ຂ່າວດ່ວນ

ຂ່າວອື່ນໆ

random

13.09.2017: ແຂວງວຽງຈັນ ແນະນຳການຈັດຕັ້ງປະຕິບັດ ການຮັບແຈ້ງ ຊັບສິນຂອງພະນັກງານ-ລັດຖະກອນ ຮອບທີ II.


 ກອງປະຊຸມແນະນຳການຈັດຕັ້ງປະຕິບັດ ການຮັບແຈ້ງຊັບສິນຂອງພະນັກງານ-ລັດຖະກອນຮອບທີ II ປີ 2017 ທົ່ວແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 12 ກັນຍາ 2017 ຜ່ານມາ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ.

ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ດຳລັດວ່າດ້ວຍການແຈ້ງຊັບສິນ ເລກທີ 159/ລບ, ລົງວັນທີ 4 ມິຸຖນາ 2013 ທີ່ສະເໜີໂດຍ ທ່ານ ພົນຈັດຕະວາ ຊີດາລໍ່ ຈົ່ງຕົ່ງເຈ້ຍຊ້າ ຮອງເລຂາພັກແຂວງ,ຫົວໜ້າກອງບັນຊາການທະຫານແຂວງວຽງຈັນ ເພຶ່ອກຳນົດຫຼັກການ,ລະບຽບການ ແລະ ມາດຕະການກ່ຽວກັບການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນ,ທະຫານ,ຕຳຫຼວດທີ່ສັງກັດຢູ່ໃນກົງຈັກການຈັດຕັ້ງຂອງພັກ-ລັດ,ແນວລາວສ້າງຊາດ,ອົງການ ຈັດຕັ້ງມະຫາຊົນ,ລັດວິສາຫະກິດ,ລັດວິສາຫະກິດປະສົມ,ລັດຮຸ້ນສ່ວນ ເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ,ມີປະສິດທິຜົນ ແລະ ມີຄວາມໂປ່ງໃສ ແນໃສ່ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນກົງຈັກການຈັດຕັ້ງທີ່ກ່າວມານັ້ນ ເພຶ່ອປະກອບສ່ວນເຂົ້າໃນການສ້າງສາ,ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ແລະ ສີວິໄລ.

ທ່ານ ວິນັດ ສີສຸວົງ ຄະນະປະຈຳພັກແຂວງ,ປະທານກວດກາພັກ,ຫົວໜ້າພະແນກກວດກາລັດແຂວງວຽງຈັນໄດ້ກ່າວໃນບົດແນະນຳການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍການແຈ້ງຊັບສິນ (ສະບັບປັບປຸງ) ເລກທີ 46/ອກລ,ລົງວັນທີ 20 ກຸມພາ 2017 ບາງຕອນວ່າ: ປະເພດຊັບສິນ,ລາຍຮັບ ແລະ ໜີ້ສິນທີ່ຕ້ອງແຈ້ງມີປະເພດທີ່ດິ,ປະເພດສິ່ງປຸກສ້າງ,ພາຫະນະ ແລະ ກົນຈັກການຜະລິດຕ່າງໆ,ປະເພດວັດຖຸມີຄ່າ,ພັນທະບັດ,ເງິນຝາກທະນາຄານ,ເງິນຝາກກອງທຶນ ແລະສະຖາບັນການເງິນອື່ນໆ,ບັນຊີຮຸ້ນ,ປະເພດລາຍຮັບຕ່າງໆ,ປະເພດໜີ້ຕ້ອງຮັບ ແລະ ໜີ້ຕ້ອງສົ່ງ ແລະ ມູນຄ່າປະເພດຊັບສິນ ແລະ ລາຍຮັບ.
 ສຳລັບພະນັກງານທີ່ຂຶ້ນກັບກົມການເມືອງສູນກາງພັກຄຸ້ມຄອງມີເລຂາຄະນະພັກແຂວງ, ທະຫານ,ຕຳຫຼວດຊັ້ນພົນຈັດຕະວາຂຶ້ນໄປ,ພະນັກງານທີ່ຂຶ້ນກັບຄະນະເລຂາທິການສູນກາງພັກຄຸ້ມຄອງມີຮອງເລຂາພັກ,ຄະນະປະຈຳພັກ,ກຳ ມະການພັກແຂວງ ແລະ ເລຂາພັກເມືອງ,ຮອງເຈົ້າແຂວງ,ຮອງປະທານສະພາປະຊາຊົນແຂວງ,ເຈົ້າເມືອງ ແລະເລຂາທິ ການ,ປະທານຄະນະກຳມາທິການສະພາປະຊາຊົນແຂວງ ແລະ ພະນັກງານວິຊາການຂັ້ນປະລິນຍາເອກ,ສາດສະດາຈານ.ກຳນົດເວລາຈັດຕັ້ງປະຕິບັດການແຈ້ງຊັບສິ ແລະ ລາຍຮັບຂອງພະນັກງານແຕ່ລະເປົ້າໝາຍຕາມສິດຄຸ້ມຄອງຂອງແຕ່ລະຂັ້ນແມ່ນຄົບຮອບ 2 ປີໃດແຈ້ງເທຶ່ອໜຶ່ງ,ການດຳເນີນການແຈ້ງຊັບສິນ ແລະ ລາຍຮັບແຕ່ລະຄັ້ງໃຫ້ສຳເລັດພາຍໃນ 6 ເດືອນ,ສຳລັບຢູ່ແຂວງວຽງຈັນຄາດຄະເນຈະໃຫ້ສຳເລັດໃນທ້າຍເດືອນກັນຍາ 2017ນີ້,ເຊິ່ງທົ່ວແຂວງມີພະນັກງານ-ລັດຖະກອນທັງໝົດ 11.819 ຄົນ,ຍິງ 5.543 ຄົນ.
ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີບັນດາຄະນະປະຈຳ,ກຳມະການພັກແຂວງ,ເລຂາພັກເມືອງ,ຫົວໜ້າພະແນກການ,ອົງການ,ກົມກອງ ແລະ ລັດວິສາຫະກິດພາຍໃນແຂວງເຂົ້າຮ່ວມ.
-----------------------------------------
ພາບ-ຂ່າວ:ໂດຍ:ບຸນມາ ແກ້ວບຸດດາ
ແຂວງວຽງຈັນອອນລາຍ
13.09.2017: ແຂວງວຽງຈັນ ແນະນຳການຈັດຕັ້ງປະຕິບັດ ການຮັບແຈ້ງ ຊັບສິນຂອງພະນັກງານ-ລັດຖະກອນ ຮອບທີ II. Reviewed by makarow on 7:57:00 PM Rating: 5

Contact Form

Name

Email *

Message *

Powered by Blogger.