ຍີ່ປຸ່ນ ສືບຕໍ່ໃຫ້ການຊ່ວຍເຫຼືອ ພັດທະນາພື້ນຖານໂຄງລ່າງ
ພິທີເປີດໂຄງການກໍ່ສ້າງຂົວເຊກຸມກາມ
ແລະ ຂົວເຊທ່າມວກ ຕາມທາງຫຼວງແຫ່ງຊາດ ເລກ 9
ເຊິ່ງເປັນການຊ່ວຍເຫຼືອລ້າຈາກປະເທດຍີ່ປຸ່ນ ມູນຄ່າ 23
ລ້ານໂດລາສະຫະລັດ ຫຼື ປະມານ 204 ຕື້ກີບ ຈັດຂຶ້ນທີ່ຂົວເຊທ່າມວກ
ເມືອງພິນ ແຂວງສະຫວັນນະເຂດ ໃນວັນທີ 3 ສິງຫາ 2017 ມີທ່ານ ບຸນຈັນ
ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ສັນຕິພາບ
ພົມວິຫານ ເຈົ້າແຂວງສະຫວັນນະເຂດ ທ່ານ ທາເຄຊິ ຮິກິຮາຣະ
ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ທ່ານຮອງລັດຖະມົນຕີ
ກະຊວງການຕ່າງປະເທດ ກະຊວງການເງິນ ທ່ານຫົວໜ້າອົງການໄຈກາປະຈຳລາວ ແລະ
ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.ທ່ານ ທາເຄຊິ ຮິກິຮາຣະ ກ່າວວ່າ: ປະເທດຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອ ການເຊື່ອມຈອດແລວເສດຖະກິດພາກພື້ນຕາເວັນອອກ-ຕາເວັນຕົກ ໃນຂົງເຂດອິນດູຈີນ ໂດຍໄດ້ສ້າງຂົວຂ້າມແມ່ນ້ຳຂອງສາກົນ ລາວ-ໄທ ແຫ່ງທີສອງ ທີ່ມີມູນຄ່າປະມານ 33 ລ້ານໂດລາ ແລະ ປັບປຸງຖະໜົນເລກທີ 9 ທີ່ມີມູນຄ່າທັງໝົດປະມານ 79 ລ້ານໂດລາ ເປັນຈຳນວນ 3 ຄັ້ງ ທ່ານຍັງໄດ້ສະແດງຄວາມພໍໃຈ ຕໍ່ກັບລະບົບໂຄງລ່າງພື້ນຖານທີ່ມີຄຸນະພາບສູງຈາກປະເທດຍີ່ປຸ່ນ ທີ່ໄດ້ມາປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມໃນລາວ ໂດຍມີການປະຕິບັດຕາມເງື່ອນໄຂການກໍ່ສ້າງ ທີ່ໂຄງການຈະຕ້ອງສ້າງຂົວທີ່ມີຄວາມທົນທານ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ການຂົນສົ່ງ ແລະ ແຜນການຮ່ວມມືການພັດທະນາຮ່ວມກັນ ລາວ-ຢີ່ປຸ່ນ ເພື່ອສະໜັບສະໜູນການພັດທະນາຢ່າງຍືນຍົງຂອງປະເທດລາວ ທັງໄລຍະກາງ ແລະ ໄລຍະຍາວ ໄດ້ຮັບການເຜີຍແຜ່ຮ່ວມກັນຈາກນາຍົກລັດຖະມົນຕີຂອງທັງສອງປະເທດ ໃນກອງປະຊຸມທັງສອງຝ່າຍ ເຊິ່ງປະເທດຍີ່ປຸ່ນເອງກໍ່ມີແຜນທີ່ຈະສືບຕໍ່ໃຫ້ການຮ່ວມມືໃນຫຼາຍຮູບແບບ ໃນຖານະການເປັນຄູ່ຮ່ວມຍຸດທະສາດ ເພື່ອເຮັດໃຫ້ປະເທດລາວ ຫຼຸດພົ້ນອອກຈາກສະຖານະພາບການເປັນປະເທດດ້ອຍພັດທະນາ ພາຍໃນປີ 2020. (ຫນັງສືພິມວຽງຈັນໃຫ່ມ)
ຍີ່ປຸ່ນ ສືບຕໍ່ໃຫ້ການຊ່ວຍເຫຼືອ ພັດທະນາພື້ນຖານໂຄງລ່າງ
Reviewed by makarow
on
5:21:00 AM
Rating:

