ຂ່າວດ່ວນ

ຂ່າວອື່ນໆ

random

ທຳລາຍສິນຄ້າປະເພດຕ້ອງຫ້າມ ແລະ ໝົດອາຍຸ



ທຳລາຍສິນຄ້າປະເພດຕ້ອງຫ້າມ ແລະ ໝົດອາຍຸ ໃນ​ໄລຍະ​ບຸນ​ອອກ​ພັນ​ສາ ແລະ ບຸນ​ປະເພນີ​ຊ່ວງ​ເຮືອ​ວັດ​ຈັນ ​ປະຈຳປີ 2017 ພະ​ແນກ​ອຸດ​ສາ​ຫະກຳ ແລະ ການ​ຄ້າ ນະຄອນຫຼວງ​ວຽງ​ຈັນ ໄດ້​ລົງ​ຕິດຕາມກວດກາ​ການຈຳໜ່າຍ​ສິນຄ້າ​ທີ່ບໍ່​ປອດ​ໄພ ​ບໍ່​ໄດ້​ມາດຕະຖານ ເຈືອປົນ ຫຼື ໝົດ​ອາຍຸ ການ​ບໍລິໂພກ ເຊິ່ງ​ສາມາດ​ຢຶດ​ສິນຄ້າ​ປະເພດໝາກ​ກະໂພກ ​ດອກ​ໄມ້​ໄຟ ຢາສູບຕ່າງປະເທດ ​ທີ່​ບໍ່​ຕິດ​ສະແຕັມ​ເສຍພາສີ ສິນຄ້າ​ໝົດ​ອາຍຸ ແລະ ອື່ນໆ ທີ່​ມີ​ລັກສະນະ​ເປັນ​ວັດຖຸ​ລະເບີດ.

ໃນ​ວັນ​ທີ 13 ຕຸລາ 2017 ພະແນກ​ອຸດສາຫະກຳ ແລະ ການຄ້າ ນວ ຈຶ່ງ​ໄດ້​ຈັດ​ພິທີ​ຈູດ​ທຳລາຍ​ສິນຄ້າ​ປະເພດ​ດັ່ງກ່າວ ​ທີ່ສາມາດ​ຢຶດ​ມາ​ໄດ້​ຈາກ​ຊາວ​ຄ້າຂາຍ​ທີ່​ກອງພັນ​ໃຫຍ່ 497 ເປັນກຽດ​ເຂົ້າ​ຮ່ວມຂອງ​ທ່ານ​ນາງ ສົມ​ເພັດ ອາ​ລຸນ​ທອງ ຫົວໜ້າ​ຂະແໜງ​ການ​ຄ້າ​ພາຍ​ໃນ ພະ​ແນກອຸດສາຫະກຳ ແລະ ການ​ຄ້າ ນວ ມີ​ຕາງໜ້າ​ຈາກ​ກະຊວງ ແລະ ຂະແໜງການ​ທີ່​ກ່ຽວຂ້ອງ​ເຂົ້າຮ່ວມ.

ສຳລັບ​ສິນຄ້າ​ທີ່​ນຳ​ມາ​ທຳລາຍ​ຖິ້ມ​ຄັ້ງ​ນີ້​ປະກອບ​ມີ: ໝາກກະໂພກ ດອກ​ໄມ້​ໄຟ ຈຳນວນ 1.302 ກິ​ໂລກ​ຣາມ ມູນ​ຄ່າ 65 ລ້ານ​ກວ່າ​ກີບ ສິນຄ້າ​ໝົດ​ອາຍຸ ຈຳນວນ 652 ກິ​ໂລກ​ຣາມ ມູນຄ່າ 19 ລ້ານ​ກວ່າ​ກີບ ແລະ ຢາສູບ​ທີ່​ບໍ່​ຕິດ​ສະແຕັມ​ເສຍ​ພາສີ-ອາກອນ ຈຳນວນ 100 ຊອງ​ມູນຄ່າ 7 ລ້ານ​ກີບ ລວມ​ມູນ​ຄ່າ​ທັງໝົດ 91.575.000 ກີບ.

ໃນ​ໂອກາດ​ນີ້ ທ່ານ​ນາງ ສົມເພັດ ອາ​ລຸນ​ທອງ ໄດ້​ຮຽກຮ້ອງໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ທີ່​ປະຈຳ​ຢູ່​ດ່ານ ເປັນຕົ້ນ​ແມ່ນພາສີ ແລະ ຕຳຫຼວດ​ໃຫ້​ເອົາໃຈໃສ່ ແລະ ສະກັດ​ກັ້ນ​ສິນຄ້າ​ຕ້ອງ​ຫ້າມ ປະເພດ​ດັ່ງກ່າວ​ບໍ່​ໃຫ້​ມີ​ການ​ຈຳໜ່າຍ​ຢູ່​ບ້ານ​ເຮົາ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ອົງການ​ປົກຄອງ​ເມືອງບ້ານ ​ປກສ ກຸ່ມ​ບ້ານ ແລະ ທະຫານ ເອົາໃຈໃສ່​ສຶກ​ສາ​ອົບຮົມ ແລະ ກ່າວ​ເຕືອນ​ກຸ່ມ​ເປົ້າ​ໝາຍ​ທີ່ຈຳໜ່າຍ​ສິນຄ້າ​ຕ້ອງ​ຫ້າມ ແລະ ປະຕິບັດ​ມາດ​ຕະການ​ຢ່າງ​ເຂັ້ມງວດ​ຕໍ່​ຜູ້​ທີ່​ລະເມີດ.
ທຳລາຍສິນຄ້າປະເພດຕ້ອງຫ້າມ ແລະ ໝົດອາຍຸ Reviewed by makarow on 6:21:00 PM Rating: 5

Contact Form

Name

Email *

Message *

Powered by Blogger.