6 ເດືອນ ຕົ້ນປີ 2017 ລວມຍອດການລົງທຶນຂອງແຂວງສາລະວັນ ມີ 8 ໂຄງການ ມູນຄ່າ 246,412 ຕື້ກ່ວາກີບ.
ໄລຍະ 6 ເດືອນ ຕົ້ນປີ 2017 ລວມຍອດການລົງທຶນຂອງແຂວງສາລະວັນ ມີ 8 ໂຄງການ ມູນຄ່າ 246,412 ຕື້ກ່ວາກີບ ເທົ່າກັບ 30,801 ລ້ານກ່ວາ ໂດລາສະຫາລັດ , ປະຕິບັດໄດ້ 27,37% ທຽບໃສແຜນດຶງດູດການລົງທຶນ ປີ 2017,
ເຊິ່ງໃນນັ້ນ ມີໂຄງການຜະລິດກະສິກໍາ 3 ໂຄງການ ມູນຄ່າ 41 ຕື້ກ່ວາກີບ. ໂຄງການພະລັງງານໄຟ້າ ມີ 3 ໂຄງການ ມູນຄ່າ 186,677 ຕື້ກ່ວາກີບ. ໂຄງການລົງທຶນຈາກຕ່າງປະເທດ ມີ 2 ໂຄງການມູນຄ່າ 18,599 ຕື້ກີບ.
ກອງປະຊຸມສະຫຼຸບສະພາບການລົງທຶນໄດ້ຈັດຂື້ນໃນວັນທີ 14.9.2017 ທີ່ຫ້ອງປະຊຸມພະແນກແຜນການ ແລະການລົງທຶນແຂວງສາລະວັນ ໂດຍເປັນປະທານ ຂອງທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງໆສາລະວັນ ມີຄະນະກໍາມະການລົງທຶນຂັ້ນແຂວງເຂົ້າຮ່ວມ.
ຂ່າວ: ໂສພາ ສໍພະໄຊ
6 ເດືອນ ຕົ້ນປີ 2017 ລວມຍອດການລົງທຶນຂອງແຂວງສາລະວັນ ມີ 8 ໂຄງການ ມູນຄ່າ 246,412 ຕື້ກ່ວາກີບ.
Reviewed by makarow
on
8:06:00 PM
Rating:
Reviewed by makarow
on
8:06:00 PM
Rating:


