ອູແກຣນ(ຢູເຄຣນ) ເລີ່ມການຊ້ອມຮົບຮ່ວມປະຈຳປີກັບ ສະຫະລັດ ອາເມຣິກາ ແລະ NATO
ຂ່າວສານ
AFP ລາຍງານວ່າ ວັນທີ 11 ກັນຍານີ້
ອູແກຣນໄດ້ເລີ່ມການຊ້ອມຮົບຮ່ວມກັບ ສ ອາເມຣິກາ ແລະ
ຫຼາຍປະເທດທີ່ເປັນສະມາຊິກຂອງອົງການສົນທິສັນຍາປ້ອງກັນອັດລັງຕິກເໜືອ
(NATO) ຊຶ່ງມີຂຶ້ນທ່າມກາງທີ່ຣັດເຊຍ
ກະກຽມການຊ້ອມຮົບຢູ່ໃກ້ກັບຊາຍແດນສະຫະພາບເອີຣົບ (EU).ຖະແຫຼງການຂອງກອງທັບອູແກຣນ ໃຫ້ຮູ້ວ່າ ການຊ້ອມຮົບປະຈຳປີ Rapid Trident ດຳເນີນໄປທີ່ນະຄອນຢາໂວຣິບ (ພາກຕາເວັນຕົກອູແກຣນ) ແຕ່ວັນທີ 11-23 ກັນຍາ ໂດຍມີພົນທະຫານ 2.500 ຄົນ ທີ່ມາຈາກ 15 ປະເທດເຂົ້າຮ່ວມ.
ການຊ້ອມຮົບດັ່ງກ່າວເລີ່ມຂຶ້ນບໍ່ພໍເທົ່າໃດມື້ ກ່ອນທີ່ຣັດເຊຍ ຈະດຳເນີນການຊ້ອມຮົບຂະໜາດໃຫຍ່ “Zapad 2017” (ທິດຕາເວັນຕົກ 2017) ຢູ່ໃນຣັດເຊຍ ແລະ ເບລາຣຸສ.
ອູແກຣນ(ຢູເຄຣນ) ເລີ່ມການຊ້ອມຮົບຮ່ວມປະຈຳປີກັບ ສະຫະລັດ ອາເມຣິກາ ແລະ NATO
Reviewed by makarow
on
10:35:00 PM
Rating:

