ຂ່າວດ່ວນ

ຂ່າວອື່ນໆ

random

ທ່ານບຸນຍັງ ວໍລະຈິດຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານສາງວ້ານສວນ



ທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ,  ປະທານປະເທດລາວໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານສາງວ້ານສວນ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດຈີນຢູ່ນະຄອນຫຼວງວຽງຈັນ ສປປ ລາວໃນຕອນເຊົ້າວັນທີ 14 ກັນຍານີ້.

ທ່ານບຸນຍັງ ກ່າວວ່າ, ຫຼາຍປີຜ່ານມາ, ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງລາວ-ຈີນໄດ້ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ການແລກປ່ຽນໃນຂົງເຂດການເມືອງ, ເສດຖະກິດ, ຄວາມສະຫງົບແລະອື່ນໆໄດ້ຮັບຜົນງານອັນພົ້ນເດັ່ນ. ພາຍໃຕ້ສະຖານະການພາກພື້ນແລະສາກົນທີ່ສັບສົນແລະປ່ຽນແປງເລື້ອຍໆ, ການທີ່ເພີ່ມທະວີການແລກປ່ຽນແລະຮ່ວມມືລະຫວ່າງພັກ, ລັດແລະກອງທັບທັງສອງປະເທດແມ່ນສຳຄັນທີ່ສຸດ. ກອງທັບຈີນແມ່ນແບບຢ່າງຮ່ຳຮຽນຂອງກອງທັບປະຊາຊົນລາວ, ແລະຫວັງວ່າຈີນຈະສືບຕໍ່ສະໜັບສະໜູນການພັດທະນາ ກອງທັບປະຊາຊົນລາວ, ແລະກອງທັບສອງປະເທດຈະແລກປ່ຽນແລະຮ່ວມມືກັນເລື້ອຍໆ.
ທ່ານສາງວ້ານສວນກ່າວວ່າ, ການພົວພັນລະຫວ່າງລັດແລະກອງທັບສອງປະເທດຈີນລາວໃກ້ຊິດກັນຫຼາຍ, ສອງຝ່າຍໄດ້ຮ່ວມມືຢ່າງຈິງຈັງແລະມີຜົນງານການຮ່ວມມືຢ່າງແທ້ຈິງ, ການພົວພັນລະຫວ່າງສອງຝ່າຍມີອະນາຄົດທີ່ດີງາມ. ກອງທັບຈີນຈະປະຕິບັດຕາມຄວາມເປັນເອກະພາບກັນລະຫວ່າງຜູ້ນຳສອງປະເທດ, ຮ່ວມກັບກອງທັບປະຊາຊົນລາວ, ເພີ່ມທະວີການໄປມາຫາສູ່ກັນ, ລົງເລິກການຮ່ວມມື, ເພື່ອຕັ້ງໜ້າປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊະຕາກຳຈີນ-ລາວ. ທັງຍິນດີເພີ່ມທະວີການໄປມາຫາສູ່ກັນກັບການນຳຂັ້ນສູງລາວຕື່ມອີກ, ປັບປຸງກົນໄກຮ່ວມມືໃຫ້ສົມບູນ, ເພີ່ມທະວີການແລກປ່ຽນດ້ານປ້ອງກັນປະເທດແລະເຮັດວຽກງານການຮ່ວມມືຫຼາຍຝ່າຍໃຫ້ດີ. ກອງທັບຈີນຈະສືບຕໍ່ຊ່ວຍເຫຼືອກອງທັບປະຊາຊົນລາວເທົ່າທີ່ຈະເຮັດໄດ້.

ທ່ານສາງວ້ານສວນຍັງໄດ້ແຈ້ງການກໍ່ສ້າງ “ໜຶ່ງແລວທາງໜຶ່ງເສັ້ນທາງ” ແລະບັນຍາກາດຄຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ອີກ. ຂະນະທີ່ທ່ານບຸນຍັງ ກ່າວຕື່ມວ່າ, ປະເທດລາວຈະຕັ້ງໜ້າເຂົ້າຮ່ວມການກໍ່ສ້າງ “ໜຶ່ງແລວທາງໜຶ່ງເສັ້ນທາງ”, ແລະອວຍພອນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ທີ່ຈະຈັດຂຶ້ນໃນຕໍ່ໜ້າປະສົບຜົນສຳເລັດຢ່າງຈົບງາມ.
ທ່ານບຸນຍັງ ວໍລະຈິດຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານສາງວ້ານສວນ Reviewed by makarow on 5:42:00 PM Rating: 5

Contact Form

Name

Email *

Message *

Powered by Blogger.