ຜົນຈັດຕັ້ງປະຕິບັດວຽກງານຈຸດສຸມ ປີ 2017
ມື້ທຳອິດ ຂອງວາລະດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຕາງໜ້າລັດຖະບານ ຂຶ້ນລາຍ ງານສະພາບການຈັດຕັ້ງປະຕິບັດ ແຜນວຽກຈຸດສຸມໃນປີ 2017 ແລະ ທິດທາງແຜນການສຳລັບປີ 2018. ບາງຕອນສຳຄັນ ຂອງການລາຍງານທ່ານໄດ້ກ່າວວ່າ: ປີ 2017 ເປັນປີທີ 2 ຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ - ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະ ກໍເປັນອີກປີ ໜຶ່ງທີ່ລັດຖະບານ ພົບກັບຄວາມທ້າທາຍ ບໍ່ໜ້ອຍກວ່າປີທີ່ ຜ່ານມາ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ. ເຖິງຢ່າງໃດກໍຕາມ, ລັດຖະບານ ກໍມີຜົນສຳເລັດພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງ ອອກດັ່ງນີ້:
1. ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ: ໄດ້ຊີ້ນຳ-ນຳພາ ການແກ້ໄຂບັນຫາທີ່ຕິດພັນກ່ຽວກັບ ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເຮັດໃຫ້ທົ່ວ ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ, ສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການພັດທະນາ. ລັດຖະບານ ໄດ້ແກ້ໄຂບັນຫາຄວາມ ເຄັ່ງຕຶງຊາຍແດນເຂດແຂວງອັດຕະປື ແລະ ແຂວງຈຳປາສັກ ກັບປະເທດເພື່ອນບ້ານຢ່າງນິ້ມນວນ, ສາມາດຫຼີກລ່ຽງການປະທະ ແລະ ໃຊ້ກຳລັງເຮັດໃຫ້ສະພາບ ການຜ່ອນຄາຍລົງ ແລະ ສ້າງ ເງື່ອນໄຂໃຫ້ແກ່ການພົບປະ ເຈລະຈາກັນ ແນໃສ່ແກ້ໄຂ ບັນຫາໂດຍສັນຕິວິທີ. ໄດ້ຕັດ ສິນໃຈ ແລະ ເດັດດ່ຽວປາບ ປາມ ແລະ ສະກັດກັ້ນເຄືອ ຂ່າຍການຄ້າຂາຍຢາເສບຕິດ ທີ່ເປັນພິດເປັນໄພ ແລະ ກຳລັງ ທຳລາຍສັງຄົມລາວ, ໄດ້ສືບຕໍ່ ເອົາໃຈໃສ່ແກ້ໄຂປະກົດການ ຫຍໍ້ທໍ້ຕ່າງໆທາງສັງຄົມ ໂດຍ ສະເພາະແມ່ນຂະບວນການຂີ້ ລັກງັດແງະ, ການປຸ້ນຈີ້ - ຊີງ ຊັບ, ອຸບັດເຫດຕາມທ້ອງຖະ ໜົນ, ອັກຄີໄພ ແລະ ອື່ນໆ. ເຖິງແມ່ນວ່າປະກົດການຫຍໍ້ທໍ້ ທີ່ກ່າວມານີ້ ຍັງສືບຕໍ່ເກີດຂຶ້ນກໍ ຕາມແຕ່ກໍສາມາດຈຳກັດບໍ່ໃຫ້ ແຜ່ຂະຫຍາຍ ແລະ ຮຸນແຮງ ຂຶ້ນຕື່ມ, ນັ້ນກໍຖືວ່າເປັນຄວາມ ພະຍາຍາມໃນລະດັບສູງ ເພື່ອ ເປັນຈຸດພື້ນຖານໃຫ້ແກ່ການ ແກ້ໄຂຕໍ່ໄປ. - ໄດ້ເຄັ່ງຄັດການຈັດຕັ້ງ ປະຕິບັດຄຳສັ່ງເລກທີ 15/ນຍ ຢ່າງເຂັ້ມງວດ, ໃນກໍລະນີການ ລະເມີດ ກໍມີການດຳເນີນການ ຕາມລະບຽບກົດໝາຍຢ່າງ ເຄັ່ງຄັດ.
2. ວຽກງານພັດທະນາ ທາງດ້ານເສດຖະກິດ: ລັດຖະບານ ໄດ້ສຸມໃສ່ ຈັດຕັ້ງປະຕິບັດບັນດາມາດຕະ ການຕົ້ນຕໍທາງດ້ານເສດຖະ ກິດ ທີ່ຂ້າພະເຈົ້າ ໄດ້ສະເໜີຕໍ່ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ໃນເດືອນ 10 ຂອງປີຜ່ານມາ, ໂດຍສະເພາະ ກໍແມ່ນການຄຸ້ມ ຄອງເສດຖະກິດມະຫາພາກ ໃຫ້ມີສະຖຽນລະພາບ ແລະ ໝັ້ນທ່ຽງ, ການປັບປຸງລະບົບ ການເງິນ - ງົບປະມານໃຫ້ເຂັ້ມ ແຂງ, ການຄຸ້ມຄອງລະບົບເງິນ ຕາໃຫ້ມີສະຖຽນລະພາບ, ການ ປັບປຸງສະພາບແວດລ້ອມໃນ ການດຳເນີນທຸລະກິດ, ການ ສົ່ງເສີມການຜະລິດ ແລະ ບໍລິ ການ, ການປັບປຸງບັນດາລັດວິ ສາຫະກິດ ແລະ ອື່ນໆ. ຜ່ານ ການຈັດຕັ້ງປະຕິບັດມາໄດ້ 10 ເດືອນ, ຂ້າພະເຈົ້າຕີລາຄາ ໝາກຜົນຕົວຈິງດັ່ງນີ້:
- ເສດຖະກິດມະຫາພາກ ໃນປີ 2017 ໂດຍລວມ ແມ່ນມີ ສະຖຽນລະພາບດີ, ອັດຕາ ການເຕີບໂຕສະເລ່ຍຢູ່ໃນລະ ດັບ 6,83% (ຫຼຸຸດແຜນ 0,17%), ລວມຍອດຜະລິດຕະພັນພາຍ ໃນ ຫຼື GDP ສະເລ່ຍຕໍ່ຫົວຄົນ ໝົດປີ ຄາດວ່າຈະບັນລຸ 2.472 ໂດລາສະຫະລັດ. ການເຕີບ ໂຕດັ່ງກ່າວ ໄດ້ປະກອບສ່ວນ ແກ້ໄຂຄວາມທຸກຍາກຂອງປະ ຊາຊົນໄດ້ 6.546 ຄອບຄົວ (ລື່ນແຜນການທີ່ວາງໄວ້ຄື: 5.580 ຄອບຄົວ).
- ລະບົບການເງິນ ແລະ ງົບປະມານ ໄດ້ຮັບການປັບປຸງ ແລະ ພວມດຳເນີນໄປຢ່າງຕັ້ງ ໜ້າ ໂດຍມີການປັບປຸງຢ່າງ ຮອບດ້ານເປັນຕົ້ນດ້ານການ ຈັດຕັ້ງ, ສັບຊ້ອນບຸກຄະລາ ກອນຢ່າງເໝາະສົມ, ນຳໃຊ້ ລະບົບເຄື່ອງມືທັນສະໄໝເຂົ້າ ໃນການຈັດເກັບລາຍຮັບນຳ ພາສີ - ອາກອນ ແລະ ຄ່າທຳ ນຽມຕ່າງໆ, ເຊື່ອມໂຍງການ ຊຳລະລາຍຈ່າຍຜ່ານລະບົບ ທະນາຄານ, ຊຶ່ງເຮັດໃຫ້ການ ຮົ່ວໄຫຼດ້ານລາຍຮັບ - ລາຍ ຈ່າຍ ງົບປະມານ ແລະ ການ ລະ ເມີດວິໄນທາງດ້ານການເງິນ ມີທ່ວງທ່າທີ່ຫຼຸຸດລົງຢ່າງຊັດ ເຈນ. ລາຍຮັບງົບປະມານໝົດ ປີ ຄາດຄະເນຈະໄດ້ປະມານ 23.489 ຕື້ກີບ, ເທົ່າກັບ 98,1%. ລາຍຈ່າຍງົບປະມານ ຄາດຄະເນປະຕິບັດໄດ້ 31.508 ຕື້ກີບ, ເທົ່າກັບ 97,24%. ລັດຖະບານ ໄດ້ ເອົາໃຈໃສ່ພິເສດໃນການສົ່ງ ເສີມການປະຢັດ ແລະ ຕ້ານ ການຟຸມເຟືອຍງົບປະມານລັດ ເຮັດໃຫ້ສາມາດຫຼຸຸດຜ່ອນການ ສິ້ນເປືອງງົບປະມານຂອງລັດ ຖະບານ ໃນພາກລາຍຈ່າຍ ລົງໃນລະດັບອັນແນ່ນອນ.
- ລະບົບເງິນຕາ ໄດ້ຮັບ ການຄຸ້ມຄອງໃຫ້ມີສະຖຽນລະ ພາບ ໂດຍຮັກສາໄດ້ອັດຕາ ເງິນເຟີ້ສະເລ່ຍໃນລະດັບ 1-2% , ອັດຕາແລກປ່ຽນໂດຍ ລວມເໜັງຕີງພຽງເລັກໜ້ອຍ ແລະ ສ່ວນຕ່າງໆລະຫວ່າງອັດ ຕາແລກປ່ຽນຢູ່ຕະຫຼາດທົ່ວໄປ ແລະ ທາງການ ມາຮອດປັດຈຸ ບັນຕ່າງກັນປະມານ 1-2%. ພ້ອມກັນນີ້, ກໍສາມາດຮັກສາ ຄັງສຳຮອງເງິນຕາຕ່າງປະເທດ ໃຫ້ກຸ້ມການນຳເຂົ້າໄດ້ 4,14 ເດືອນ (ແຜນການກຳນົດໄວ້ 5 ເດືອນ) ແລະ ຮັກສາປະລິມານ ເງິນ M2 ໃນລະດັບ 16,39% (ເພີ່ມຂຶ້ນແຕ່ກໍຢູ່ໃນຂອບແຜນ ທີ່ກຳນົດບໍ່ໃຫ້ເກີນ 20%).
- ສະພາບແວດລ້ອມໃນ ການລົງທຶນ ແລະ ດຳເນີນທຸ ລະກິດ ໄດ້ຮັບການປັບປຸງຕາມ ລຳດັບ ໂດຍສະເພາະແມ່ນ ພາຍຫຼັງສະພາໄດ້ຮັບຮອງກົດ ໝາຍວ່າດ້ວຍການສົ່ງເສີມ ການລົງທຶນ ໃນທ້າຍປີ 2016. ລັດຖະບານ ໄດ້ສ້າງຕັ້ງຄະນະ ກຳມະການຄຸ້ມຄອງ ແລະ ສົ່ງ ເສີມການລົງທຶນຂັ້ນສູນກາງ (ຄລທສ) ໂດຍມີຮອງນາຍົກ ລັດຖະມົນຕີ ເປັນປະທານ. ຄະນະດັ່ງກ່າວສາມາດພິຈາ ລະນາການສະເໜີກ່ຽວກັບ ການລົງທຶນໄດ້ຢ່າງໂປ່ງໃສ, ຄ່ອງຕົວ ແລະ ວ່ອງໄວຂຶ້ນ ກວ່າເກົ່າ. ສ່ວນຢູ່ທ້ອງຖິ່ນ ກໍໄດ້ດຳເນີນການ ໂດຍມີຄະ ນະກຳມະການຄຸ້ມຄອງ ແລະ ສົ່ງເສີມການລົງທຶນຂັ້ນແຂວງ (ຄລທຂ). ພ້ອມກັນນີ້, ລັດຖະ ບານກໍໄດ້ຈັດກອງປະຊຸມຮ່ວມ ກັບພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ (ກອງປະ ຊຸມຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ, ກອງປະຊຸມຮ່ວມກັບສະ ມາຄົມທຸລະກິດຫວຽດນາມ ແລະ ໄທ ຢູ່ລາວ, ກອງປະຊຸມ ຮ່ວມກັບພາກທຸລະກິດຍີ່ປຸ່ນ, ສິງກະໂປ, ມາເລເຊຍ ແລະ ອິນໂດເນເຊຍ) ເພື່ອຊຸກຍູ້ສົ່ງ ເສີມການລົງທຶນຢູ່ລາວ ພ້ອມ ທັງຟັງຄຳຄິດເຫັນທີ່ຕົວຈິງ ແລະ ເປັນປະໂຫຍດ ເພື່ອປັບ ປຸງສະພາບແວດລ້ອມການລົງ ທຶນ ແລະ ດຳເນີນທຸລະກິດພາຍ ໃນປະເທດ.
- ການຊຸກຍູ້ສົ່ງເສີມການ ຜະລິດ ແລະ ບໍລິການພາຍໃນ ປະເທດ ໄດ້ຮັບການເອົາໃຈ ໃສ່ ໂດຍລັດຖະບານໄດ້ມອບໃຫ້ ຄະນະຊີ້ນຳການສົ່ງເສີມການ ຜະລິດເປັນສິນຄ້າ ແລະ ຄ້ຳ ປະກັນດ້ານສະບຽງອາຫານວິ ເຄາະວິໄຈຢ່າງເລິກເຊິ່ງ ແລະ ຮອບດ້ານ ເພື່ອແກ້ໄຂບັນຫາ ການຜະລິດເປັນສິນຄ້າພາຍ ໃນ ທີ່ຍັງອ່ອນແອ ແລະ ຄວາມ ອາດສາມາດ ແຂ່ງຂັນກັບປະ ເທດເພື່ອນບ້ານຍັງຕ່ຳໃຫ້ເປັນ ລະບົບ. ຄະນະດັ່ງກ່າວໄດ້ດຳ ເນີນງານຢ່າງຫ້າວຫັນ ໂດຍ ລົງເລິກຄົ້ນຄວ້າ ແລະ ກຳນົດ ບັນຫາ ທີ່ເປັນຂອດອຸດຕັນ ແລະ ຖ່ວງດຶງການສົ່ງເສີມ ການຜະລິດເປັນສິນຄ້າ ແລະ ກຽມລາຍງານຕໍ່ກອງປະຊຸມ ລັດຖະບານ ໃນທ້າຍເດືອນນີ້.
- ວຽກງານສົ່ງເສີມການ ພັດທະນາວິສາຫະກິດຂະ ໜາດນ້ອຍ ແລະ ກາງ ໄດ້ດຳ ເນີນໄປຢ່າງຕໍ່ເນື່ອງ. ລັດຖະ ບານໄດ້ອອກດຳລັດຮັບຮອງ ເອົາແຜນພັດທະນາວິສາຫະ ກິດຂະໜາດນ້ອຍ ແລະ ຂະ ໜາດກາງໄລຍະ 2016 - 2020 ໃນເດືອນສິງຫາ ທີ່ຜ່ານ ມາ ແລະ ມອບໃຫ້ກະຊວງອຸດ ສາຫະກຳ ແລະ ການຄ້າເປັນ ໃຈກາງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ. ພ້ອມ ກັນນີ້, ລັດຖະບານ ກໍໄດ້ຊີ້ ນຳໃຫ້ປັບປຸງກອງທຶນ ສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃຫ້ເຂັ້ມ ແຂງ ແລະ ມີປະສິດທິພາບ ເພື່ອເປັນກຳລັງພັກດັນໃຫ້ວິ ສາຫະກິດດັ່ງກ່າວເຕີບໃຫຍ່ ຂະຫຍາຍຕົວ.
- ວຽກງານປັບປຸງລັດວິ ສາຫະກິດ ເຖິງວ່າໄດ້ດຳເນີນ ໄປຊ້າແຕ່ກໍມີຄວາມຄືບໜ້າ, ໂດຍສະເພາະການປັບປຸງລັດ ວິສາຫະກິດການບິນລາວ ແລະ ລັດວິສາຫະກິດໄຟຟ້າລາວ ຊຶ່ງເປັນບໍລິສັດຂະໜາດໃຫຍ່ ແລະ ມີລາຍຮັບ - ລາຍຈ່າຍ ຫຼາຍ. ລັດຖະບານ ໄດ້ຊີ້ນຳການ ປັບປຸງຢ່າງໃກ້ຊິດ, ທັງກວດກາ - ທັງຄົ້ນຄວ້າປັບປຸງໄປພ້ອມໆ ກັນ ເພື່ອຫຼຸຸດຜ່ອນການຖົມຂຸມ ຂອງລັດ ແລະ ສ້າງໃຫ້ບໍລິສັດ ເຂັ້ມແຂງດ້ວຍຕົນເອງ, ທັງ ເປັນກຳລັງແຮງໃຫ້ແກ່ເສດຖະກິດຂອງຊາດ.
3. ການພັດທະນາທາງ ດ້ານສັງຄົມ, ວັດທະນະທຳ ແລະ ສິ່ງແວດລ້ອມ: ລັດຖະບານ ໄດ້ສືບຕໍ່ເອົາ ໃຈໃສ່ວຽກງານພັດທະນາໃນ ຂົງເຂດວັດທະນະທຳ - ສັງຄົມ ແລະ ສິ່ງແວດລ້ອມ ຊຶ່ງສະ ແດງອອກຄື:
- ໄດ້ຕັ້ງໜ້າປະຕິບັດວຽກ ງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສຸມທຶນ ແລະ ຈັດຕັ້ງປະ ຕິບັດບັນດາແຜນງານ ແລະ ໂຄງການຢູ່ຈຸດສຸມຕ່າງໆ. ການ ລົງທຶນສ່ວນໃຫຍ່ແມ່ນສຸມໃສ່ ການພັດທະນາພື້ນຖານໂຄງ ລ່າງທີ່ຈຳເປັນເຊັ່ນ: ກໍ່ສ້າງ ແລະ ສ້ອມແປງເສັ້ນທາງລະຫວ່າງ ເມືອງຫາບ້ານ ແລະ ບ້ານຫາ ບ້ານ, ຊົນລະປະທານຂະໜາດ ນ້ອຍ, ໂຮງຮຽນ, ສຸກສາລາ - ຖົງຢາປະຈຳບ້ານ, ນ້ຳລິນ, ວິດຖ່າຍ..., ຈັດຝຶກອົບຮົມວິຊາ ຊີບດ້ານປູກຝັງ ແລະ ລ້ຽງສັດ, ສັກຢາກັນພະຍາດ, ຈັດຕັ້ງ ແລະ ບໍລິການກອງທຶນພັດທະ ນາບ້ານ ແລະ ວຽກງານອື່ນໆ. ພ້ອມກັນນີ້, ກໍໄດ້ຈັດສັນພູມລຳ ເນົາຄົງທີ່, ບ່ອນທຳມາຫາກິນ ຖາວອນ ແລະ ແກ້ໄຂການເຄື່ອນ ຍ້າຍແບບຊະຊາຍຂອງປະຊາ ຊົນຢູ່ເຂດຊົນນະບົດ.
- ໄດ້ສຸມທຶນຮອນເຂົ້າໃນ ການສ້ອມແປງ ແລະ ຂະ ຫຍາຍໂຮງຮຽນອະນຸບານ, ຫ້ອງກຽມປະຖົມ, ໂຮງຮຽນປະ ຖົມ ແລະ ມັດທະຍົມ, ຫໍພັກຄູ ແລະ ນັກຮຽນ ໂດຍສະເພາະ ແມ່ນຢູ່ເຂດຫ່າງໄກສອກຫຼີກ ເພື່ອອຳນວຍຄວາມສະດວກ ແລະ ຊຸກຍູ້ໃຫ້ເດັກນ້ອຍໄດ້ ເຂົ້າຮຽນ. ການລົງທຶນດັ່ງກ່າວ ໄດ້ປະກອບສ່ວນສຳຄັນ ເຮັດ ໃຫ້ອັດຕາເຂົ້າຮຽນສຸດທິຊັ້ນ ປະຖົມ ແລະ ອັດຕາລອດເຫຼືອ ຮອດຊັ້ນປະຖົມ ແລະ ມັດທະ ຍົມເພີ່ມຂຶ້ນ, ອັດຕາສ່ວນການ ຮູ້ໜັງສືຂອງປະຊາກອນ ອາຍຸ 15 ປີ ຂຶ້ນໄປ ກໍເພີ່ມຂຶ້ນເກີນ ແຜນການໄດ້ກຳນົດ.
- ໄດ້ປັບປຸງ ແລະ ພັດທະ ນາຄຸນນະພາບຂອງການບໍລິ ການສຸຂະພາບ, ເຝົ້າລະວັງ ຄວບຄຸຸມ ແລະ ປ້ອງກັນພະ ຍາດລະບາດຕ່າງໆ, ເພີ່ມທະ ວີການໂຄສະນາສຸຂະສຶກສາ, ເອົາໃຈໃສ່ກວດກາຄຸນນະ ພາບອາຫານ ແລະ ຢາແລະ ວຽກງານອື່ນໆ ໃນຂົງເຂດສາ ທາລະນະສຸກ ຢ່າງເປັນລະບົບ ປົກກະຕິ. ພ້ອມກັນນີ້, ກໍສືບຕໍ່ ປັບປຸງ ແລະ ຂະຫຍາຍຕາ ໜ່າງບໍລິການສາທາລະນະສຸກ ໂດຍສະເພາະແມ່ນໂຮງໝໍ ແລະ ສຸກສາລາໃຫ້ທັນສະ ໄໝ ແລະ ເປັນລະບົບຄົບຊຸດ ເທື່ອລະກ້າວທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃນປີ 2017, ລັດຖະບານໄດ້ຈັດສັນງົບປະ ມານເຂົ້າໃນກອງທຶນປະກັນ ສຸຂະພາບແຫ່ງຊາດ ຈຳນວນ 180 ຕື້ກີບ ເພື່ອສົມທົບເຂົ້າໃນ ການຈ່າຍຄ່າປະກັນສຸຂະພາບ ໃຫ້ແກ່ຊຸມຊົນ ແລະ ຜູ້ທຸກຍາກ.
- ໄດ້ສືບຕໍ່ສ້າງຄອບຄົວ ວັດທະນະທຳ, ເກັບກຳຂໍ້ມູນ ແລະ ສົ່ງເສີມການຟື້ນຟູສິລະ ປະວັນນະຄະດີ ແລະ ເອກະ ລັກ ວັດທະນະທຳພື້ນເມືອງ ແລະ ຮີດຄອງປະເພນີລາວບັນ ດາເຜົ່າ. ສົ່ງເສີມຫົວຄິດປະດິດ ສ້າງໃນການປະດິດຄິດແຕ່ງ, ຈັດແຂ່ງຂັນຮູບເງົາສັ້ນຂອງ ນັກຮຽນມັດທະຍົມ ໃນທົ່ວປະ ເທດ ແລະ ກິດຈະກຳອື່ນໆ ເພື່ອສົ່ງເສີມສິລະປະ ແລະ ປົກ ປັກຮັກສາວັດທະນະທຳອັນດີ ງາມຂອງຊາດ.
- ໄດ້ສ້າງແຜນແມ່ບົດຈັດ ສັນທີ່ດິນແຫ່ງຊາດ, ສ້າງຄວາມ ເຂັ້ມແຂງໃຫ້ແກ່ວຽກງານສິ່ງ ແວດລ້ອມ, ສ້າງຖານຂໍ້ມູນ ກ່ຽວກັບແຫຼ່ງກຳເນີດມົນລະ ພິດ, ສ້າງສູນເຕືອນໄພລ່ວງ ໜ້າແຫ່ງຊາດ, ຕິດຕາມ ແລະ ເຝົ້າລະວັງການປ່ຽນແປງຂອງ ດິນຟ້າອາກາດ ແລະ ຍົກລະ ດັບຄວາມອາດສາມາດ ແລະ ຄວາມພ້ອມໃນການຮັບມືກັບ ໄພພິບັດທຳມະຊາດ.
- ໄດ້ເອົາໃຈໃສ່ວຽກງານ ພັດທະນາແບບຍືນຍົງ ໂດຍ ລັດຖະບານໄດ້ເຊື່ອມສານເອົາ 92 ຕົວຊີ້ວັດທີ່ຕິດພັນກັບເປົ້າ ໝາຍ ແລະ ຄາດໝາຍຂອງ ການພັດທະນາແບບຍືນຍົງ (SDGs) ເຂົ້າໃນຂອບຂອງ ແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII. ໃນເດືອນທີ່ຜ່ານມາ, ປະ ທານປະເທດກໍໄດ້ອອກລັດ ຖະດຳລັດ ແຕ່ງຕັ້ງຄະນະຊີ້ນຳ ລະດັບຊາດ ເພື່ອຈັດຕັ້ງປະຕິ ບັດເປົ້າໝາຍການພັດທະນາ ແບບຍືນຍົງ (SDGs) ຢູ່ ສປປ ລາວ ໂດຍແມ່ນນາຍົກລັດຖະ ມົນຕີເປັນປະທານ ຊຶ່ງຄະນະ ດັ່ງກ່າວຈະໄດ້ຊີ້ນຳບັນດາຂະ ແໜງການ ແລະ ທ້ອງຖິ່ນ ເພື່ອ ກຳນົດບຸລິມະສິດ ແລະ ເຊື່ອມ ສານ SDGs ເຂົ້າໃນແຜນພັດ ທະນາຂອງຕົນ ພ້ອມທັງຈະ ໄດ້ຕິດຕາມ, ຊຸກຍູ້ ແລະ ທົບ ທວນຄືນຜົນການຈັດຕັ້ງປະຕິ ບັດເປັນແຕ່ລະໄລຍະ.
4. ການພັດທະນາທາງ ດ້ານນິຕິກຳ ແລະ ການຄຸ້ມ ຄອງບໍລິຫານລັດ: ລັດຖະບານໄດ້ສຳເລັດ ການສ້າງ ແລະ ປັບປຸງກົດ ໝາຍ 10 ສະບັບ ຊຶ່ງໄດ້ຮັບ ຮອງໃນກອງປະຊຸມສະໄໝສາ ມັນເທື່ອທີ 3 ຂອງສະພາແຫ່ງ ຊາດ ໃນເດືອນ 4 ປີ 2017 ທີ່ ຜ່ານມາ ສຳລັບກອງປະຊຸມ ສະພາແຫ່ງຊາດ ໃນເທື່ອນີ້, ລັດຖະບານໄດ້ສະເໜີສະພາ ແຫ່ງຊາດພິຈາລະນາກົດໝາຍ ອີກ 13 ສະບັບ. ນອກຈາກ ນັ້ນກໍໄດ້ຄົ້ນຄວ້າສ້າງນິຕິກຳ ລຸ່ມກົດໝາຍຈຳນວນໜຶ່ງ ພ້ອມ ທັງໄດ້ປັບປຸງກົນໄກການປະ ສານງານ ແລະ ປະສານສົມ ທົບລະຫວ່າງຂະແໜງການ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງປະ ຕິບັດຢ່າງເຂັ້ມງວດ ແລະ ມີ ປະສິດທິຜົນ ໃນໄລຍະຜ່ານ ມາ, ລັດຖະບານໄດ້ອອກມະຕິ, ຄຳສັ່ງ, ຂໍ້ຕົກລົງ ແລະ ແຈ້ງ ການເປັນຈຳນວນຫຼາຍ ເພື່ອ ເປັນບ່ອນອີງໃຫ້ແກ່ການບໍລິ ຫານ ແລະ ຄຸ້ມຄອງລັດເຂົ້າສູ່ ລະບຽບການ ເຂັ້ມງວດ ພ້ອມ ກັນນີ້ ລັດຖະບານກໍຍັງໄດ້ແຕ່ງ ຕັ້ງຄະນະຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ບັນດານິຕິກຳດັ່ງກ່າວ ພ້ອມທັງ ມີກົນໄກສະຫຼຸຸບລາຍງານ ແລະ ປະເມີນຜົນເປັນແຕ່ລະໄລຍະ ເພື່ອຮັບປະກັນການຈັດຕັ້ງປະ ຕິບັດໃຫ້ມີປະສິດທິຜົນ. ລັດຖະບານໄດ້ຖືສຳຄັນ ວຽກງານກວດສອບ ແລະ ກວດ ກາ ເພື່ອຍົກສູງປະສິດທິພາບ ແລະ ປະສິດທິຜົນ ໃນການນຳ ໃຊ້ງົບປະມານ, ຊັບສິນຂອງ ລັດ ບົນຈິດໃຈປະຢັດ, ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ທັງເປັນການສະກັດກັ້ນການ ລະເມີດກົດໝາຍ, ລະບຽບ ການ ແລະ ວິໄນແຜນການ - ການເງິນ. ລັດຖະບານໄດ້ມອບ ໃຫ້ອົງການກວດກາລັດຖະ ບານ ກວດກາຄືນ ການກະທຳ ຜິດ ແລະ ກຳນົດມາດຕະການ ທີ່ເດັດຂາດໃນການແກ້ໄຂ ຕາມກົດໝາຍກຳນົດຕໍ່ການ ຈັດຕັ້ງ ແລະ ບຸກຄົນທີ່ກະທຳ ຜິດ ຕາມຜົນການກວດສອບ ດັ່ງກ່າວ. ພິເສດໃນວັນທີ 13 ຕຸ ລາ ຜ່ານມານີ້, ອີງຕາມຂໍ້ລິເລີ່ມ ຂອງປະທານສະພາແຫ່ງຊາດ ໄດ້ຈັດໃຫ້ມີກອງປະຊຸມຮ່ວມ ລະຫວ່າງລັດຖະບານ ກັບ ຄະ ນະປະຈຳສະພາແຫ່ງຊາດ ເພື່ອ ຮັບຟັງການລາຍງານຜົນການ ກວດສອບ ສຳລັບສົກປີງົບປະ ມານ 2014 - 2015 ແລະ 2015 - 2016 ເພື່ອປຶກສາຫາ ລືທິດທາງ, ມາດຕະການແກ້ ໄຂບັນດາຂໍ້ລະເມີດ ແລະ ການ ກະທຳຜິດທີ່ຜ່ານມາໃຫ້ເປັນ ຮູບປະທຳ.
5. ການພັດທະນາວຽກ ງານການຕ່າງປະເທດ: ລັດຖະບານໄດ້ສືບຕໍ່ປະ ຕິບັດນະໂຍບາຍເປີດກວ້າງ ການພົວພັນ ແລະ ຮ່ວມມືກັບ ຕ່າງປະເທດຢ່າງຫ້າວຫັນ ແລະ ເປັນເຈົ້າການ; ໄດ້ເອົາ ໃຈໃສ່ຈັດຕັ້ງປະຕິບັດບັນດາຂໍ້ ຕົກລົງ ແລະ ຜົນສຳເລັດຂອງ ການເຄື່ອນໄຫວວຽກງານຕ່າງ ປະເທດຂອງການນຳພັກ - ລັດ ລວມທັງສົນທິສັນຍາ ແລະ ພັນທະຕ່າງໆກັບສາກົນຢ່າງມີ ຄວາມຮັບຜິດຊອບ; ໄດ້ຕິດ ຕາມ, ຊຸກຍູ້, ສະຫຼຸຸບຕີລາຄາ ແລະ ປະເມີນຜົນການເຄື່ອນ ໄຫວວຽກງານຕ່າງປະເທດຂອງ ສູນກາງ ແລະ ທ້ອງຖິ່ນ ໂດຍ ໄດ້ຈັດເປັນວາລະໜຶ່ງໃນກອງ ປະຊຸມລັດຖະບານຮ່ວມກັບ ບັນດາແຂວງ ແລະ ນະຄອນ ຫຼວງ ໃນເດືອນຜ່ານມາ ທັງ ໝົດນີ້ໄດ້ປະກອບສ່ວນເຂົ້າໃນ ການຂະຫຍາຍການພົວພັນ ຮ່ວມມື, ການສະໜັບສະໜູນ ແລະ ການຊ່ວຍເຫຼືອ ຊຶ່ງເປັນ ກຳລັງແຮງສຳຄັນໃຫ້ແກ່ການ ຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ - ສັງຄົມຂອງ ພວກເຮົາ. ເບິ່ງພາບລວມແລ້ວ ການ ພັດທະນາທາງດ້ານເສດຖະ ກິດ ແລະ ສັງຄົມຂອງປະເທດ ເຮົາ ໃນປີ 2017 ໂດຍລວມກໍ ບັນລຸຕາມແຜນການທີ່ລັດຖະ ບານໄດ້ວາງໄວ້ກໍຄືໂຕເລກ ດັດແກ້ ທີ່ສະພາໄດ້ຮັບຮອງ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ໃນເດືອນ 10 ຂອງປີຜ່ານມາ. ເຖິງແມ່ນວ່າລັດຖະບານອາດ ຈະບໍ່ບັນລຸໂຕເລກຄາດໝາຍ ການເຕີບໂຕໃນອັດຕາ 7% ໄດ້ຮ້ອຍສ່ວນຮ້ອຍ ຕາມຂໍ້ມູນ ຄາດຄະເນ (ຄາດວ່າຈະບັນລຸ 6,83%), ແຕ່ໂດຍພື້ນຖານ ເສດຖະກິດຍັງສືບຕໍ່ຂະຫຍາຍ ຕົວຢ່າງຕໍ່ເນື່ອງ ແລະ ມີບາດ ກ້າວຫັນປ່ຽນຢ່າງຕັ້ງໜ້າ ໂດຍ ສະເພາະກໍແມ່ນການຄຸ້ມຄອງ ແລະ ບໍລິຫານລັດໃຫ້ເຂົ້າສູ່ກົດ ໝາຍ ແລະ ລະບຽບການ, ຈຳ ກັດ ກ້າວໄປເຖິງຢຸດຕິການປະ ຕິບັດ ແລະ ສ້າງໜີ້ນອກແຜນ ງົບປະມານ, ຫັນປ່ຽນຈາກການ ຄາດຄະເນທີ່ເກີນຄວາມສາ ມາດ, ຄາດຫວັງນຳລາຍຮັບບັງ ເອີນ ແລະ ແລ່ນນຳແຕ່ໂຕເລກ ການເຕີບໂຕທີ່ບໍ່ຍືນຍົງໄປສູ່ ຄວາມເປັນຈິງ ແລະ ອື່ນໆ ທັງ ນີ້ກໍເພື່ອປະຄັບປະຄອງເສດ ຖະກິດມະຫາພາກ ບໍ່ໃຫ້ເກີດ ຄວາມທ້າທາຍຫຼາຍກ່ວານີ້ ເພື່ອເປັນກຳລັງແຮງໃຫ້ແກ່ ການແກ້ໄຂບັນຫາບອບບາງ ຂອງເສດຖະກິດ ໃນຊຸມປີຕໍ່ ໜ້າ. ລັດຖະບານໄດ້ຕີລາຄາ ການປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນໃນການຊີ້ ນຳ - ນຳພາການຄຸ້ມຄອງ ແລະ ບໍລິຫານລັດ ເພື່ອຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ - ສັງຄົມ ວ່າມີຫຼາຍດ້ານທີ່ຕັ້ງ ໜ້າ ແຕ່ກໍບໍ່ໄດ້ໝາຍຄວາມວ່າ ລັດຖະບານ ເພິ່ງພໍໃຈ ແລະ ກະຕືລືລົ້ນ ໃນຜົນງານການປະ ຕິບັດໜ້າທີ່ຂອງຕົນ ແຕ່ຢ່າງ ໃດ.
ຜ່ານການບໍລິຫານປະເທດ ມາໄດ້ 1 ປີ 6 ເດືອນ ໂດຍສະ ເພາະຜ່ານການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ - ສັງຄົມ ປີ 2017 ຜ່ານມານັ້ນ ລັດຖະບານ ເຫັນມີຫຼາຍບັນຫາ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງສຸມ ໃສ່ແກ້ໄຂຢ່າງຈິງຈັງ ເພື່ອປະຕິ ບັດມະຕິຕົກລົງຂອງສະພາ ແຫ່ງຊາດໃຫ້ມີຜົນສຳເລັດ, ບັນຫາທີ່ຄົງຄ້າງສາມາດສັງ ລວມໄດ້ດັ່ງນີ້:
- ການເກັບລາຍຮັບ, ປະ ຕິບັດລາຍຈ່າຍງົບປະມານ ແລະ ການລະດົມທຶນດຸ່ນດ່ຽງ ຍັງບໍ່ໄດ້ຄາດໝາຍຂອງແຜນ ການທີ່ວາງໄວ້.
- ການແກ້ໄຂໜີ້ສິນໂຄງ ການລົງທຶນຂອງລັດ ດ້ວຍການ ຈັດສັນງົບປະມານເຂົ້າແຜນ ແຕ່ລະປີຍັງບໍ່ທັນຕອບສະໜອງ ໄດ້ກັບຄວາມຮຽກຮ້ອງຕ້ອງ ການຕົວຈິງ ຍ້ອນມີໜີ້ສິນສະ ສົມຫຼາຍ, ສ່ວນການແກ້ໄຂ ດ້ວຍຮູບແບບອວ່າຍໜີ້ສາມ ແຈ ກໍຍັງປະຕິບັດໄດ້ຊັກຊ້າ.
- ການອັດສີດທຶນ ຈາກ ລະບົບທະນາຄານໃຫ້ແກ່ພາກ ທຸລະກິດ ເພື່ອກະຕຸຸ້ນການ ເຄື່ອນໄຫວຜະລິດ ແລະ ບໍລິ ການ ໂດຍສະເພາະຕໍ່ວິສາຫະ ກິດຂະໜາດນ້ອຍ ແລະ ຂະ ໜາດກາງກໍເຮັດໄດ້ຈຳກັດ ຍ້ອນລະບົບທະນາຄານມີໜີ້ທີ່ ບໍ່ເກີດດອກອອກຜົນ ຫຼື (ໜີ້ ເສຍ) ຫຼາຍ ຈຶ່ງຂາດຄວາມ ຄ່ອງຕົວຂອງການດຳເນີນນະ ໂຍບາຍກະຕຸ້ນຈາກທະນາ ຄານຕ່າງໆ.
- ການປັບປຸງລັດວິສາຫະ ກິດທີ່ດຳເນີນທຸລະກິດ ບໍ່ມີປະ ສິດທິຜົນ ຍັງດຳເນີນໄປຊັກຊ້າ ແລະ ບໍ່ທັນສາມາດແກ້ໄຂແບບ ເປັນລະບົບໄດ້ເທື່ອ, ຈຳເປັນ ຕ້ອງໃຊ້ເວລາຕື່ມ ເພື່ອດຳເນີນ ການແກ້ໄຂຢ່າງເປັນລະບົບ ຄົບຊຸດ ແລະ ຄຳນຶງເຖິງຜົນ ກະທົບໄລຍະຍາວ.
- ການແກ້ໄຂປາກົດການ ຫຍໍ້ທໍ້ໃນສັງຄົມມີຫຼາຍອັນໃໝ່, ທີ່ມີລັກສະນະບຸກທະລຸ, ເປັນ ຕົ້ນແມ່ນການແກ້ໄຂບັນຫາຢາ ເສບຕິດ, ການປຸ້ນຈີ້ - ຊີງຊັບ, ອຸບັດເຫດຕາມທ້ອງຖະໜົນ ລວມທັງການຈັດຕັ້ງປະຕິບັດ ລະບຽບສັງຄົມ ແລະ ອື່ນໆທີ່ ເປັນຮູບປະທຳກໍຕາມ ແຕ່ເພື່ອ ຕອບສະໜອງໄດ້ຕາມຄວາມ ເລັ່ງທວງຂອງສັງຄົມຕ້ອງໄດ້ມີ ຄວາມຕັ້ງໜ້າພະຍາຍາມ ແລະ ມີຫຼາຍມາດຕະການຕື່ມ ກ່ວານີ້.
- ການບໍລິຫານຈັດການ, ການປະສານງານ ແລະ ປະຕິ ບັດພາລະບົດບາດ ແລະ ຄວາມ ຮັບຜິດຊອບຂອງບັນດາຂະ ແໜງການ ແລະ ທ້ອງຖິ່ນມີ ຫຼາຍກໍລະນີບໍ່ເຂັ້ມງວດ, ຍັງ ເອື່ອຍອີງ ແລະ ໜິ້ງໃສ່ກັນ ບໍ່ ກ້າປັບປ່ຽນວິທີເຮັດວຽກ, ບໍ່ກ້າ ປັບປ່ຽນພະນັກງານທີ່ຂາດຄຸນ ສົມບັດ, ຂາດຈັນຍາບັນລວມທັງ ຜູ້ທີ່ຂາດຄວາມສາມາດ...ໄດ້ ຈຶ່ງພາໃຫ້ກົງຈັກບໍ່ມີປະສິດທິ ພາບ, ຂາດຄວາມຄ່ອງຕົວ ແຕ່ ຍັງສືບຕໍ່ດຳເນີນຕາມເດີມຢູ່ ຖ້າມີການປັບປ່ຽນກໍພຽງແຕ່ ຮູບການບໍ່ທັນປັບປ່ຽນໄດ້ແກ່ນ ແທ້ຂອງບັນຫາ.
ບັນດາຂໍ້ຄົງຄ້າງ ແລະ ສິ່ງ ທ້າທາຍທີ່ກ່າວມານີ້ເປັນບັນ ຫາທີ່ສະສົມ ແລະ ກໍ່ຮ່າງສ້າງ ຕົວມາດົນ ແລະ ມັນກໍເປັນຄວາມ ສ່ຽງ, ເປັນສິ່ງກີດຂວາງຖ່ວງດຶງ ການຈັດຕັ້ງປະຕິບັດແຜນການ ຊຶ່ງລັດຖະບານກໍເຫັນມີຄວາມ ຈຳເປັນຕ້ອງສືບຕໍ່ແກ້ໄຂໃຫ້ ຕົກໄປເປັນກ້າວໆ ເພື່ອຈະສາ ມາດປະຕິບັດແຜນພັດທະນາ ເສດຖະກິດ - ສັງຄົມໃຫ້ບັນລຸ ຄາດໝາຍຂອງແຜນການທີ່ ສະພາແຫ່ງຊາດໄດ້ຮັບຮອງ.
ຂ້າພະເຈົ້າເຊື່ອວ່າ ດ້ວຍຄວາມ ເອົາໃຈໃສ່ຢ່າງຈົດຈໍ່ໃນການ ຕິດຕາມ, ກວດກາ, ປະສານ ສົມທົບ ແລະ ຮ່ວມໄມ້ຮ່ວມມື ທີ່ດີຂອງສະພາແຫ່ງຊາດ, ສະ ພາທ້ອງຖິ່ນໃນຂອບເຂດທົ່ວ ປະເທດ ແລະ ດ້ວຍຄວາມບຸກ ໜ້າບືນຕົວ ແລະ ຈິດໃຈຮັບໃຊ້ ຊາດ - ຮັບໃຊ້ປະຊາຊົນຢ່າງ ແທ້ຈິງ, ລັດຖະບານຈະສາມາດ ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທີ່ກ່າວມານີ້ ໃນຊຸມ ປີຕໍ່ໜ້າ. ປີ 2018 ທີ່ຈະມາເຖິງກໍ ເປັນປີໜຶ່ງທີ່ສຳຄັນ ຊຶ່ງລັດຖະ ບານຈະໄດ້ທົບທວນການຈັດ ຕັ້ງປະຕິບັດແຜນພັດທະນາ ເສດຖະກິດ - ສັງຄົມແຫ່ງຊາດ 5 ປີ ກາງສະໄໝ. ເຖິງແມ່ນວ່າ ລັດຖະບານອາດຈະບໍ່ບັນລຸ ຄາດໝາຍຂອງປີ 2017 ຢ່າງ ສົມບູນຮ້ອຍສ່ວນຮ້ອຍ ຍ້ອນ ມີຄວາມຮັບຜິດຊອບຕໍ່ພັກ, ຕໍ່ ສະພາແຫ່ງຊາດ ລັດຖະບານ ຈະຍັງບໍ່ທັນສະເໜີດັດແກ້ຕໍ່ ສະພາເທື່ອ, ມີແຕ່ຈະເພີ່ມ ຄວາມພະຍາຍາມ, ບຸກບືນ ແລະ ປັບປຸງ, ແກ້ໄຂບັນດາຂໍ້ ຄົງຄ້າງ ແລະ ກຽມພ້ອມຮັບມື ກັບບັນດາສິ່ງທ້າທາຍທີ່ໄດ້ ກ່າວມານັ້ນ ເພື່ອສູ້ຊົນປະຕິ ບັດໃຫ້ບັນລຸຄາດໝາຍຂອງ ແຜນພັດທະນາ ສຳລັບປີ 2018 ແລະ ສ້າງພື້ນຖານອັນໜັກ ແໜ້ນໃຫ້ແກ່ການບັນລຸຄາດ ໝາຍຂອງປີ 2019 ແລະ 2020 ຕາມທີ່ສະພາໄດ້ຮັບ ຮອງ ເພື່ອບັນລຸຕາມແຜນການ ທີ່ວາງໄວ້, ລັດຖະບານຈະສຸມ ໃສ່ວຽກງານທີ່ເປັນພື້ນຖານຈຳ ນວນໜຶ່ງດັ່ງນີ້:
1. ສືບຕໍ່ຮັກສາສະຖຽນ ລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ ທາງສັງຄົມໃຫ້ໜັກແໜ້ນ ເພື່ອ ສ້າງເງື່ອນໄຂ ແລະ ສະພາບ ແວດລ້ອມທີ່ເອື້ອອຳນວຍໃຫ້ ແກ່ການພັດທະນາ ແລະ ການ ບັນລຸເປົ້າໝາຍຂອງແຜນພັດ ທະນາເສດຖະກິດ - ສັງຄົມ ແຫ່ງຊາດ. ສືບຕໍ່ແກ້ໄຂປະກົດ ການຫຍໍ້ທໍ້, ຫາງສຽງສັງຄົມ, ຄວາມສ່ຽງ ແລະ ສິ່ງຫຼໍ່ແຫຼມ ຕ່າງໆທີ່ອາດເປັນໜໍ່ແໜງທີ່ ພາໃຫ້ເກີດຄວາມບໍ່ສະຫງົບ.
2. ສືບຕໍ່ເສີມຂະຫຍາຍ ແລະ ຫັນເອົາທິດທາງ ແລະ ມາດຕະການກ່ຽວກັບການຊຸກ ຍູ້ການພັດທະນາທາງດ້ານ ເສດຖະກິດໃຫ້ເປັນແຜນວຽກ ລະອຽດ, ມີແຜນຕິດຕາມ - ຊຸກຍູ້ ແລະ ກວດກາການຈັດ ຕັ້ງປະຕິບັດເປັນແຕ່ລະໄລຍະ ເປັນຕົ້ນແມ່ນ. - ສືບຕໍ່ຄຸ້ມຄອງເສດຖະ ກິດມະຫາພາກໃຫ້ຢູ່ໃນຂອບທີ່ ສະພາແຫ່ງຊາດໄດ້ຮັບຮອງ. ໃນປີ 2018, ລັດຖະບານຈະ ສືບຕໍ່ຫັນການປະຕິບັດວິໄນ ແຜນການ, ວິໄນການເງິນເຂົ້າ ສູ່ລວງເລິກ ແລະ ໃຫ້ເປັນຮູບ ປະທຳຫຼາຍຂຶ້ນ ທັງນີ້ກໍເພື່ອ ປ້ອງກັນບໍ່ໃຫ້ເສດຖະກິດຂອງ ປະເທດເຮົາ ຕົກເຂົ້າສູ່ຄວາມ ສັບສົນ ທັງສະກັດກັ້ນ ບໍ່ໃຫ້ ເສດຖະກິດຂອງຊາດກ້າວສູ່ວິ ກິດບໍ່ວ່າຈະເປັນດ້ານໃດ ຫຼື ກໍ ລະນີໃດກໍຕາມ.
- ສືບຕໍ່ປະຕິຮູບວຽກງານ ການເງິນຢ່າງຮອບດ້ານ ແລະ ແຂງແຮງ ໂດຍເລີ່ມແຕ່ການ ປັບປຸງກົງຈັກ, ການຈັດຕັ້ງ, ປັບ ປຸງກໍ່ສ້າງ ແລະ ສັບຊ້ອນ, ຈັດ ວາງພະນັກງານ, ປັບປຸງກົນ ໄກ ແລະ ລະບຽບການຄຸ້ມຄອງ ການເກັບລາຍຮັບ, ຄຸ້ມຄອງ ລາຍຈ່າຍຢ່າງແຂງແຮງກ່ວາ ເກົ່າ ທັງຫັນໄປສູ່ທັນສະໄໝ, ໄປສູ່ຄວາມໂປ່ງໃສ, ຄວາມ ຮັບຜິດຊອບ, ຄວາມມີຈັນຍາ ບັນຂອງຜູ້ເຮັດວຽກ ໃນຂົງເຂດ ນີ້ ແລະ ແກ້ໄຂບັນຫາຄົງຄ້າງ ໃຫ້ເປັນຮູບປະທຳ; ຈະປັບປຸງ ບັນດາດ່ານສາກົນ, ດ່ານທ້ອງ ຖິ່ນ ແລະ ດ່ານປະເພນີໃຫ້ເຂົ້າ ສູ່ລະບຽບ, ປັບປຸງກົງຈັກ, ກົນ ໄກການຄຸ້ມຄອງ ແລະ ກວດ ກາໃຫ້ຮັດກຸມ ໂດຍຫັນເຂົ້າສູ່ ການຄຸ້ມຄອງແບບລວມສູນ, ບໍ່ກະແຈກກະຈາຍຄືເກົ່າ ພ້ອມ ກັນນີ້ກໍຈະສືບຕໍ່ຈັດຕັ້ງປະຕິ ບັດ 9 ມາດຕະການສະເພາະ ດ້ານລາຍຮັບ - ລາຍຈ່າຍ ແລະ 7 ມາດຕະການລວມ, 12 ມາດຕະການເພີ່ມເຕີມທີ່ໄດ້ ກຳນົດໄວ້ ໃນມະຕິກອງປະຊຸມ ສະໄໝສາມັນເທື່ອທີ 2 ຂອງ ສະພາແຫ່ງຊາດ ສະບັບເລກ ທີ 15/ສພຊ ລົງວັນທີ 24 ພະ ຈິກ 2016.
- ສືບຕໍ່ຈັດສັນລາຍຈ່າຍ ປີ 2018 ຢ່າງມີຈຸດສຸມ, ພ້ອມ ກັນນີ້ ກໍເອົາໃຈໃສ່ຈັດສັນໃຫ້ ຂະແໜງສຶກສາທິການ ແລະ ກິລາ, ຂະແໜງສາທາລະນະ ສຸກ ແລະ ຈັດສັນໃຫ້ການວິໄຈ ຄົ້ນຄວ້າວິທະຍາສາດ ໃຫ້ສົມ ເຫດສົມຜົນ. ຄົ້ນຄວ້າກົນໄກ ການຈັດສັນງົບປະມານສຳລັບ ໂຄງການລົງທຶນຂອງລັດ ທີ່ມີມູນ ຄ່າສູງກວ່າ 20 ຕື້ກີບ ທີ່ເຮັດຢູ່ ທ້ອງຖິ່ນ ເພື່ອໃຫ້ສະພາປະຊາ ຊົນຂັ້ນແຂວງ ມີສ່ວນຮ່ວມປະ ກອບຄຳເຫັນ ກ່ອນການສັງ ລວມເຂົ້າແຜນການລົງທຶນ ຂອງລັດ.
- ສືບຕໍ່ຍູ້ແຮງການລົງທຶນ ພາຍໃນ ແລະ ຕ່າງປະເທດ ໂດຍຜັນຂະຫຍາຍ ແລະ ຈັດ ຕັ້ງປະຕິບັດກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນສະ ບັບປັບປຸງໃຫ້ໄວຂຶ້ນ; ຈັດຕັ້ງ ນຳໃຊ້ບັນດາກົນໄກການຄົ້ນ ຄວ້າ ແລະ ພິຈາລະນາການລົງ ທຶນທີ່ສ້າງຂຶ້ນໃໝ່ຄື: ຄະນະກຳ ມະການຄຸ້ມຄອງ ແລະ ສົ່ງເສີມ ການລົງທຶນ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ສາມາດ ເຄື່ອນໄຫວຢ່າງໂປ່ງໃສ, ມີ ປະສິດທິພາບ ແລະ ປະສິດ ທິຜົນ. ມອບຄວາມຮັບຜິດ ຊອບຂາດໂຕໃຫ້ແຕ່ລະຂະ ແໜງການແກ້ໄຂຂອດອຸດຕັນ ຕ່າງໆໃນການລົງທຶນ ແລະ ດຳເນີນທຸລະກິດ ເຮັດໃຫ້ໂຕຊີ້ ວັດທາງດ້ານຄວາມສະດວກ ໃນການເຮັດທຸລະກິດຢູ່ລາວ ມີ ການຈັດລະດັບດີຂຶ້ນຢ່າງຊັດ ເຈນໃນປີ 2018.
- ສົ່ງເສີມທຸລະກິດຂະ ໜາດນ້ອຍ ແລະ ຂະໜາດ ກາງໃຫ້ເປັນຮູບປະທຳໃຫ້ຕິດ ພັນກັບການສົ່ງເສີມການຜະ ລິດສິນຄ້າ ແລະ ການບໍລິການ ຂອງປະຊາຊົນ ແລະ ເພື່ອຍູ້ ແຮງວຽກງານແກ້ໄຂ ແລະ ລຶບ ລ້າງຄວາມທຸກຍາກ, ສ້າງໂອ ກາດໃຫ້ມີສິນຄ້າເຂົ້າປ້ອນຕະ ຫຼາດພາຍໃນ ແລະ ການສົ່ງ ອອກ ພ້ອມທັງຫຼຸຸດຜ່ອນການ ນຳເຂົ້າ. ດ້ານໜຶ່ງກໍເພື່ອຄຸ້ມ ຄອງລາຄາສິນຄ້າ ແລະ ຄ່າ ຄອງຊີບພາຍໃນປະເທດ ໃຫ້ ມີລາຄາສົມເຫດສົມຜົນ.
ໃນປີ 2018, ລັດຖະບານ ຈະປັບປຸງ ແລະ ລະດົມທຶນ ເພື່ອສ້າງ ຄວາມເຂັ້ມແຂງໃຫ້ແກ່ກອງ ທຶນສົ່ງເສີມວິສາຫະກິດຂະ ໜາດນ້ອຍ ແລະ ຂະໜາດ ກາງ ທີ່ມີແລ້ວນັ້ນ ໃຫ້ເປັນກຳ ລັງແຮງໃນການພັດທະນາວິ ສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງຢ່າງມີປະສິດທິ ຜົນ. ມອບໃຫ້ຂະແໜງການທີ່ ກ່ຽວຂ້ອງອອກນະໂຍບາຍລະ ອຽດໃນການສົ່ງເສີມ ແລະ ສ້າງໜ່ວຍບໍລິການທາງດ້ານວິ ຊາການຂອງຕົນ, ຊຸກຍູ້ພາກທຸ ລະກິດໃຫ້ເຂົ້າຮ່ວມຢ່າງຕັ້ງ ໜ້າໃນຂະບວນການດັ່ງກ່າວ.
- ສືບຕໍ່ປັບປຸງບັນດາລັດ ວິສາຫະກິດທີ່ກຳນົດໃນແຜນ ໃຫ້ສຳເລັດໂດຍພື້ນຖານ ສາ ມາດສ້າງລາຍຮັບ ແລະ ມີກຳ ໄລ, ບໍ່ສືບຕໍ່ເກື້ອກູນ ແລະ ບໍ່ ໃຫ້ລັດຖົມຂຸມຕໍ່ໄປອີກ.
3. ສືບຕໍ່ເອົາໃຈໃສ່ຈັດຕັ້ງ ປະຕິບັດມາດຕະການປະຢັດ- ຕ້ານການຟຸ່ມເຟືອຍຢ່າງເຂັ້ມ ງວດ, ເປັນລະບົບ ແລະ ຕໍ່ ເນື່ອງ ໂດຍໃຫ້ແຕ່ລະຂະແໜງ ການ ແລະ ທ້ອງຖິ່ນ ອອກລະບຽບ ສະເພາະຕາມທີ່ກຳນົດໃນຄຳ ສັ່ງເລກທີ 09/ນຍ ແລະ ເອົາ ເຂົ້າສູ່ການປະຕິບັດຕົວຈິງ ໃນ ການໃຊ້ຈ່າຍງົບປະມານປີ 2018. ພ້ອມກັນນັ້ນ ກໍໃຫ້ພິຈາ ລະນາຢ່າງຮອບຄອບຖີ່ຖ້ວນ ແລະ ລະອຽດເລິກເຊິ່ງຕໍ່ທຸກໆ ການລົງທຶນໃໝ່ ເພື່ອຫຼີກລ່ຽງ ມູນຄ່າສູງເກີນຕົວຈິງ, ປັບປຸງ ຄືນການລົງທຶນແບບສະເລ່ຍ ຫັນໄປສູ່ປະສິດທິຜົນ.
4. ສືບຕໍ່ຜັນຂະຫຍາຍມະ ຕິຂອງຄະນະບໍລິຫານງານສູນ ກາງພັກ ຄັ້ງທີ 4 ວ່າດ້ວຍການ ເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລ ຍະໃໝ່ ໂດຍຫັນເປັນແຜນ ການຈັດຕັ້ງປະຕິບັດລະອຽດ ເພື່ອແກ້ໄຂບັນຫາທີ່ກົດໜ່ວງ ຖ່ວງດຶງການພັດທະນາ (ແກ້ ໄຂຄວາມຜິດພາດ, ຈຸດບົກຜ່ອງ ທີ່ເຄີຍສວຍໃຊ້ຄຳວ່າຫັນທີ່ດິນ ເປັນທຶນ ຫັນຊັບສິນເປັນທຶນ...) ນັ້ນດຳເນີນການຊະຊາຍ, ກາຍເປັນການສວຍໂອກາດທີ່ ບໍ່ຄຸ້ມຄອງໄດ້ນັ້ນ ໃຫ້ເຂົ້າສູ່ລະ ບົບລະບຽບ ແລະ ຈັດຕັ້ງປະຕິ ບັດໃຫ້ມີຄວາມຮັດກຸມກວ່າ ເກົ່າ. ສືບຕໍ່ປັບປຸງກົດໝາຍວ່າ ດ້ວຍທີ່ດິນ, ສ້າງແຜນແມ່ບົດ ຈັດສັນທີ່ດິນແຫ່ງຊາດ, ຊຸກຍູ້ ການມີສ່ວນຮ່ວມຂອງມວນຊົນ ໃນການປະເມີນຜົນກະທົບຕໍ່ສິ່ງ ແວດລ້ອມ ແລະ ທຳມະຊາດ.
- ກ່ຽວກັບການຈັດສັນທີ່ ດິນການຜະລິດ, ທີ່ຢູ່ອາໄສ ຂອງປະຊາຊົນ ທີ່ຖືກຜົນກະ ທົບຕໍ່ການປະຕິບັດໂຄງການ ລົງທຶນຂອງພາຍໃນ ແລະ ຕ່າງ ປະເທດນັ້ນ, ລັດຖະບານຈະ ສ້າງຕັ້ງຄະນະກຳມະການໄກ່ ເກ່ຍ, ແກ້ໄຂຊົດເຊີຍລະດັບ ຊາດ ແລະ ລະດັບທ້ອງຖິ່ນ ໂດຍມອບໃຫ້ສູນກາງແນວ ລາວສ້າງຊາດເປັນປະທານ, ມີ ສະພາແຫ່ງຊາດ, ສະພາທ້ອງ ຖິ່ນ, ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມເພື່ອປຶກສາຫາລືກັບ ປະຊາຊົນ ແລະ ກຳນົດການ ຊົດເຊີຍໃຫ້ຖືກຕ້ອງເປັນທຳ ກວ່າເກົ່າ.
5. ຍູ້ແຮງການເຄື່ອນໄຫວ ແລະ ສ້າງຂະບວນການ ເພື່ອ ໂຄສະນາຈັດປີທ່ອງທ່ຽວ 2018 ໃຫ້ປະສົບຜົນສຳເລັດເປັນຢ່າງ ດີ, ດຶງດູດນັກທ່ອງທ່ຽວເຂົ້າມາ ປະເທດເຮົາໃຫ້ໄດ້ຕາມຄາດ ໝາຍ ແລະ ໃຫ້ຫຼາຍຂຶ້ນໃນປີ 2018. ນຳໃຊ້ແມ່ແຮງໃນການ ສົ່ງເສີມການທ່ອງທ່ຽວໃຫ້ເປັນ ເຄື່ອງມືທີ່ມີປະສິດທິຜົນໃນ ການແກ້ໄຂບັນຫາເສດຖະກິດ ຂອງປະເທດ.
6. ປັບປຸງກົນໄກການຈັດ ຕັ້ງບໍລິຫານ ແລະ ຄຸ້ມຄອງລັດ ໃຫ້ມີຄວາມເຂັ້ມແຂງ, ໂປ່ງ ໃສ, ມີປະສິດທິພາບ ແລະ ມີ ປະສິດທິຜົນກວ່າເກົ່າ, ປັບປຸງ ສັບຊ້ອນບຸກຄະລາກອນໃຫ້ສາ ມາດຮອງຮັບການຈັດຕັ້ງປະຕິ ບັດໜ້າທີ່ວຽກງານໃຫ້ມີປະສິດ ທິຜົນສູງຂຶ້ນ ແລະ ແບ່ງຂັ້ນຄຸ້ມ ຄອງລະຫວ່າງຂະແໜງການ ແລະ ລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ຈະແຈ້ງ ແລະ ສາ ມາດຈັດຕັ້ງປະຕິບັດໄດ້.
7. ຍົກສູງສະຕິຕໍ່ກົດໝາຍ ແລະ ລະບຽບການ, ສະຕິ ຄວາມຮັບຜິດຊອບ ແລະ ນ້ຳ ໃຈຮັບໃຊ້ປະຊາຊົນຂອງການ ຈັດຕັ້ງ ແລະ ພະນັກງານ. ສະ ກັດກັ້ນ ແລະ ຕ້ານການສໍ້ລາດ ບັງຫຼວງທີ່ເປັນໄພອັນຕະລາຍ ຕໍ່ການນຳພາ ແລະ ຄຸ້ມຄອງ ບໍລິຫານລັດ, ສືບຕໍ່ແກ້ໄຂ ແລະ ປະຕິບັດມາດຕະການທີ່ ເດັດຂາດຕໍ່ການລະເມີດວິໄນ ແຜນການ-ວິໄນການເງິນ. ສືບ ຕໍ່ຍົກບົດບາດ ແລະ ຊຸກຍູ້ການ ປະຕິບັດໜ້າທີ່ຂອງອົງການ ກວດສອບແຫ່ງລັດ ແລະ ອົງ ການກວດກາລັດຖະບານ ພ້ອມທັງນຳເອົາຜົນການກວດ ສອບ ແລະ ກວດກາມາປັບປຸງ ແກ້ໄຂບັນຫາ ແລະ ຂໍ້ຄົງຄ້າງ ໃນໄລຍະຜ່ານມາໃຫ້ເປັນຮູບ ປະທຳ.
ປີ 2018 ຍັງເປັນປີທີ່ລັດ ຖະບານ ຈະສືບຕໍ່ປັບປຸງແບບ ແຜນການບໍລິຫານ ແລະ ຄຸ້ມ ຄອງລັດ, ຄຽງຄູ່ກັບການປັບ ໂຄງສ້າງເສດຖະກິດທີ່ຫັນຈາກ ການເອື່ອຍອີງໃສ່ແຫຼ່ງລາຍຮັບ ຈາກຂະແໜງພະລັງງານ ແລະ ຊັບພະຍາກອນທຳມະຊາດ ເປັນຕົ້ນຕໍ ໄປສູ່ເສດຖະກິດທີ່ມີ ຄວາມຫຼາກຫຼາຍ ໂດຍເນັ້ນໃສ່ ການຜະລິດເປັນສິນຄ້າ, ການ ຍົກລະດັບຜະລິດຕະພາບຂອງ ການຜະລິດ ແລະ ສີມືແຮງງານ ພາຍໃນ, ການພັດທະນາຕາມ ທ່າແຮງຂອງແຕ່ລະພາກ ແລະ ທ້ອງຖິ່ນ, ການປັບປຸງໂຄງລ່າງ ພື້ນຖານ ເພື່ອເປັນການເຊື່ອມ ຈອດ ແລະ ອື່ນໆ.
ດັ່ງນັ້ນ, ລັດຖະບານຈຶ່ງຂໍ ຢືນຢັນຈະສືບຕໍ່ສູ້ຊົນປະຕິບັດ ແຜນວຽກຈຸດສຸມທີ່ກ່າວມານັ້ນ ໃຫ້ມີປະສິດທິຜົນ ແລະ ຈະ ຮັບເອົາຄຳເຫັນຂອງສະມາຊິກ ສະພາແຫ່ງຊາດ ທີ່ສະເໜີໃນ ກອງປະຊຸມສະໄໝສາມັນ ເທື່ອ ທີ 4 ຂອງສະພາແຫ່ງຊາດຄັ້ງ ນີ້ ໄປປັບປຸງແກ້ໄຂການປະຕິ ບັດພາລະບົດບາດ ແລະ ໜ້າ ທີ່ຂອງຕົນໃຫ້ມີປະສິດທິຜົນ ແລະ ປະສິດທິພາບກວ່າເກົ່າ. ລາຍລະອຽດຈະມີບົດລາຍງານ ຂອງລັດຖະມົນຕີຂອງບັນດາ ກະຊວງທີ່ກ່ຽວຂ້ອງຕໍ່ຈາກນີ້ ໄປ ເພື່ອໃຫ້ສະມາຊິກສະພາ ໄດ້ພິຈາລະນາໃຫ້ຄຳຄິດຄຳ ເຫັນຕໍ່ໄປ. ທັງໝົດນັ້ນ ແມ່ນການຕີ ລາຄາແບບສັງລວມ ສະພາບ ພົ້ນເດັ່ນໃນການເຄື່ອນໄຫວ ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງລັດຖະບານ ກໍຄື ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດ ໃນປີ 2017 ແລະ ທິດ ທາງແຜນວຽກຈຸດສຸມສຳລັບປີ 2018. ຂ້າພະເຈົ້າ ສະເໜີບັນ ດາທ່ານສະມາຊິກສະພາແຫ່ງ ຊາດຄົ້ນຄວ້າ ແລະ ປະກອບ ຄຳເຫັນ ເພື່ອເປັນທິດທາງໃຫ້ ລັດຖະບານນຳໄປປັບປຸງ ແລະ ຈັດຕັ້ງປະຕິບັດໃຫ້ມີຜົນສຳ ເລັດ.
ຜົນຈັດຕັ້ງປະຕິບັດວຽກງານຈຸດສຸມ ປີ 2017
Reviewed by makarow
on
11:02:00 PM
Rating:

