ເຈົ້າໜ້າທີ່ຢືນຢັນສົບຍິງສາວຖືກຄາດຕະກຳໃນສວນຢາງພາລາບໍ່ແມ່ນຄົນຕ່າງປະເທດ
ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ເປີດເຜີຍວ່າ: ພາຍຫລັງໜ່ວຍງານກ່ຽວຂ້ອງຈາກສະຖານທູດ ສ.ເກົາຫລີ ປະຈໍາລາວ, ໄດ້ນໍາເອົາເນື້ອເຍື່ອບາງສ່ວນຂອງຍິງສາວທີ່ຖືກຄາດຕະກໍາຢູ່ສວນຢາງພາລາບ້ານຫລັກ 18 ເມືອງໄຊ ແຂວງອຸດົມໄຊ, ຊຶ່ງສົງໃສວ່າອາດຈະເປັນຍິງຄົນ ສ.ເກົາຫລີ ທີ່ຫາຍສາບສູນຢູ່ແຂວງຫລວງພະບາງ ເມື່ອເດືອນມິຖຸນາ 2017 ເພື່ອໄປພິສູດທາງດ້ານນິຕິວິທະຍາ ແລະ ຜ່ານການພິສູດ ດີເອັນເອ (DNA) ພົບວ່າຍິງຜູ້ເສຍຊີວິດບໍ່ແມ່ນຄົນສັນຊາດ ສ.ເກົາຫລີ ຕາມທີ່ມີການສົງໄສ.
ທ່ານຮ້ອຍເອກ ບຸນເມກ ສຸດາຈັນ ຮອງຫົວໜ້າພະແນກສືບສວນ-ສອບສວນ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ເຫດຄາດຕະກໍາດັ່ງກ່າວເຈົ້າໜ້າທີ່ໄດ້ຊີ້ເປົ້າໝາຍສືບສວນ-ສອບສວນໃນ 2 ປະເດັນຄື: ການຂ້າຂົ່ມຂືນ ແລະ ບັນຫາຊູ້ສາວ,
ຊຶ່ງໃນຈຸດເກີດເຫດພົບເຫັນສະພາບສົບດ້ານນອກມີຖົງຢາງດຳສຸບຫົວແລ້ວພັນຄໍ ແລະ ມີທັງເອົາກະເປົາສີແດງສຸບຫົວ, ສຸບຕີນ ແລ້ວເອົາເຊືອກຟາງມັດຢ່າງແໜ້ນໜາ, ຜູ້ຕາຍເປັນເພດຍິງສູງປະມານ 150 ຊັງຕິແມັດ, ເປັນຄົນຜິວຂາວ, ໃສ່ເສື້ອສີຂຽວຄໍມົນແຂນສັ້ນ, ໂສ້ງຢຶດຂາຍາວສີຂາວ-ດຳ, ເອີກເບື້ອງຂວາມີຮອຍຊໍ້າດຳ, ແຕ່ບໍ່ສາມາດລະບຸສົບຍິງນັ້ນແມ່ນໃຜ.
ເນື່ອງຈາກມີສະພາບເນົ່າເປື່ອຍ, ແຕ່ແນວໃດກໍຕາມເຈົ້າໜ້າທີ່ກຳລັງເລັ່ງເກັບກຳຂໍ້ມູນຫລັກຖານພິສູດຮ່ອງຮອຍຕ່າງໆ ເພື່ອສືບໃຫ້ຮູ້ວ່າຜູ້ເສຍຊີວິດແມ່ນໃຜ ແລະ ເລັ່ງຕິດຕາມຄົນຮ້າຍທີ່ກໍ່ເຫດມາດຳເນີນຄະດີຕາມລະບຽບກົດໝາຍໂດຍໄວ.
ແນວໃດກໍດີ ການສືບສວນ-ສອບສວນຄະດີມີຄວາມຄືບໜ້າສູງ ຊຶ່ງຄາດວ່າອີກບໍ່ດົນຈະສາມາດຕິດຕາມ ຄົນຮ້າຍມາດຳເນີນຄະດີໄດ້.
ຮູບພາບຫນັງສືພິມຄວາມສະຫງົບ:
ຂ່າວ: ຫນັງສືພິມລາວພັດທະນາ
ເຈົ້າໜ້າທີ່ຢືນຢັນສົບຍິງສາວຖືກຄາດຕະກຳໃນສວນຢາງພາລາບໍ່ແມ່ນຄົນຕ່າງປະເທດ
Reviewed by makarow
on
10:40:00 PM
Rating:
Reviewed by makarow
on
10:40:00 PM
Rating:


