ຂ່າວດ່ວນ

ຂ່າວອື່ນໆ

random

ຍົກລະດັບຄວາມສາມາດວຽກງານຄຸ້ມຄອງບໍລິຫານລັດ,ການຫັນເປັນທັນສະໄໝໃນການກວດສອບແຫ່ງລັດໃຫ້ພະນັກງານອົງການກວດສອບພາກເໜືອ


ວັນທີ່ 9 ຕຸລາ 2017 ທີ່ຫ້ອງປະຊຸມອົງການກວດສອບແຫ່ງລັດປະຈໍາພາກເໜືອ ໄດ້ເປີດຊຸດຝຶກອົບຮົມ ວຽກງານຄຸ້ມຄອງບໍລິຫານລັດ,ການຫັນເປັນທັນສະໄໝກວດສອບ ແລະ ການກວດສອບແຫ່ງລັດ ໃຫ້ພະນັກງານຂອງອົງການກວດສອບປະຈໍາພາກເໜືອ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ເທບວົງ ຮອງປະທານອົງການກວດສອບແຫ່ງລັດປະຈໍາພາກເໜືອ,ມີຄະນະອົງການກວດສອບປະຈໍາພາກເໜືອ,ວິທະຍາກອນ ແລະ ພະນັກງານຂອງອົງການກວດສອບເຂົ້າຮ່ວມ.
ທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດປະຈໍາພາກເໜືອ ໄດ້ກ່າວວ່າ: ໂດຍອິງໃສ່ຄວາມຈໍາເປັນຂອງວຽກງານກວດສອບແຫ່ງລັດ ຈິ່ງໃຫ້ຄວາມສໍາຄັນຕໍ່ການຝຶກອົບຮົມ,ເພື່ອຍົກລະດັບຄວາມຮູ້,ຄວາມສາມາດ ໃຫ້ພະນັກງານ-ນັກກວດສອບ ຂອງອົງການກວດສອບປະຈໍາພາກເໜືອ.ໃນນັ້ນ ພະນັກງານກວດສອບ ທີ່ເຂົ້າຮ່ວມການຝຶກອົບຮົມຄັ້ງນີ້ຈະໄດ້ ຮຽນຮູ້ກ່ຽວກັບວຽກງານຄຸ້ມຄອງບໍລິຫານລັດ,ວຽກງານການກວດສອບໄປສູ່ທັນສະໄໝ,ການເກັບກໍາຂໍ້ມູນເບື້ອງຕົ້ນ,ການສ້າງເອກະສານຢັ້ງຢືນການຈັດຕັ້ງປະຕິບັດ (Working paper),ການເກັບກໍາຫຼັກຖານການກວດສອບ,ການປະເມີນຫຼັກການກວດສອບ ແລະ ການສະຫຼຸບລາຍງານອົງການກວດສອບແຫ່ງລັດ.ທັ້ງນີ້ກໍ່ເພື່ອເຮັດໃຫ້ວຽກງານການກວດສອບແຫ່ງລັດ ຮັບປະກັນໄດ້ທາງດ້ານຄຸນນພາບ ແລະ ຫັນໄປສູ່ມາດຕະຖານການກວດສອບແຫ່ງລັດທີ່ທັນສະໄໝ ເທື່ອລະກ້າວ ແລະ ເພື່ອຮັບປະກັນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕ່າງໆ ຂອງລັດໃຫ້ມີປະສິດທິພາບປະສິທິຜົນ,ເຮັດໃຫ້ວຽກງານບໍລິຫານລັດມີຄວາມໂປ່ງໃສ ໃນທຸກດ້ານ,ທັງເປັນການເຜີ້ມສັກກະຍະພາບການພັດທະນາເສດຖະກິດ-ສັງຄົມຂອງປະເທດ ໃຫ້ມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ ກ້າວໄປສູ່ຄວາມສີວິໄລ ແລະ ໜັ້ນຄົງ.ທ່ານຍັງໄດ້ຮຽກຮ້ອງໃຫ້ສໍາມະນາກອນ ແລະ ພະນັກງານທຸກຄົນຈົ່ງໃຊ້ສະຕິປັນຍາຂອງຕົນເຂົ້າໃນການອົບຮົມຄັ້ງນີ້ ເພື່ອຝຶກຝົນຄວາມຮູ້,ຄວາມສາມາດຂອງຕົນ ແລະ ເອົາຫຼັກຄວາມຮູ້ດັ່ງກ່າວໄປໜູນໃຊ້ເຂົ້າໃນການເຮັດວຽກໃຫ້ແທດເໝາະກັບຕົວຈິງ.
ຂ່າວ: ເພັດສາຄອນ ສິມມະວົງ (ຂ່າວສານຫລວງພະບາງ)
ຍົກລະດັບຄວາມສາມາດວຽກງານຄຸ້ມຄອງບໍລິຫານລັດ,ການຫັນເປັນທັນສະໄໝໃນການກວດສອບແຫ່ງລັດໃຫ້ພະນັກງານອົງການກວດສອບພາກເໜືອ Reviewed by makarow on 9:01:00 PM Rating: 5

Contact Form

Name

Email *

Message *

Powered by Blogger.