ອຸປະຕິເຫດລົດຈັກກັບລົດຈັກຕຳກັນເສຍຊີວິດຄາທີ່1ລາຍ
ແຂວງ ສະຫວັນນະເຂດ ວັນທີ13/09/2017 ເວລາ7:30 ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າມີອຸປະຕິເຫດລົດຈັກກັບລົດຈັກຕຳກັນ ເຂດເສັ້ນທາງຫຼັກ10 ເມືອງໄກສອນ ແຂວງສະຫວັນນະເຂດ
ໃນຈຸດເກີດເຫດມີຜູ້ເສຍຊີວິດຄາທີ່1ຄົນເປັນເພດຍີງອາຍຸປະມານ40ກວ່າປີ ເປັນຄົນບ້ານ ທາດອີງຮັງເມືອງໄກສອນ, ອາການຂອງຜູ້ເສຍຊີວິດ ທາງທີມງານໄດ້ປະເມີນຜູ້ກ່ຽວແມ່ນກະທົບຫົວຍ່າງແຮງມີເລືອດໄຫລອອກທາດັງແລະປາກຫູ, ຄໍກະທົບຫັກ ຈື່ງເຮັດໃຫ້ຜູ້ກ່ຽວເສຍຊີວິດຄາທີ່
ທາງທີມງານໄດ້ຊ່ວຍສຸດຄວາມສາມາດ
ຂໍສະແດງຄວາມເສຍໃຈນຳຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ ແລະ ຂໍໃຫ້ວີນຍານຜູ້ເສຍຊີວິດໄປສູ່ພົບພູມທີ່ດີ ສາທຸໆໆ
ສ່ວນສົບຜູ້ເສຍຊີວິດ ທາງທີມງານໄດ້ປະສານຫາອຳນາດການປົກຄອງບ້ານທີ່ກ່ຽວຂ້ອງເພື່ອນຳກັບບ້ານ ໄປທຳພີທີທາງສາດສະຫນາຕໍ່ໄປ
-----------------------
ອູປະຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສີນໂທ
020 9898-5454
020 2828-5454 ຕະຫຼອດ 24h
Savannakhae Rescue
ອຸປະຕິເຫດລົດຈັກກັບລົດຈັກຕຳກັນເສຍຊີວິດຄາທີ່1ລາຍ
Reviewed by makarow
on
9:42:00 PM
Rating:
Reviewed by makarow
on
9:42:00 PM
Rating:





