັດຕັ້ງປະຕິບັດໂຄງການດັ່ງກ່າວຍັງພົບບັນຫາຫຍຸ້ງຫຍາກຫຼາຍດ້ານເປັນຕົ້ນແມ່ນການກໍ່ສ້າງຢູ່ບາງບ່ອນຂອງບໍລິສັດຮັບເໝົາກໍ່ສ້າງມີລັກສະນະຟ້າວຟັ່ງ ແຕ່ການເກັບກໍາຂໍ້ມູນບໍ່ທັນສໍາເລັດ,ການປະຕິບັດວຽກງານໄກເກ່ຍຍັງພົບຄວາມຫຍຸ້ງຫຍາກ ເນື່ອງຈາກຍັງບໍ່ທັນໄດ້ກໍານົດຄ່າຫົວໜ່ວຍຊົດເຊີຍ ເຮັດໃຫ້ຜູ້ຖຶກຜົນກະທົບຂາດຄວາມເຊື່ອໝັ້ນ ແລະ ການປະສານສົມທົບລະຫວ່າງວິຊາການຂອງບໍລິສັດຮັບເໝົາກໍ່ສ້າງ ແລະ ວິຊາການຂອງແຂວງຍັງເຮັດບໍ່ທັນໄດ້ດີ ແລະ ມີບາງຄັ້ງກໍ່ຊັກຊ້າ.
ຄວາມຄືບໜ້າການສ້າງເສັ້ນທາງລົດໄຟລາວ-ຈີນຢູ່ແຂວງຫຼວງພະບາງ
Reviewed by phouvieng phonepaserth
on
11:07:00 PM
Rating:

