ໂຄງການກໍ່ສ້າງເສັ້ນທາງຕານມີໄຊ-ສີເກີດ ມີຄວາມຫຼ້າຊ້າ
ທ່ານ
ສົມປະສົງ ຈັນທະວົງ
ຫົວໜ້າທີມງານທີ່ປຶກສາໂຄງການກໍ່ສ້າງເສັ້ນທາງແຕ່ຕານມີໄຊ
ເມືອງໄຊທານີຫາສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
ໄດ້ໃຫ້ສຳພາດວັນທີ 31 ກໍລະກົດ 2017 ວ່າ: ເສັ້ນທາງມີຄວາມຍາວ 9,37
ກິໂລແມັດ ກວ້າງ 28 ແມັດ ປູດ້ວຍເບຕົງເສີມເຫຼັກໜາ 23 ຊັງຕີແມັດ ມີ 6
ຊ່ອງຈະລາຈອນ ມີດອນກາງທາງ ທາງຄົນຍ່າງ 2 ເບື້ອງ
ພ້ອມລະບົບຮ່ອງລະບາຍນ້ຳ ໄຟເຍືອງທາງ ໄຟອຳນາດ ແລະ ປ້າຍສັນຍານຄົບຊຸດ
ຮັບເໝົາກໍ່ສ້າງ ແລະ ລົງທຶນກ່ອນ 100% ໂດຍກຸ່ມບໍລິສັດ ຕັງຈະເລີນ ຈຳກັດ
ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນພະຈິກ 2016 ເປັນຕົ້ນມາ
ຈະໃຫ້ສຳເລັດທ້າຍປີ 2018 ປັດຈຸບັນ
ໜ້າວຽກສຳຄັນທີ່ສຳເລັດແມ່ນວຽກບຸກເບີກ ແລະ ອະນາໄມ 82%
ວຽກຍົກຍ້າຍລະບົບໄຟຟ້າ ແລະ ນ້ຳປະປາ 30% ແລະ ວຽກລະບົບລະບາຍນ້ຳ 75%
ສັງລວມແລ້ວມີຄວາມຄືບໜ້າ 20% ຂອງແຜນການ
ພ້ອມນີ້ຍັງໄດ້ເທເບຕົງໄປແລ້ວ ແຕ່ກິໂລແມັດທີ 3+700 ຫາ 3+900
ແຕ່ທຽບໃສ່ແຜນການແມ່ນຊ້າ 19%
ເນື່ອງຈາກການຍົກຍ້າຍລະບົບນ້ຳປະປາບໍ່ສຳເລັດ
ຈຶ່ງເປັນອຸປະສັກຕໍ່ການວາງລະບົບທໍ່ລະບາຍນ້ຳ.ໃນນາມຫົວໜ້າທີມງານທີ່ປຶກສາໂຄງການຈະສຸມທຸກ ຄວາມສາມາດເຂົ້າໃນການປະຕິບັດບັນດາໜ້າວຽກຢ່າງຕັ້ງໜ້າ ແລະ ມີຄວາມໝັ້ນໃຈວ່າໂຄງການນີ້ ຈະສຳເລັດຕາມແຜນການທີ່ວາງໄວ້ ແລະ ຮັບປະກັນດ້ານຄຸນະພາບ ແລະ ຮຽກຮ້ອງມາຍັງຜູ້ສັນຈອນໄປ-ມາຈົ່ງເພີ່ມຄວາມລະມັດລະວັງຫຼາຍຂຶ້ນ ໂດຍສະເພາະ ໃນເວລາຝົນທີ່ໂຄງການຍັງບໍ່ທັນສຳເລັດການກໍ່ສ້າງ.
ຂ່າວ: ຫນັງສືພິມວຽງຈັນໃຫ່ມ
ໂຄງການກໍ່ສ້າງເສັ້ນທາງຕານມີໄຊ-ສີເກີດ ມີຄວາມຫຼ້າຊ້າ
Reviewed by makarow
on
9:00:00 PM
Rating:

