ໄຂ້ຫວັດໃຫຍ່ຍັງລະບາດໜັກຢູ່ມຽນມາ ເຮັດໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນ

ເຈົ້າໜ້າທີ່ກະຊວງສາທາລະນະສຸກ ແລະ ກີລາ ມຽນມາ ຢືນຢັນວ່າ: ນັບແຕ່ວັນທີ 21 –
30 ເດືອນກໍລະກົດ ຜ່ານມາ ມີ 182 ຄົນ
ໄດ້ເຂົ້າໂຮງໝໍຍ້ອນຕິດເຊື້ອພະຍາດຫຼອດລົມອັກເສບຮ້າຍແຮງ. ໃນນີ້, ມີ 51 ຄົນ
ຕິດເຊື້ອພະຍາດໄຂ້ຫວັດໃຫຍ່ H1N1 ສາຍພັນ A
ເຊິ່ງເຊື້ອພະຍາດດັ່ງກ່າວສ່ວນຫຼາຍແຜ່ລະບາດຢູ່ແຂວງຢ່າງກຸ້ງ ແລະ ລັດກາຊິນ
ທາງພາກຕາເວັນຕົກສ່ຽງເໜືອຂອງປະເທດ ແລະ ເປັນທີ່ແນ່ນອນແລ້ວວ່າມາຮອດວັນທີ 30
ກໍລະກົດ ຜ່ານມາ, ທົ່ວປະເທດມີ 51 ຄົນ
ໄດ້ຮັບການຢືນຢັນວ່າຕິດເຊື້ອພະຍາດໄຂ້ຫວັດໃຫຍ່ H1N1 ສາຍພັນ A. ໃນນີ້,
ມີຜູ້ເສຍຊີວິດເພີ່ມ 4 ຄົນ ລວມເປັນ 10 ຄົນ.
ເຈົ້າໜ້າທີ່ກະຊວງສາທາລະນະສຸກ ແລະ ກີລາມຽນມາ ໄດ້ແນະນຳໃຫ້ປະຊາຊົນເອົາໃຈໃສ່ຕໍ່ການປ້ອງກັນພະຍາດ, ຖ້າເປັນອາການໄຂ້ຫວັດຄວນໄປປິ່ນປົວຢູ່ໂຮງໝໍໃກ້ຄຽງທັນທີ.
ເຈົ້າໜ້າທີ່ກະຊວງດັ່ງກ່າວຍັງເປີດເຜີຍອີກວ່າ: ໄຂ້ຫວັດໃຫຍ່ຊະນິດນີ້ເປັນໄຂ້ຫວັດຕາມລະດູການ ແລະ ເລີ່ມເກີດຂຶ້ນຢູ່ມຽນມາ ເມື່ອປີ 2009 ເປັນຄັ້ງທຳອິດ ແລະ ຈາກນັ້ນກໍ່ໄດ້ເກີດຂຶ້ນໃນປີ 2010 – 2015 ແລະ ປີຜ່ານມາ.
ຢ່າງໃດກໍ່ຕາມ ທາງພາກສ່ວນທີ່ກ່ຽວຂ້ອງໄດ້ຈັດຕັ້ງປະຕິບັດການໂຄສະນາເພື່ອສ້າງຄວາມຕື່ນຕົວໃນໝູ່ປະຊາຊົນດ້ານສຸຂະພາບ ແລະ ພະຍາຍາມຢຸດຢັ້ງ ຄວາມກັງວົນຂອງປະຊາຊົນກ່ຽວກັບການແຜ່ລະບາດ.
ຂະນະທີ່ໜ້າກາກອະນາໄມທີ່ວາງຂາຍຕາມຮ້ານຕ່າງໆຖືກຈໍາໜ່າຍໝົດໄປແລ້ວໃນຫຼາຍຮ້ານໃນແຂວງຢ່າງກຸ້ງ, ເຈົ້າໜ້າທີ່ໄດ້ກ່າວຕໍ່ປະຊາຊົນບໍ່ໃຫ້ແຕກຕື່ນ ແລະ ອະທິບາຍວ່າການແຜ່ລະບາດຫຼ້າສຸດເປັນເຫດການທີ່ເກີດຂຶ້ນເປັນປົກກະຕິຕາມລະດູການ.
ຂ່າວຈາກ: ຂ່າວເສດຖະກິດ-ການຄ້າ

Reviewed by phouvieng phonepaserth
on
9:21:00 PM
Rating: