ຫຼວງພະບາງ ເມືອງມໍລະດົກໂລກ ຮັບລາງວັນເມືອງສິ່ງແວດລ້ອມທີ່ຍືນຍົງຂອງອາຊຽນ.
ລາງວັນເມືອງສິ່ງແວດລ້ອມທີ່ຍືນຍົງຂອງອາຊຽນ ໃນປີນີ້ ຕົກເປັນຂອງ ເມືອງ ຫຼວງພະບາງ ເມືອງມໍລະດົກໂລກ. ພິທີສະເຫຼີມສະຫຼອງລາງວັນດັ່ງກ່າວແມ່ນໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ່ 14 ກັນຍາ 2017 ນີ້ ໂດຍມີ ການນຳຂອງແຂວງ, ເມືອງ, ອຳນາດການປົກຄອງບ້ານອ້ອມຂ້າງເຂົ້າຮ່ວມ.
ລາງວັນດັ່ງກ່າວເປັນລາງວັນທີ່ມີຄວາມໝາຍ ຄວາມສຳຄັນ ສຳລັບຊາວລາວທັງຊາດ ໂດຍສະເພາະແມ່ນຊາວຫຼວງພະບາງ. ພິທີສະເຫຼີມສະຫຼອງຄັ້ງນີ້ ໄດ້ຈັດຂະບວນແຫ່ຈາກສະໜາມບິນສາກົນຫຼວງພະບາງ ( ພາຍຫຼັງທີ່ບິນມາເຖິງ ) ເຂົ້າສູ່ຕົວ ເມືອງ ຫຼວງພະບາງ ແລະ ເດີນຂະບວນໄປຕາມເສັ້ນທາງແຄມແມ່ນ້ຳຄານຈົນໄປເຖິງປາກຄານ ແລະ ທຳພິທີ ຢູ່ທີ່ ວັດ ຊຽງທອງ ຈາກນັ້ນກໍ່ເດີນຂະບວນໄປຕາມເສັ້ນທາງສີສະຫວ່າງວົງ ຜ່ານໜ້າຫໍພິພິຕະພັນ ມຸ້ງໜ້າເຂົ້າສູ່ຕົວເມືອງເພື່ອອ້ອມຕົວເມືອງ ໃຫ້ພໍ່ແມ່ປະຊາຊົນ ແລະ ແຂກຕ່າງດ້າວ ທ້າວຕ່າງແດນໄດ້ເບິ່ງໄດ້ຊົມ. ເຂົ້າຮ່ວມຂະບວນໃນຄັ້ງນີ້ ນຳໂດຍ ລົດສື່ມວນຊົນ ແຂວງ ຫຼວງພະບາງ, ລົດ ປ ກ ສ ຕໍ່ດ້ວຍ ລົດເສບລາວເດີມ ແລະ ລົດຂັນລາງວັນເມືອງສິ່ງແວດລ້ວມທີ່ຍືນຍົງຂອງອາຊຽນ, ພ້ອມທັງຂະບວນລົດຖີບ, ລົດໄຟຟ້າ ແລະ ອື່ນໆ. ຂະບວນດັ່ງກ່າວຈະສິ້ນສຸດລົງທີ່ຫ້ອງວ່າການປົກຄອງ ເມືອງ ຫຼວງພະບາງ ບ້ານ ວຽງໃໝ່.
ພາບ-ຂ່າວ: Tam sonphet
ຫຼວງພະບາງ ເມືອງມໍລະດົກໂລກ ຮັບລາງວັນເມືອງສິ່ງແວດລ້ອມທີ່ຍືນຍົງຂອງອາຊຽນ.
Reviewed by makarow
on
12:39:00 AM
Rating:
Reviewed by makarow
on
12:39:00 AM
Rating:




