ໂຮງງານປຸແຕ່ງໄມ້ພອນສັກ! ປົດພະນັກງານ 1,000 ກວ່າຄົນ
ໂຮງງານປຸງແຕ່ງໄມ້ສຳເລັດຮູບພອນສັກ ໄດ້ພົບກັບບັນຫາວິກິດຕະຫຼາດສົ່ງອອກຢ່າງໜັກໜ່ວງທາງໂຮງງານຈິ່ງໄດ້ຕັດສິນໃຈຫຼຸດຈຳນວນແຮງງານລົງຫຼາຍສົມຄວນ ເພາະບໍ່ຕ້ອງການແບກຮັບລາຍຈ່າຍໄປຫຼາຍກວ່ານີ້ອີກ.
ທ່ານ ຄຳສີ ສີມຸກດາ, ຜູ້ອຳນວຍການໂຮງງານປຸງແຕ່ງໄມ້ສຳເລັດຮູບພອນສັກ ໃຫ້ສຳພາດວ່າ: ພາຍຫຼັງຄຳສັ່ງເລກທີ 15/ນຍ ປະຕິບັດຢ່າງເຄັ່ງຄັດໃນທົ່ວປະເທດ ໂຮງງານພວກເຮົາໄດ້ສັ່ງປົດພະນັກງານໄປແລ້ວຈຳນວນ 1,000 ກວ່າຄົນ ຈາກທີ່ມີຢູ່ທັງໝົດ 1,500 ຄົນ ປັດຈຸບັນຍັງເຫຼືອພຽງແຕ່ແຮງງານທີ່ຈຳເປັນເທົ່ານັ້ນ ປະມານ 200-300 ຄົນ.
ທ່ານກ່າວຕື່ມວ່າ: ສາເຫດທີ່ເຮັດໃຫ້ລູກຄ້າຫຼຸດ ຍ້ອນມາຈາກຫຼາຍປັດໄຈທັງສະພາບການເງິນ ແລະ ຮູບແບບຂະໜາດຂອງໄມ້, ຄວາມໜາຂອງໄມ້ທີ່ຜິດດ່ຽງກັນເລັກໜ້ອຍ ບໍ່ສາມາດຕອບສະໜອງໄດ້ຕາມທີ່ລູກຄ້າສັ່ງ ເຮັດໃຫ້ລາຍຮັບຂອງໂຮງງານຫຼຸດລົງເປັນຈຳນວນຫຼາຍ ເຊິ່ງການຫຼຸດແຮງງານເປັນທາງອອກທຳອິດໃນການແກ້ໄຂສະເພາະໜ້າ ຍ້ອນບໍ່ຢາກແບກລາຍຈ່າຍຫຼາຍເກີນໄປ.
ໂຮງງານປຸງແຕ່ງໄມ້ສຳເລັດຮູບພອນສັກ ຕັ້ງຢູ່ແຂວງຄຳມ່ວນ ຈາກໂຮງເລື່ອຍໃນປີ 1990 ກາຍມາເປັນໂຮງງານທີ່ໃຫຍ່ລະດັບປະເທດ ມີກຳລັງການຜະລິດໄດ້ບໍ່ຕ່ຳກວ່າ 30,000 ແມັດກ້ອນ/ວັນ ມີເຄື່ອງມີທີ່ທັນສະໄໝສາມາດຜະລິດງານເຟີນິເຈີໄດ້ຫຼາຍຮູບແບບເຊັ່ນ: ໂຕະ, ຕັ່ງ ແລະ ໄມ້ແປຮູບຫຼາຍຢ່າງປ້ອນຕະຫຼາດທັງພາຍໃນ ແລະ ຕ່າງປະເທດ.
ແຕ່ພາຍຫຼັງຄຳສັ່ງເລກທີ 15/ນຍ ທີ່ເນັ້ນສົ່ງເສີມການສົ່ງອອກໄມ້ແປຮູບ, ຫຼີກເວັ້ນການຕັດໄມ້ແບບຊະຊາຍ ເຊິ່ງ ກະຊວງອຸດສາຫະກຳ ແລະ ການຄ້າໄດ້ສັ່ງປິດໂຮງງານຂະໜາດນ້ອຍທີ່ບໍ່ໄດ້ມາດຖານໄປແລ້ວ 200-300 ແຫ່ງໃນທົ່ວປະເທດ ຄາດວ່າຈະສັ່ງປິດໂຮງງານທີ່ບໍ່ມີມາດຖານຄົບຖ້ວນຕືມອີກ.
ໂຮງງານປຸແຕ່ງໄມ້ພອນສັກ! ປົດພະນັກງານ 1,000 ກວ່າຄົນ
Reviewed by makarow
on
5:40:00 PM
Rating:
Reviewed by makarow
on
5:40:00 PM
Rating:



