ຂ່າວດ່ວນ

ຂ່າວອື່ນໆ

random

ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 31 ໄດ້ຫາລືຫລາຍບັນຫາ. ..................

  • ในภาพอาจจะมี 5 คน, คนที่ยิ้ม, ผู้คนกำลังยืน

  • ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 31, ໄດ້ໄຂຂຶ້ນໃນວັນທີ 17 ຕຸລານີ້, ທີ່ແຂວງຫວງພະບາງ, ໂດຍການເປັນປະທານຂອງທ່ານ ປະສົງ ວົງຄໍາຈັນ ຫົວໜ້າກົມສັງຄົມສົງເຄາະ, ກະ​ຊວງແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ, ປະທານຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ, ມີເຈົ້າໜ້າທີ່ອາວຸໂສອາຊຽນ, ກອງເລຂາອາຊຽນ, ສູນປະສານງານຊ່ວຍເຫລືອດ້ານມະນຸດສະທຳອາຊຽນ (AHA Centre) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
  • ในภาพอาจจะมี 2 คน, ผู้คนกำลังนั่ง
  • ກອງປະຊຸມຄັ້ງ ໄດ້ຮັບຟັງຜົນຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 30 ທີ່ພົວພັນເຖິງວຽກງານໄພພິບັດ, ພ້ອມທັງໄດ້ປຶກສາຫາລືກ່ຽວກັບຜົນຂອງການຈັດຕັ້ງປະຕິບັດໂຄງການຂອງບັນດາໜ່ວຍງານຕ່າງໆເຊັ່ນ: ກິດຈະກຳການຫລຸດຜ່່ອນຄວາມສ່ຽງໄພພິບັດ, ກິດຈະກຳການຄົ້ນຄວ້າປະເມີນຂໍ້ມູນດ້ານນິຕິກຳ ແລະ ການຈັດຕັ້ງປະຕິບັດຂອງບັນດາປະເທດສະມາຊິກອາຊຽນ, ນອກນີ້ ຍັງໄດ້ເຫັນດີໃຫ້ມີການທົບທວນຄືນສັນຍາວ່າດ້ວຍການຄຸ້ມຄອງໄພພິບັດ, ຄົ້ນຄວ້າບັນດາກິດຈະກຳຖະແຫລງການອາຊຽນ “ໜຶ່ງອາຊຽນໜຶ່ງການຕອບໂຕ້ຢູພາຍໃນອາຊຽນ” ແລະ ຄວາມເປັນໄປໄດ້ໃນການຈັດຕັ້ງບັນດາກິດຈະກໍາການຊ່ວຍເຫລືອດ້ານການເງິນ ເພື່ອສ້າງຄວາມເຂັ້ມແຂງການຕອບໂຕ້ໄພພິບັດ, ການເປີດກວ້າງການຮ່ວມມືກັບສາກົນເຊັ່ນ: ກອງປະຊຸມໂລກວ່າດ້ວຍການຫລຸດຜ່ອນຄວາມສ່ຽງໄພພິບັດໂລກ ແລະ ອື່ນໆ.
  • ( ໂດຍ : ເພັດສະໄໝ)



ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 31 ໄດ້ຫາລືຫລາຍບັນຫາ. .................. Reviewed by makarow on 6:42:00 PM Rating: 5

Contact Form

Name

Email *

Message *

Powered by Blogger.