ສົງຄາມນິວເຄຼຍພ້ອມທີ່ຈະເກີດຂຶ້ນໄດ້ທຸກເວລາ
ສົງຄາມນິວເຄຼຍພ້ອມທີ່ຈະເກີດຂຶ້ນໄດ້ທຸກເມື່ອ ທູດເກົາຫຼີເໜືອປະຈຳ UN ກ່າວ
ສຳນັກຂ່າວຕ່າງປະເທດລາຍງານ 17 ຕຸລາ 2017 ວ່າ: ທ່ານ ຄິມ ອິນ ຣີຢອງ ຮອງທູດເກົາຫຼີເໜືອປະຈຳສະຫະປະຊາຊາດ ກ່າວຕໍ່ກຳມາທິການປົດອາວຸດຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດເມື່ອວັນຈັນທີ່ຜ່ານມາວ່າ: ບໍ່ມີປະເທດໃດໃນໂລກນອກເໜືອຈາກເກົາຫຼີເໜືອ ທີ່ຕົກຢູ່ພາຍໃຕ້ໄພຮຸກຮານໂດຍກົງ ແລະ ຮ້າຍແຮງຈາກນິວເຄຼຍຂອງສະຫະລັດ ອາເມຣິກາ ແລະ ເກົາຫຼີເໜືອມີສິດທີ່ຈະປ້ອງກັນໂຕເອງ.
ທ່ານ ຄິມ ກ່າວຕື່ມອີກວ່າປີນີ້ເກົາຫຼີເໜືອໄດ້ກາຍເປັນປະເທດມະຫາອຳນາດນິວເຄຼຍ ໂດຍສົມບູນແບບແລ້ວ ແລະ ມີຄວາມສາມາດທາງດ້ານນິວເຄຼຍໃນຫຼາຍລະບັບລວມເຖິງ ລະເບີດປະລາມະນູນ, ລະເບີດໄຮໂດຼເຈນ ແລະ ຂີປະນາວຸດຂ້າມທະວີບ, ພ້ອມທັງເຕືອນວ່າ ແຜ່ນດິນໃຫຍ່ສະຫະລັດ ອາເມຣິກາທັງໝົດຕົກຢູ່ໃນໄລຍະການຍິງຂອງພວກເຮົາ ແລະ ຫາກສະຫະລັດ ອາເມຣິກາຮຸກຮານ ພວກເຮົາຈະລົງໂທດຢ່າງຮຸນແຮງດ້ວຍການໂຈມຕີທຸກບ່ອນທົ່ວໂລກ.

ທາງດ້ານທ່ານ ຈອນ ເຈ ຊັນລິແວນ ຮອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ
ອາເມຣິກາ ກ່າວຕໍ່ສື່ມ່ວນຊົນທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ
ພາຍຫຼັງສຳເລັດການຢ້ຽມຢາມ
ເພື່ອປຶກສາຫາລືກັບລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ
ເມື່ອວັນຈັນທີ່ຜ່ານມາວ່າ ສະຫະລັດ
ອາເມຣິກາຫວັງທີ່ຈະຮ່ວມໂຕະເຈລະຈາໂດຍກົງກັບເກົາຫຼີເໜືອໃນບັ້ນປາຍ ໂດຍສະຫະລັດ
ອາເມຣິກາເອງແມ່ນເນັ້ນແນວທາງການທູດເພື່ອແກ້ໄຂບັນຫາ ແຕ່ສະຫະລັດ ອາເມຣິກາ ແລະ
ພັນທະມິດຄື ຍີ່ປຸ່ນ ແລະ ເກົາຫຼີໃຕ້
ພ້ອມທີ່ຈະປະຈັນໜ້າກັບສິ່ງທີ່ຊົ່ວຮ້າຍທີ່ສຸດ ຫາກການທູດລົ້ມເຫຼວ.
ສົງຄາມນິວເຄຼຍພ້ອມທີ່ຈະເກີດຂຶ້ນໄດ້ທຸກເວລາ
Reviewed by makarow
on
6:26:00 PM
Rating: