ປະທານປະເທດ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງຫວຽດນາມ
ທ່ານ ເຈິນແທັງເມິນ ໄດ້ ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ຂອງທ່ານ ບຸນຍັງ ວໍລະຈິດ ພ້ອມທັງລາຍງານໃຫ້ທ່ານເລ ຂາທິການໃຫຍ່ຊາບເຖິງຈຸດ ປະສົງໃນການມາຢ້ຽມຢາມໃນ ຄັ້ງນີ້ ແລະ ຍັງໄດ້ແຈ້ງສະພາບ ລວມຜົນງານທີ່ພົ້ນເດັ່ນຂອງ ຫວຽດນາມບໍ່ວ່າຈະເປັນວຽກ ງານການສຶກສາ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ວຽກງານອື່ນໆ ໂດຍສະເພາະ ແມ່ນພົວພັນຮ່ວມມື ແລະ ເຮັດວຽກລະຫວ່າງແນວໂຮມ ປະເທດຊາດຫວຽດນາມ ແລະ ສູນກາງແນວລາວສ້າງຊາດບໍ່ ວ່າຈະເປັນການແລກປ່ຽນ ຄະນະຜູ້ແທນຂັ້ນສູງຂອງທັງ ສອງຝ່າຍ, ກອງປະຊຸມ ແລະ ຝຶກອົບຮົມວຽກງານຕ່າງໆໃຫ້ ກັນ ແລະ ກັນດຳເນີນເປັນປົກ ກະຕິໃນແຕ່ລະປີ. ໃນໂອກາດດຽວກັນນີ້, ໃນວັນທີ 11 ສິງຫາຜ່ານມານີ້ ທ່ານ ເຈິນແທັງເມິນ ພ້ອມຄະ ນະຍັງໄດ້ເຂົ້າຢ້ຽມຂ່ຳນັບທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການ ກົມການເມືອງສູນກາງພັກປະ ທານສະພາແຫ່ງຊາດ ທີ່ສະ ພາແຫ່ງຊາດ ແລະ ເຂົ້າຢ້ຽມ ຂ່ຳນັບທ່ານ ໄຊສົມພອນ ພົມ ວິຫານ ກຳມະການກົມການ ເມືອງ ສູນ ກາງ ພັກ ປະທານສູນ ກາງແນວລາວສ້າງຊາດ ທີ່ສູນ ກາງແນວລາວສ້າງຊາດຕື່ມ ອີກ.
ປະທານປະເທດ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງຫວຽດນາມ
Reviewed by makarow
on
11:52:00 PM
Rating:

