ສັ່ງໂຈະ! ໂຮງງານ 1 ແຫ່ງໃນວິຕ້າພາກ ຫຼັງກະທົບຕໍ່ສິ່ງແວດລ້ອມໜັກໜ່ວງ
ບັນຫາສິ່ງແວດລ້ອມກາຍເລື່ອງສຳຄັນທີ່ລັດຖະບານໃຫ້ຄວາມເອົາໃຈໃສ່ບໍ່ແພ້ຂະແໜງອື່ນ, ເຊິ່ງຫຼ້າສຸດ ໂຮງງານຫຼອມໝໍ້ໄຟເກົ່າໃນເຂດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ (ວິຕ້າ ພາກ), ທີ່ນຳເອົາຊິ້ນສ່ວນຂອງໝໍ້ໄຟເກົ່າມາຫຼອມໃໝ່ ເພື່ອສົ່ງອອກແຕ່ປີ 2014 ໃນທີ່ສຸດກໍ່ໄດ້ສັ່ງໂຈະຊົ່ວຄາວ ເພື່ອໃຫ້ທາງໂຮງງານປັບປຸງບັນຫາສົ່ງກິ່ນເໝັນລົບກວນປະຊາຊົນອ້ອມຂ້າງ.
ທ່ານ ທອງຂັນ ວົງພະຈັນ, ຮອງປະທານເຂດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ ກ່າວວ່າ: ລັດຖະບານໄດ້ສັ່ງໂຈະໂຮງງານຫຼອມໝໍ້ໄຟທີ່ເປັນນັກລົງທຶນຕ່າງປະເທດໃນເຂດວຽງຈັນ-ໂນນທອງ ຊົ່ວຄາວນັບແຕ່ປີ 2016 ເປັນຕົ້ນມາ ພາຍຫຼັງທີ່ໂຮງງານດັ່ງກ່າວໄດ້ຜະລິດພຽງແຕ່ 2 ປີເທົ່ານັ້ນ ສາເຫດຍ້ອນບໍ່ສາມາດກຳຈັດບັນຫາກິ່ນທີ່ເໝັນໄດ້ ເຖິງວ່າຈະມີຄວາມພະຍາຍາມຕໍ່ທໍ່ຄວັນໃຫ້ສູງຂຶ້ນກວ່າເກົ່າ, ແຕ່ກໍ່ຍັງສົ່ງກິ່ນເໝັນລົບກວນປະຊາຊົນອ້ອມຂ້າງ 3 ບ້ານຄື: ບ້ານໂຄກສະອາດ, ໄຊສົມບູນ ແລະ ບ້ານຫົວຊຽງ.
ໄລຍະຜ່ານມາ, ພາຍຫຼັງທີ່ໄດ້ຮັບສຽງຈົ່ມວ່າຈາກປະຊາຊົນ 3 ບ້ານ ລັດຖະບານກໍ່ໄດ້ແຕ່ງຕັ້ງຫຼາຍພາກສ່ວນລົງມາຕິດຕາມເຮັດວຽກກັບເຂດນິຄົມອຸດສາຫະກຳ ວຽງຈັນ-ໂນນທອງ ເພື່ອຊອກຫາວິທີແກ້ໄຂຫຼາຍຝ່າຍ ຈົນໃນທີ່ສຸດກໍ່ໄດ້ສັ່ງໂຈະໂຮງງານດັ່ງກ່າວຊົ່ວຄາວຈົນກວ່າຈະແກ້ໄຂໄດ້ ຫຼື ອາດຈະມີການໂຈະແບບຖາວອນ.
ການສັ່ງໂຈະໂຮງງານຫຼອມໝໍ້ໄຟ ບໍ່ແມ່ນໂຮງງານທຳອິດທີ່ລັດຖະບານສັ່ງໂຈະ, ແຕ່ກ່ອນໜ້ານັ້ນປະມານທ້າຍປີ 2016 ຫາຕົ້ນປີ 2017 ກໍ່ມີໂຮງງານອົບຂີ້ເບຍເຂດບ້ານນາຄວາຍ, ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ ຖະໜົນ 450 ປີ ໃກ້ກັບເຂດ ວຽງຈັນ-ໂນນທອງ ທີ່ສົ່ງກິນເໝັນລົບກວນປະຊາຊົນໃນທີ່ສຸດລັດຖະບານກໍ່ໄດ້ສັ່ງປິດໂຮງງານແບບຖາວອນ.
ນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ ຕັ້ງຢູ່ຫຼັກ 22 ບ້ານໂນນທອງ, ເມືອງໄຊທານີ ເຊິ່ງນັກລົງທຶນໃຕ້ຫວັນເຂົ້າມາພັດທະນາແມ່ນເຂດໜຶ່ງໃນ 12 ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ທີ່ລັດຖະບານຕັ້ງຄວາມຫວັງສູງທັງເລື່ອງການຜະລິດສິນຄ້າເພື່ອສົ່ງອອກ, ການບໍລິການ, ການຄ້າ ແລະ ເປັນບ່ອນສ້າງວຽກເຮັດງານທຳໃຫ້ກັບປະຊາຊົນເຂດໃກ້ຄຽງ ແລະ ແຮງງານທີ່ເຂົ້າມາໃນນະຄອນຫຼວງວຽງຈັນ.
ທ່ານ ທອງຂັນ ວົງພະຈັນ
ປັດຈຸບັນ ມີບໍລິສັດເຂົ້າມາລົງທຶນໃນເຂດດັ່ງກ່າວແລ້ວ 53 ບໍລິສັດ ລວມທຶນຈົດທະບຽນ 65,963 ລ້ານໂດລາສະຫະລັດ ໄດ້ທຳການຜະລິດເພື່ອສົ່ງອອກແລ້ວ 23 ບໍລິສັດ ກຽມດຳເນີນອີກ 3 ບໍລິສັດ, ກຳລັງມີກໍ່ສ້າງໂຮງງານຕື່ມອີກປະມານ 2-3 ບໍລິສັດ, ມູນຄ່າຂອງການນຳເຂົ້າ 85,573 ກວ່າລ້ານໂດລາສະຫະລັດ ແລະ ມູນຄ່າການສົ່ງອອກ 80,355 ລ້ານໂດລາສະຫະລັດ ສາມາດສ້າງວຽກເຮັດງານທຳໃຫ້ກັບປະຊາຊົນອ້ອມຂ້າງໄດ້ 2,000 ກວ່າຄົນ ຄາດວ່າປີ 2017-2018 ຈະສ້າງວຽກເຮັດງານທຳໃຫ້ກັບປະຊາຊົນເຖິງ 3,000 ກວ່າຄົນ.
ສັ່ງໂຈະ! ໂຮງງານ 1 ແຫ່ງໃນວິຕ້າພາກ ຫຼັງກະທົບຕໍ່ສິ່ງແວດລ້ອມໜັກໜ່ວງ
Reviewed by makarow
on
8:00:00 AM
Rating:
Reviewed by makarow
on
8:00:00 AM
Rating:



